ທ່ານ ທຣຳ ສັ່ງໂຈະເງິນອຸດໜູນ ອົງການອະນາໄມໂລກ
ປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ປະກາດໂຈະເງິນອຸດໜູນອົງການອະນາໄມໂລກ 1 ອາທິດຫລັງຈາກຜູ້ນຳອາເມລິກາວິຈານການເຮັດວຽກຂອງອົງການດ້ານສາທາລະນະສຸກສາກົນວ່າລົ້ມເຫລວໃນການຮັບມືການລະບາດຂອງໂຄວິດ-19 ຕາມລາຍງານຂອງ CNN ແລະ NBC.
ຜູ້ນຳອາເມລິກາກ່າວໃນວັນທີ 7 ເມສາວ່າ: ທ່ານ ແລະ ຄະນະ ໄດ້ພິຈາລະນາການໂຈະເງິນຊ່ວຍເຫລືອນີ້ ຫລັງຈາກບົດບາດຂອງອົງການອະນາໄມໂລກທີ່ບໍລິຫານຜິດພາດ ແລະ ປົກປິດຂໍ້ມູນການແຜ່ລະບາດຂອງໂຄວິດ-19 ແຕ່ຍັງບໍ່ສາມາດລະບຸໄດ້ວ່າ: ປະທານາທິບໍດີ ທຣຳ ຈະໃຊ້ວິທີໃດໃນການໂຈະເງິນຊ່ວຍເຫລືອອົງການອະນາໄມໂລກ ເຊິ່ງເປັນເງິນອຸດໜູນທີ່ດຳເນີນການຜ່ານຄອງເກຣດ.
ການປະກາດຕັດການຊ່ວຍເຫລືອກັບອົງການອະນາໄມໂລກ ມີຂຶ້ນທ່າມກາງສະຖານະການການລະບາດຂອງໂຄໂຣນາໄວຣັສສາຍພັນໃໝ່ ເຊິ່ງຜູ້ນຳອາເມລິກາຖືກຕັ້ງຄຳຖາມເຖິງການຮັບມືການລະບາດຂອງໂຄວິດ-19 ໃນປະເທດທີ່ບໍ່ພຽງພໍ ແລະ ເມີນເສີຍຕໍ່ຄຳເຕືອນຈາກຄະນະໃນທຳນຽບຂາວໃນການຄວບຄຸມການລະບາດຂອງໂຄວິດ-19 ແຕ່ຜ່ານມາ ຜູ້ນຳອາເມລິກາຫັນມາກ່າວໂທດໜ່ວຍງານອື່ນໆ ໂດຍສະເພາະອົງການອະນາໄມໂລກ ແລະ ສື່ມວນຊົນແທນ.
ທັງນີ້ ອາເມລິກາໃຫ້ເງິນອຸດໜູນອົງການອະນາໄມໂລກປະມານ 400-500 ລ້ານໂດລາຕໍ່ປີ ຕາມຂໍ້ມູນຂອງຜູ້ນຳອາເມລິກາ. ຂະນະທີ່ຈີນໃຫ້ເງິນອຸດໜູນອົງການອະນາໄມໂລກປະມານ 40 ລ້ານໂດລາຕໍ່ປີ.