7 ເຕັກນິກປ່ຽນໂຕເອງໃຫ້ມີສະເໜ່ຂຶ້ນ
June 12, 2017 - 10:28 AM


- ນຸ່ງເສື້ອເປີດບ່າໄຫລ່ : ປະຕິເສດບໍ່ໄດ້ເລີຍວ່າເສື້ອຫລືຊຸດທີ່ເປີດບ່າໄຫລ່ ຫລື ໂຊບ່າໄຫລ່ໜ້ອຍໜຶ່ງນັ້ນສາມາດເຮັດໃຫ້ແມ່ ຍິງເຮົາເບິ່ງມີສະເໜ່ຂຶ້ນໄດ້, ແຕ່ບໍ່ຕ້ອງເປີດຫລາຍ ຫລື ໂຊຫລາຍຈົນເກີນໄປ ເພາະຈະເບິ່ງບໍ່ງາມ ແລະ ບໍ່ໜ້າຄົ້ນຫາ.
- ໃສ່ຕຸ້ມຫູ : ບໍ່ວ່າຈະແຕ່ງໂຕຮູບແບບໃດ ຖ້າຫາກທ່ານລອງໃສ່ຕຸ້ມຫູເຂົ້າໄປຈັກຄູ່ ແລ້ວໃຫ້ມັນຢ່ອນລົງມາກາຍຕິ່ງຫູໜ້ອຍໜຶ່ງ ຈະຊ່ວຍເສີມສະເໜ່ໃຫ້ທ່ານໄດ້ຫລາຍຂຶ້ນ ທັງຍັງເຮັດໃຫ້ໃບໜ້າມີຄວາມໜ້າສົນໃຈຫລາຍຂຶ້ນ.
- ນຸ່ງສົ້ງຢີນພໍດີກັບໂຕ : ບໍ່ຕ້ອງເຖິງຂັ້ນຮັດຈົນແໜ້ນ, ແຕ່ລອງເລືອກສົ້ງຍີນທີ່ພໍດີກັບໂຕເຮົາໃຫ້ຮັດກະໂພກພໍດີ ເພື່ອຕື່ມຄວາມມີສະເໜ່ໃຫ້ໜ້າສົນໃຈ.
- ດັດຜົມ ຫລື ລອນຜົມ : ບໍ່ຮູ້ວ່າເປັນຫຍັງຜົມທີ່ກູດງໍເປັນລອນຈຶ່ງເຮັດໃຫ້ແມ່ຍິງເບິ່ງໜ້າສົນໃຈ ແລະ ມີແຮງດຶງດູຫລາຍກ່ວາຜົມຢຽດຊື່, ແຕ່ມັນເປັນແນວນັ້ນແທ້ໆ ທັງນີ້ການດັດຜົມຍັງເຮັດໃຫ້ແມ່ຍິງເບິ່ງມີສະເໜ່ຂຶ້ນນຳ.
- ນຸ່ງຊຸດກະໂປ່ງສັ້ນ ແລະ ຮັດສາຍແອວ : ລອງຫາຊຸດກະໂປ່ງສັ້ນກາຍຫົວເຂົ່າຂຶ້ນມາໜ້ອຍໜຶ່ງມານຸ່ງ ຈາກນັ້ນກໍຮັດສາຍ ແອວເສັ້ນໃຫຍ່ໆເພື່ອເນັ້ນໃຫ້ເຫັນຄວາມໜ້າສົນໃຈ ຈະເຮັດໃຫ້ຮູບຮ່າງຂອງທ່ານງາມສົມສ່ວນ ແລະ ມີສະເໜ່ຫລາຍຂຶ້ນ.
- ສີດຳຊະນະເລີດ : ສີດຳເປັນສີທີ່ໜ້າຄົ້ນຫາ ແລະ ມັນເຮັດໃຫ້ແມ່ຍິງເບິ່ງມີສະເໜ່ຫລາຍຂຶ້ນຈະແຈ້ງ ບໍ່ວ່າທ່ານຈະເປັນຄົນຜິວສີໃດກໍຕາມ ສີດຳຈະເຮັດໃຫ້ທ່ານໂດດເດັ່ນຂຶ້ນມາໄດ້ບໍ່ຕ່າງກັນ, ແຕ່ເລື່ອງຮູບແບບຂອງເຄື່ອງນຸ່ງກໍມີສ່ວນບໍ່ໜ້ອຍໄປກ່ວາສີ ດັ່ງນັ້ນ ທັງສີທັງຮູບແບບຕ້ອງເຂົ້າກັນໄດ້ຈຶ່ງຈະເບິ່ງມີສະເໜ່ຫລາຍຂຶ້ນຕື່ມ.
- ເຊື່ອໝັ້ນໃນໂຕເອງ : ຫາກທ່ານແຕ່ງໂຕໃຫ້ມີສະເໜ່, ແຕ່ບໍ່ໝັ້ນໃຈໃນໂຕເອງ ບຸກຄະລິກກໍຈະເບິ່ງຂັດກັບການແຕ່ງໂຕແນ່ນອນ ແລະ ທ່ານກໍຈະບໍ່ມີຄວາມໜ້າສົນໃຈຫລົງເຫລືອຢູ່. ດັ່ງນັ້ນ, ບຸກຄະລິກ ແລະ ຄວາມເຊື່ອໝັ້ນໃນໂຕເອງຈຶ່ງເປັນເລື່ອງສຳຄັນບໍ່ໜ້ອຍໄປກ່ວາກັນ.
ແນວໃດກໍຕາມ, ທ່ານຄວນລະມັດລະວັງເລື່ອງການນຸ່ງເຄື່ອງທີ່ຫລົມ, ຮັດ ຫລື ສັ້ນຈົນເກີນໄປນຳ ເພື່ອໃຫ້ທ່ານບໍ່ພາດເປີດ ຫລື ໂຊພາກສ່ວນທີ່ບໍ່ເໝາະສົມແລ້ວເບິ່ງໂປ້ຈົນເກີນໄປອອກມາ ເຊິ່ງຈະເຮັດໃຫ້ຄວາມໜ້າສົນໃຈບໍ່ມີ ແລະ ກາຍເປັນບຸກຄະລິກທີ່ບໍ່ເປັນຕາເບິ່ງໄປເລີຍກໍເປັນໄດ້.