ປະເທດອາຊຽນບວກສາມ ພ້ອມໃຫ້ການຊ່ວຍເຫລືອປະເທດອາຊຽນໃນການຮັບມືກັບພະຍາດໂຄວິດ-19

- 87 1 - ປະເທດອາຊຽນບວກສາມ ພ້ອມໃຫ້ການຊ່ວຍເຫລືອປະເທດອາຊຽນໃນການຮັບມືກັບພະຍາດໂຄວິດ-19
- kitchen vibe - ປະເທດອາຊຽນບວກສາມ ພ້ອມໃຫ້ການຊ່ວຍເຫລືອປະເທດອາຊຽນໃນການຮັບມືກັບພະຍາດໂຄວິດ-19

ບັນດາຜູ້ນໍາປະເທດອາຊຽນບວກສາມ ມີ ສປ.ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມທີ່ຈະໃຫ້ ການສະໜັບສະໜູນ ແລະ ຊ່ວຍເຫລືອ ບໍ່ວ່າຈະເປັນມາດຕະການໃນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ມາດຕະການໃນການປິ່ນປົວຄົນເຈັບ, ການສະໜອງອຸປະກອນການແພດ, ລວມທັງການໜອງວັກແຊັງ ກໍຄືຢາປົວຜູ້ຕິດເຊື້ອພະຍາດໂຄວິດ-19 ແກ່ບັນດາປະເທດສະມາຊິກອາຊຽນ.

ການຕົກລົງທີ່ຈະໃຫ້ການສະຫນັບສະຫນູນດັ່ງກ່າວ, ແມ່ນໃນ ກອງປະຊຸມສຸດຍອດທາງໄກ (Video Conference) ສະ ໄໝພິເສດ ຜູ້ນຳອາຊຽນບວກສາມ ກ່ຽວກັບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ໃນຕອນແລງວັນທີ 14 ເມສານີ້.

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດຖະແຫລງໃຫ້ຮູ່ວ່າ: ທຸກປະເທດອາຊຽນ ກໍຄື ປະເທດອາຊຽນບວກສາມ ມີຄວາມຕັດສິນໃຈສູງທີ່ຈະຮ່ວມມືກັນໃນທຸກດ້ານເພື່ອແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19. ການຮ່ວມມືກັນ ບໍ່ແມ່ນສະເພາະແຕ່ໃນໄລຍະສະກັດກັ້ນ ຫລື ຕ້ານການແຜ່ລະບາດເທົ່ານັ້ນ, ແຕ່ບັນດາຜູ້ນຳໄດ້ຕັດສິນໃຈວ່າ ພາຍຫລັງສິ້ນສຸດການແຜ່ລະບາດພະຍາດດັ່ງກ່າວແລ້ວ ຍັງຈະໄດ້ສືບຕໍ່ຮ່ວມມືກັນແກ້ໄຂບັນຫາທາງດ້້ານເສດຖະກິດ ແລະ ບັນຫາທາງສັງຄົມນຳອີກ.

ໃນຂະດຽວກັນ, ປະເທດອາຊຽນບວກສາມ ກໍຍິນດີໃຫ້ປະເທດສະມາຊິກອາຊຽນ ສາມາດເຂົ້າເຖິງກອງທຶນສະສົມ (Trust Fund) ຂອງຕົນ ຢູ່ບັນດາສະຖາບັນການເງິນສາກົນຕ່າງໆ ເປັນຕົ້ນທະນາຄານພັດທະນາອາຊີ, ທະນາຄານໂລກ ແລະ ອື່ນໆ.

- 3 - ປະເທດອາຊຽນບວກສາມ ພ້ອມໃຫ້ການຊ່ວຍເຫລືອປະເທດອາຊຽນໃນການຮັບມືກັບພະຍາດໂຄວິດ-19
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!