WHO ສະແດງຄວາມເສຍໃຈທີ່ອາເມລິກາຢຸດຕິການໃຫ້ເງິນອຸດໜູນແກ່ອົງການຕົນຊົ່ວຄາວ
ກ່ຽວກັບເລື່ອງທີ່ອາເມລິກາຢຸດຕິການໃຫ້ເງິນອຸດໜູນແກ່ອົງການອະນາໄມໂລກ ຫຼື WHO ເປັນການຊົ່ວຄາວ, ໃນວັນທີ 15 ເມສານີ້, ທ່ານ ເຕໂດຣສ໌ ອັດຮາໂນມ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກກ່າວສະແດງຄວາມເສຍໃຈວ່າ: ອົງການ WHO ຈະປະເມີນຜົນໂຄງການທີ່ກ່ຽວຂ້ອງກັບການຊ່ວຍເຫຼືອຈາກອາເມຣິກາ,ພ້ອມທັງຈະຄົ້ນຄວ້າປຶກສາຫາລືກັບຄູ່ຮ່ວມມືກ່ຽວກັບການຈະແກ້ໄຂບັນຫາການຂາດເຂີນງົບປະມານແນວໃດ.
ທ່ານກ່າວວ່າ: WHO ບໍ່ພຽງແຕ່ໄດ້ສຸມທຸກກຳລັງຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ເທົ່ານັ້ນ,ພ້ອມທັງຍັງໄດ້ສຸມທຸກກຳລັງໃນການແກ້ໄຂພະຍາດຕ່າງໆອື່ນອີກເຊັ່ນ: ໝາກແດງ,ໄຂ້ຍຸງ,ອີໂບລາ,ເອດ,ມະເຮັງແລະພະຍາດອື່ນໆ. ຜ່ານມາອົງການWHOໄດ້ສຸມທຸກຄວາມພະຍາຍາມເຂົ້າໃນວຽກງານສາທາລະນະສຸກ,ໃຫ້ບໍລິການແກ່ ມວນມະນຸດ,ປະຕິບັດຕໍ່ປະເທດທັງຫຼາຍຢ່າງສະເໝີພາບກັນ,ເຊິ່ງບໍ່ວ່າສະພາບເສດຖະກິດຫຼືປະຊາກອນຂອງບັນດາປະເທດເຫຼົ່ານັ້ນເປັນຄືແນວໃດ. ທ່ານເຕໂດຣສ໌ ອັດຮາໂນມ ເກເບຣເຢຊຸສ ກ່າວເນັ້ນຕື່ມວ່າ:ປັດຈຸບັນແມ່ນໄລຍະທີ່ຕ້ອງສາມັກຄີແລະຮ່ວມແຮງຮ່ວມໃຈກັນໃນການຮັບມືກັບໄພຂົ່ມຂູ່ຈາກພະຍາດໂຄວິດ-19,ຖ້າບໍ່ດັ່ງນັ້ນເຊື້ອພະຍາດຈະສວຍໃຊ້ຄວາມບໍ່ສາມັກຄີກັນລະຫວ່າງບັນດາປະເທດເພື່ອມາທຳລາຍພວກເຮົາກໍເປັນໄດ້.