ເຊົ້າມື້ນີ້ 17/04 ບໍ່ມີຜູ້ຕິດເຊື້ອ ໂຄວິດໃນຫວຽດນາມ
April 17, 2020 - 10:41 AM

ຕອນເຊົ້າມື້ນີ້ ວັນທີ 17 ເມສາ 2020 ເວລາ 6 ໂມງ, ກະຊວງສາທາລະນະສູກ ຫວຽດນາມປະກາດວ່າ ມີພຽງ 91 ຄົນທີ່ກຳລັງນອນປິ່ນປົວຢູ່ໂຮງໝໍ ແລະ ມີ 177 ຄົນທີ່ປິ່ນປົວດີແລ້ວ.
ໝາຍຄວາມວ່າ ຕະຫຼອດ 24 ຊົ່ວໂມງທີ່ຜ່ານມາ ແມ່ນບໍ່ມີຜູ້ຕິດເຊື້ອລາຍໃໝ່, 6 ໃນຈຳນວນຜູ້ຕິດເຊື້ອທັງໝົດ 268 ຄົນໄດ້ຮັບການປິ່ນປົວດີ.
ຄາດວ່າມື້ນີ້, ຈະມີ 14 ຄົນອີກໄດ້ຮັບການປິ່ນປົວດີ ແລະ ຈະໄດ້ອອກຈາກໂຮງໝໍ ພະຍາດເຂດຮ້ອນສູນກາງ.
ຈຳນວນຜູ້ທີ່ກຳລັງນອນປິ່ນປົວຢູ່ນັ້ນ ກໍມີອາການສຸຂະພາບດີຂຶ້ນ. ມີ 14 ຄົນກວດຫາເຊື້ອເທື່ອທີໜຶ່ງເປັນຜົນລົບ, 19 ຄົນກວດຫາເຊື້ອເທື່ອທີສອງເປັນຜົນລົບ.
ເວລານີ້ມີຜູ້ປ່ວຍໜັກພຽງແຕ່ 3 ຄົນ ຊຶ່ງລ້ວນແຕ່ເປັນຜູ້ອາຍຸສູງແລ້ວ, ຄື ອາຍຸ 64 ປີ ແລະ 88 ປີ ແລະ 43 ປີ ແຕ່ສຸຂະພາຍກໍຄ່ອຍດີຂຶ້ນຕາມລຳດັບ.