ລະວັງ! ພະຍາດໂຄວິດ-19 ສາມາດມີອາຍຸຢູ່ໃນນໍ້າໄດ້ເຖິງ 4-10 ວັນ

- p0 1 - ລະວັງ! ພະຍາດໂຄວິດ-19 ສາມາດມີອາຍຸຢູ່ໃນນໍ້າໄດ້ເຖິງ 4-10 ວັນ
- kitchen vibe - ລະວັງ! ພະຍາດໂຄວິດ-19 ສາມາດມີອາຍຸຢູ່ໃນນໍ້າໄດ້ເຖິງ 4-10 ວັນ

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ໄດ້ອອກມາເຕືອນວ່າ: ໃຫ້ມີຄວາມລະມັດລະວັງໃນການຫຼິ້ນນໍ້າ, ຍ້ອນອາດມີເຊື້ອພະຍາດໂຄວິດປົນເປື້ອນມານໍານໍ້າ,ເປັນຕົ້ນເວລາຫົດນໍ້າກັນກໍ່ໃຫ້ເກີດມີການໃກ້ຊິດກັນ ແລະ ມີການເວົ້າ, ໄອ,ຈາມ ເຊິ່ງອາດເຮັດໃຫ້ເຊຶ້ອຕົກຢູ່ນໍ້າ ແລະ ມີອາຍຸຢູ່ໃນນໍ້າໄດ້ຫລາຍເຖິງ 4-10ມື້. ຍ້ອນປັດຈຸບັນພະຍາດດັ່ງກ່າວຍັງມີການລະບາດໃນວົງ ກ້ວາງ ແລະ ອາດມີຄວາມສຽ່ງສູງພາໃຫ້ເກີດການຕິດເຊື້ອໄດ້ງາ່ຍໃນເວລາຫົດສົງນໍ້າຊຶ່ງກັນ ແລະ ກັນ.

ດັ່ງນັ້ນຄະນະສະເພາະກິດຈິ່ງຂໍເຕືອນໃຫ້ສັງຄົມມີຄວາມລະມັດລະວັງໃນການຫລີ້ນນໍ້າໃນໂອກາດປີໃຫມ່ລາວນີ້, ຊຶ່ງພວກເຮົາເຄີຍປະຕິບັດກັນມານັ້ນໃຫ້ຢຸດຕິເສຍກອ່ນເພື່ອຄວາມປອດໄພຂອງທັງຫມົດພວເຮົາ ແລະ ໃຫ້ເຂົ້າໃຈວ່າ: ການວາງມາດຕະການຕ່າງໆຜ່ານມາຫລາຍຢ່າງນັ້ນ ແມ່ນເພື່ອຫຼຸດຜ່ອນ ແລະ ຢັບຢັ້ງ ການລະບາດແຜ່ລາມຂອງພະຍາດ, ແຕ່ວ່າໃນບາງເຂດ, ບາງພາກສ່ວນ ແລະ ບາງຄົນ ຍັງຖືເບົາ ບໍ່ເຫັນຄວາມສຳຄັນ ໃນການຈັດຕັ້ງປະຕິບັດ, ໂດຍສະເພາະ ການຈຳກັດບໍລິເວນ ເມື່ອເປັນຜູ້ສຳຜັດໃກ້ຊິດຜູ້ຕິດເຊື້ອ ຫຼື ເດີນທາງມາແຕ່ເຂດລະບາດ. ສະນັ້ນ ມັນເຮັດໃຫ້ສະພາບການລະບາດ ແມ່ນມີການຂະຫຍາຍອອກສູ່ວົງກວ້າງ.

- Visit Laos Visit SALANA BOUTIQUE HOTEL - ລະວັງ! ພະຍາດໂຄວິດ-19 ສາມາດມີອາຍຸຢູ່ໃນນໍ້າໄດ້ເຖິງ 4-10 ວັນ
- Visit Laos Visit SALANA BOUTIQUE HOTEL - ລະວັງ! ພະຍາດໂຄວິດ-19 ສາມາດມີອາຍຸຢູ່ໃນນໍ້າໄດ້ເຖິງ 4-10 ວັນ

ບົດຮຽນຖອດຖອນໄດ້ ຈາກການຕິດເຊື້ອ ຂອງກໍລະນີທຳອິດ ມາເຖິງປະຈຸບັນແມ່ນ: ຜູ້ທີ່ໄດ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ໄດ້ແນະນໍາໃຫ້ຈໍາກັດບໍລິເວນຕົນເອງ ຕິດຕາມອາການ ແລະ ລາຍງານຕໍ່ແພດ, ປະຈຸບັນ ເຮົາໄດ້ ຈັດສັນສະຖານທີ່ ໃຫ້ມາຈຳກັດບໍລິເວນ ຢູ່ກັບໂຮງໝໍເລີຍ ແລະ ຍັງຈຳນວນໜຶ່ງ ມີຄອບຄົວຊ່ວຍຕິດຕາມ ຢ່າງໃກ້ຊິດຢູ່ເຮືອນຂອງຕົນເອງ. ແຕ່ຜູ້ທີ່ຖືກສົງໄສ ໃຫ້ຈຳກັດບໍລິເວນຕົນເອງຢູ່ເຮືອນ, ຍັງຖືເບົາບໍ່ປະຕິບັດຕາມຄໍາແນະນໍາຢ່າງເຄັ່ງຄັດ ເຊັ່ນວ່າ: ຍັງອອກໄປພົບປະຊຸມແຊວກັບໝູ່ເພື່ອນ ແລະ ໃຊ້ຊິວິດເປັນປົກກະຕິ ຈຶ່ງມີການແຜ່ເຊື້ອໃສ່ຄົນອື່ນ.ດັ່ງນັ້ນພວກເຮົາຕ້ອງເຂົ້າໃຈນຳກັນວ່າ: ການຈຳກັດບໍລິເວນຕົນເອງກໍ່ເພື່ອຈໍາກັດພະຍາດບໍ່ໃຫ້ແຜ່ລາມອອກສູ່ວົງກວ້າງ, ຖ້າທ່ານໃດຫາກເດີນທາງມາແຕ່ຕ່າງປະເທດ ແລະ ໃກ້ຊິດກັບຜູ້ຕິດເຊື້ອ ແມ່ນໃຫ້ຮີບຮ້ອນຈໍາກັດບໍລິເວນຕົນເອງຢູ່ເຮືອນຫຼືທີ່ພັກເຊົາ, ພ້ອມທັງຕິດຕາມອາການຕົນເອງ ໃຫ້ສາຍດ່ວນ 166 ແລະ ບອກຂໍ້ມູນທີ່ເປັນຄວາມຈິງ ແພດໝໍກໍຈະຊ່ວຍໃຫ້ພວກເຮົາສາມາດຈຳກັດການແຜ່ລະບາດຂອງພະຍາດນີ້ໃຫ້ຫລຸດລົງໄດ້.

ດັ່ງນັ້ນໃນໂອກາດບຸນປີໃໝ່ລາວນີ້ ແມ່ນຈໍຮຽກຮ້ອງໃຫ້ທຸກໆຄົນ ເອົາໃຈໃສ່ຮ່ວມມືທີ່ສຸດ ໃນການຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 06/ ນຍ ທີ່ໄດ້ເນັ້ນໜັກ, ຈຳກັດການເດີນທາງ, ຈຳກັດການອອກເຮືອນ ຖ້າບໍ່ມີຄວາມຈຳເປັນແທ້, ໃຫ້ມີການຮັກສາໄລຍະຫ່າງ, ຫຼີກລ້ຽງ ງານຊຸມແຊວເປັນກຸ່ມ, ການປະກອບວຽກງານ ທາງສາດສະໜາກໍ່ຄວນປະຕິບັດ ແບບ ບໍ່ມີການລວມກຸ່ມໃຫຍ່ແລະ ຢຸດຕິການຫົດສົງກັນແບບເປັນພຶງເປັນແພນັ້ນແມ່ນຈະເປັນການດີທີ່ສຸດ.

- 4 - ລະວັງ! ພະຍາດໂຄວິດ-19 ສາມາດມີອາຍຸຢູ່ໃນນໍ້າໄດ້ເຖິງ 4-10 ວັນ
- 3 - ລະວັງ! ພະຍາດໂຄວິດ-19 ສາມາດມີອາຍຸຢູ່ໃນນໍ້າໄດ້ເຖິງ 4-10 ວັນ
- 5 - ລະວັງ! ພະຍາດໂຄວິດ-19 ສາມາດມີອາຍຸຢູ່ໃນນໍ້າໄດ້ເຖິງ 4-10 ວັນ
  • 1097 Posts
  • 0 Comments
iLike/LPN/20