ຫວຽດນາມຕິດຕັ້ງຕູ້ ATM ບໍລິການຖອນເຂົ້າສານໃຫ້ປະຊາຊົນ ໃນທ່າມກາງ ໂຄວິດ-19 ລະບາດ
ໂດຍ: ລູກເມືອງພວນ
ແຫຼ່ງຂ່າວຈາກ VTV. VN, ວັນທີ 12 ເມສານີ້ ໃຫ້ຮູ້ວ່າ, ໃນທ່າມກາງທີ່ທົ່ວໂລກກຳລັງຕໍ່ສູ້ກັບການລະບາດຂອງເຊື້ອໄວຣັດໂຄວິດ-19 ຢູ່ໃນຂະນະນີ້, ຫວຽດນາມກໍແມ່ນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຢ່າງໜັກຈາກເຊື້ອໄວຣັດດັ່ງກ່າວ, ຊຶ່ງປັດຈຸບັນຫວຽດນາມມີຜູ້ຕິດເຊື້ອທັງໝົດ 265 ກໍລະນີ, ບໍ່ທັນມີຜູ້ເສຍຊີວິດ ແຕ່ຫາກຍັງປິ່ນປົວດີອີກຊໍ້າ 144 ຄົນແລ້ວ.
ເພື່ອປ້ອງກັນ, ຕ້ານ ແລະ ສະກັດກັ້ນບໍ່ໃຫ້ເຊື້ອໄວຣັດດັ່ງກ່າວແຜ່ລາມອອກໄປເປັນວົງກວ້າງກວ່ານີ້, ລັດຖະບານຫວຽດນາມໄດ້ໃຊ້ມາດຕະການປິດບ້ານ, ປິດເມືອງ, ປິດແຂວງ, ຫ້າມປະຊາຊົນອອກຈາກບ້ານໄປບ່ອນຊຸມຊົນແອອັດ ເປັນຕົ້ນແມ່ນຕະຫຼາດ, ສະຖານບັນເທີງ, ຫ້າງຊັບພະສິນຄ້າ, ສູນກາງການຄ້າ…ປະຊາຊົນຈຶ່ງມີຄວາມຝືດເຄືອງໃນການດຳລົງຊີວິດ.
ເພື່ອແກ້ໄຂຄວາມຫຍຸ້ງຍາກດັ່ງກ່າວໃຫ້ປະຊາຊົນ , ລັດຖະບານຫວຽດນາມໄດ້ຕິດຕັ້ງຕູ້ ATM ບໍລິການຖອນເຂົ້າສານຢູ່ໃກ້ບ້ານໃຫ້ປະຊາຊົນຄົວເຮືອນທີ່ທຸກຍາກໂດຍບໍ່ເສຍຄ່າ, ຊື່ງສາມາດຖອນໄດ້ແຕ່ເວລາ 7ໂມງ ຫາ 17 ໂມງແຕ່ລະວັນ, ຈະບໍລິການຈົນເຖິງວັນທີ 30 ເມສານີ້, ຊຶ່ງຄາດວ່າຈະມີເຂົ້າສານບໍລິການທັງໝົົດປະມານ 10 ໂຕນ, ຢູ່ບາງຄຸ້ມໃນຕົວເມືອງນະຄອນຫຼວງຮ່າ