ໂອເປັກບວກ ເຫັນພ້ອມຫລຸດກຳລັງການຜະລິດ 9,7 ລ້ານບາເຣລຕໍ່ວັນ
ກຸ່ມປະເທດຜູ້ສົ່ງອອກນ້ຳມັນ (ໂອເປັກ) ແລະ ປະເທດພັນທະມິດ ຫລື ໂອເປັກບວກ ໄດ້ບັນລຸຂໍ້ຕົກລົງຂັ້ນສຸດທ້າຍໃນກອງປະຊຸມສຸກເສີນຮອບທີ 2 ເຊິ່ງຈັດຂຶ້ນໃນວັນທີ 12 ເມສາ ໂດຍກອງປະຊຸມເຫັນພ້ອມໃຫ້ຫລຸດກຳລັງການຜະລິດ 9,7 ລ້ານບາເຣລຕໍ່ວັນ ເຊິ່ງຈະມີຜົນແຕ່ວັນທີ 1 ພຶດສະພາ ໄປຈົນເຖິງເດືອນມິຖຸນາ.
ນອກຈາກນີ້ ກຸ່ມໂອເປັກບວກ ຍັງມີມະຕິຫລຸດການຜະລິດ 8 ລ້ານບາເຣລຕໍ່ວັນ ນັບແຕ່ເດືອນກໍລະກົດໄປຈົນຮອດທ້າຍປີ 2020 ແລະ ຈະຫລຸດ 6 ລ້ານບາເຣລຕໍ່ວັນ ນັບແຕ່ເດືອນມັງກອນ 2021 ໄປຈົນຮອດເດືອນເມສາ 2022.
ມະຕິດັ່ງກ່າວມີຂຶ້ນໃນກອງປະຊຸມສຸກເສີນ ເຊິ່ງຈັດຂຶ້ນໃນວັນທີ 12 ເມສາ ແລະ ຖືເປັນກອງປະຊຸມຮອບທີ 2 ຫລັງຈາກໂອເປັກບວກໄດ້ຈັດກອງປະຊຸມເບື້ອງຕົ້ນໃນວັນທີ 9 ເມສາຜ່ານມາ ໂດຍໃນກອງປະຊຸມດັ່ງກ່າວ ໄດ້ຂໍ້ຕົກລົງຈະຫລຸດກຳລັງການຜະລິດນ້ຳມັນ 10 ລ້ານບາເຣລຕໍ່ວັນໃນເດືອນພຶດສະພາ-ມິຖຸນາ ແຕ່ເນື່ອງຈາກໃນຂະນະນັ້ນ ເມັກຊິກປະຕິເສດຈະປະຕິບັດຕາມຂໍ້ຮຽກຮ້ອງຂອງໂອເປັກບວກທີ່ຕ້ອງການໃຫ້ເມັກຊິກຫລຸດກຳລັງການຜະລິດ 400.000 ບາເຣລຕໍ່ວັນ.
ເຖິງຢ່າງໃດກໍດີ, ພາຍໃຕ້ຂໍ້ຕົກລົງໃໝ່ນີ້ ເມັກຊິກຍິນຍອມຈະຫລຸດກຳລັງການຜະລິດ 100.000 ບາເຣລຕໍ່ວັນ.
ທັງນີ້ ກອງປະຊຸມຫລຸດກຳລັງການຜະລິດຂອງກຸ່ມໂອເປັກບວກມີເປົ້າໝາຍຈະສະກັດການຫລຸດລົງຂອງລາຄານ້ຳມັນ ຫລັງຈາກລາຄານ້ຳມັນໄດ້ຫລຸດລົງຕາມອຸປະສົງນ້ຳມັນທີ່ຫລຸດລົງທົ່ວໂລກ ເນື່ອງຈາກຜົນກະທົບຂອງການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19.