ຫລັງລ້າງມືໃຊ້ເຈ້ຍເຊັດໃຫ້ແຫ້ງຊ່ວຍຈຳກັດ ເຊື້ອໂຣກໄດ້ດີກວ່າເປົ່າລົມຮ້ອນ

- 182 - ຫລັງລ້າງມືໃຊ້ເຈ້ຍເຊັດໃຫ້ແຫ້ງຊ່ວຍຈຳກັດ ເຊື້ອໂຣກໄດ້ດີກວ່າເປົ່າລົມຮ້ອນ
- kitchen vibe - ຫລັງລ້າງມືໃຊ້ເຈ້ຍເຊັດໃຫ້ແຫ້ງຊ່ວຍຈຳກັດ ເຊື້ອໂຣກໄດ້ດີກວ່າເປົ່າລົມຮ້ອນ

ຫລັກການສຳຄັນໃນການຮັກສາສຸຂະພາບອະນາໄມລະຫວ່າງທີ່ໂຣກທາງເດີນຫາຍໃຈໂຄວິດ-19 ກຳລັງແຜ່ລະບາດ ຄືການລ້າງມືດ້ວຍສະບູໃຫ້ສະອາດເລື້ອຍໆໃນແຕ່ລະມື້ ເຊິ່ງຫລັງຈາກລ້າງແລ້ວ ຜູ້ຄົນອາດໃຊ້ຜ້າເຊັດ, ເຈ້ຍອະນາໄມ ຫລື ເຄື່ອງເປົ່າລົມຮ້ອນ ເຮັດໃຫ້ມືແຫ້ງ, ແຕ່ວິທີໃດຈະຊ່ວຍໃຫ້ພວກເຮົາກຳຈັດເຊື້ອໂຣກ ໂດຍສະເພາະໄວຣັສໂຄໂຣນາສາຍພັນໃໝ່ໄດ້ດີທີ່ສຸດ ?

ການວິໄຈທີ່ເຮັດ ແລະ ເຜີຍແຜ່ໂດຍມະຫາວິທະຍາໄລລີດຂອງສະຫະຣາຊະອານາຈັກໃນວັນທີ 17 ເມສາ ຊີ້ວ່າ: ການໃຊ້ເຈ້ຍອະນາໄມເຊັດມືໃຫ້ແຫ້ງແລ້ວຖິ້ມໃຫ້ເປັນທີ່ເປັນທາງ ເປັນວິທີການດີທີ່ສຸດໃນການປ້ອງກັນເຊື້ອໂຄວິດ-19 ແຜ່ກະຈາຍ ທັງຍັງຊ່ວຍກຳຈັດເຊື້ອໄວຣັສ ແລະ ຈຸລະຊີບທີ່ຍັງຫລົງເຫລືອຢູ່ຫລັງການລ້າງມືໄດ້ຢ່າງມີປະສິດທິພາບກວ່າ ຖ້າກ່ອນໜ້ານັ້ນລ້າງມືມາບໍ່ສະອາດ.

- Visit Laos Visit SALANA BOUTIQUE HOTEL - ຫລັງລ້າງມືໃຊ້ເຈ້ຍເຊັດໃຫ້ແຫ້ງຊ່ວຍຈຳກັດ ເຊື້ອໂຣກໄດ້ດີກວ່າເປົ່າລົມຮ້ອນ

ມີການທົດລອງໃຊ້ເຊື້ອໄວຣັສຈຳພວກແບກທີຣິໂອເຟລ (Bacteriophage) ເຊິ່ງເປັນໄວຣັສທີ່ເຮັດໃຫ້ເກີດການຕິດເຊື້ອໃນແບກທີເຣຍ ແຕ່ບໍ່ເປັນອັນຕະລາຍຕໍ່ມະນຸດ ມາສຳຜັດປົນເປື້ອນທີ່ຜິວມືຂອງອາສາສະໝັກ 4 ຄົນ ຂະນະເຂົ້າໃຊ້ຫ້ອງນ້ຳສາທາລະນະໃນໂຮງໝໍ.

ຫລັງຈາກນັ້ນອາສາສະໝັກຈະເຮັດໃຫ້ມືຂອງຕົນແຫ້ງ ໂດຍເລືອກໃຊ້ເຈ້ຍອະນາໄມເຊັດມື ຫລື ໃຊ້ເຄື່ອງເປົ່າລົມຮ້ອນຢ່າງໃດຢ່າງໜຶ່ງ ກ່ອນຈະອອກມາຈາກຫ້ອງນ້ຳ.

ທີມຜູ້ວິໄຈໄດ້ຕິດຕາມສຶກສາຮ່ອງຮອຍການແຜ່ກະຈາຍເຊື້ອໄວຣັສຈາກມືຂອງອາສາສະໝັກແຕ່ລະຄົນ ຕາມພື້ນຜິວສິ່ງຂອງ ແລະ ບໍລິເວນຕ່າງໆ ທັງຢູ່ນຳລູກບິດເປີດປະຕູ, ຮາວຂັນໄດ, ໂທລະສັບມືຖື ແລະ ຫູຟັງຂອງແພດ.

ຜົນປາກົດວ່າທັງວິທີໃຊ້ເຈ້ຍອະນາໄມເຊັດມື ແລະ ໃຊ້ເຄື່ອງເປົ່າລົມຮ້ອນ ລ້ວນຊ່ວຍຫລຸດການປົນເປື້ອນບົນຜິວມື ແລະ ຫລຸດການແຜ່ກະຈາຍເຊື້ອສູ່ສິ່ງແວດລ້ອມໄດ້, ແຕ່ຈາກພື້ນຜິວທີ່ກວດສອບ 10 ຈຸດໃນ 11 ຈຸດ ພົບວ່າອາສາສະໝັກທີ່ໃຊ້ເຄື່ອງເປົ່າລົມຮ້ອນປະຖິ້ມຮ່ອງຮອຍການປົນເປື້ອນຂອງເຊື້ອໄວຫລາຍກວ່າ ຄິດເປັນຄ່າສະເລ່ຍສູງກວ່າເຖິງ 10 ເທົ່າ ເມື່ອທຽບໃສ່ຄົນທີ່ໃຊ້ເຈ້ຍເຊັດມື.

ກ່ອນໜ້ານີ້ມີຜົນການວິໄຈຂອງມະຫາວິທະຍາໄລຄອນເນັດທິຄັດຢູ່ອາເມລິກາ ເຊິ່ງຕີພິມໃນວາລະສານ Applied and Environmental Microbiology ໃນປີ 2018 ຊີ້ວ່າ: ເຄື່ອງເປົ່າລົມຮ້ອນບໍ່ເປັນຜົນດີຕໍ່ສຸຂະອະນາໄມ ເພາະອຸປະກອນນີ້ຈະດູດອາກາດທີ່ປົນເປື້ອນເຊື້ອພະຍາດຫລາຍຊະນິດໃນຫ້ອງນ້ຳສາທາລະນະເຂົ້າໄປ ແລະ ເປົ່າເຊື້ອລົງມາໃນມືຂອງຜູ້ໃຊ້ໂດຍກົງ.

ເຖິງວ່າການວິໄຈຂອງມະຫາວິທະຍາໄລລີດຍັງເປັນການສຶກສາເບື້ອງຕົ້ນໃນອາສາສະໝັກກຸ່ມນ້ອຍໆ ແລະ ຍັງບໍ່ໄດ້ຜ່ານການພິຈາລະນາຈາກຜູ້ຊ່ຽວຊານເພື່ອລົງຕີພິມໃນວາລະສານວິຊາການ, ແຕ່ການວິໄຈນີ້ໃຫ້ຂໍ້ສະຫລຸບກົງກັບຄຳແນະນຳຂອງອົງການອະນາໄມໂລກ (WHO ແລະ ສຳນັກງານບໍລິການສຸຂະພາບແຫ່ງຊາດຂອງສະຫະຣາຊະອານາຈັກ (NHS) ກ່ອນໜ້ານີ້ ທີ່ບອກໃຫ້ຄົນທົ່ວໄປໃຊ້ເຈ້ຍອະນາໄມເຊັດມືໃຫ້ແຫ້ງຫລັງຊຳລະລ້າງ ແລະ ນຳມາໃຊ້ຈັບກ໊ອກນ້ຳແທນການສຳຜັດດ້ວຍມືລ້າ ເພື່ອສຸຂະອະນາໄມທີ່ດີຍິ່ງຂຶ້ນ.

- 4 - ຫລັງລ້າງມືໃຊ້ເຈ້ຍເຊັດໃຫ້ແຫ້ງຊ່ວຍຈຳກັດ ເຊື້ອໂຣກໄດ້ດີກວ່າເປົ່າລົມຮ້ອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!