ອາເມລິກາ ເຜີຍ ຜູ້ປ່ວຍໜັກໂຄວິດ-19 ໃຊ້ຢາ remdesivir ມີອາການດີຂຶ້ນ

- 122 2 - ອາເມລິກາ ເຜີຍ ຜູ້ປ່ວຍໜັກໂຄວິດ-19 ໃຊ້ຢາ remdesivir ມີອາການດີຂຶ້ນ
- kitchen vibe - ອາເມລິກາ ເຜີຍ ຜູ້ປ່ວຍໜັກໂຄວິດ-19 ໃຊ້ຢາ remdesivir ມີອາການດີຂຶ້ນ

      ວາລະສານການແພດນິວອິງແລນ ຂອງອາເມລິກາ ເປີດເຜີຍບົດວິເຄາະໃນວັນທີ 10 ເມສາວ່າ: ຜູ້ປ່ວຍໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ທີ່ມີອາການຮຸນແຮງຈຳນວນຫລາຍກວ່າ 2 ໃນ 3 ມີອາການດີຂຶ້ນ ຫລັງຈາກໄດ້ຮັບການປິ່ນປົວດ້ວຍຢາເຣມເດຊິເວຍ (remdesivir) ເຊິ່ງເປັນຢາທົດລອງທີ່ພັດທະນາໂດຍບໍລິສັດຈິລີດ ໄຊອີນ ອິງ (Gilead Sciences Inc.) ຂອງອາເມລິກາ.

     ຂໍ້ມູນໃໝ່ດັ່ງກ່າວທີ່ໄດ້ຈາກການສັງເກດຜູ້ປ່ວຍນັ້ນ ບໍ່ມີລາຍລະອຽດກ່ຽວກັບການປິ່ນປົວຈາກຢາຊະນິດອື່ນໆ ກັບຜູ້ປ່ວຍທີ່ຢູ່ໃນໂຮງໝໍ ຈຳນວນ 61 ຄົນ ແລະ ບໍ່ໄດ້ລວມຂໍ້ມູນຂອງຜູ້ປ່ວຍ 8 ຄົນ ເຊິ່ງເກີດກໍລະນີຄວາມຜິດພາດໃນການໃຊ້ຢາ.

    ຜູ້ຂຽນບົດວິເຄາະລະບຸວ່າ: ການຄົ້ນພົບດັ່ງກ່າວ ຖືເປັນຄວາມຫວັງໃນການປິ່ນປົວໂຣກໂຄວິດ-19 ແຕ່ເຕືອນວ່າ: ເປັນເລື່ອງຍາກທີ່ຈະຕີຄວາມຜົນການປິ່ນປົວ ເນື່ອງຈາກການທົດລອງຢາດັ່ງກ່າວບໍ່ໄດ້ລວມການປຽບທຽບກັບກຸ່ມຄວບຄຸມຢາເຊັ່ນໃນກໍລະນີການທົດລອງທາງຄລີນິກແບບສຸ່ມ.

     ນອກຈາກນີ້ ຜູ້ປ່ວຍທີ່ທົດລອງຢາດັ່ງກ່າວມີຈຳນວນໜ້ອຍເກີນໄປ ເກືອບບໍ່ມີການເປີດເຜີຍລາຍລະອຽດອື່ນໆ ແລະ ການຕິດຕາມຜົນການທົດລອງຢາກໍໃຊ້ເວລາຂ້ອນຂ້າງສັ້ນ.

- 3 - ອາເມລິກາ ເຜີຍ ຜູ້ປ່ວຍໜັກໂຄວິດ-19 ໃຊ້ຢາ remdesivir ມີອາການດີຂຶ້ນ
- 4 - ອາເມລິກາ ເຜີຍ ຜູ້ປ່ວຍໜັກໂຄວິດ-19 ໃຊ້ຢາ remdesivir ມີອາການດີຂຶ້ນ
- 5 - ອາເມລິກາ ເຜີຍ ຜູ້ປ່ວຍໜັກໂຄວິດ-19 ໃຊ້ຢາ remdesivir ມີອາການດີຂຶ້ນ