ອົງການອະນາໄມໂລກອາດປ່ຽນຄວາມຄິດເລື່ອງການໃສ່ໜ້າກາກອະນາໄມສຳລັບຄົນທົ່ວໄປ
ເມື່ອວຽກງານວິໄຈໜຶ່ງໃນສະຫະລັດອາເມລິກາ ລະບຸວ່າ : ການໄອ ແລະ ການຈາມສາມາດແຜ່ລະອອງໄປໄດ້ໄກເຖິງ 6 – 8 ແມັດ ເຮັດໃຫ້ອົງການອະນາໄມໂລກຕ້ອງກັບມາປະເມີນວ່າ ຄົນທົ່ວໄປຄວນໃສ່ໜ້າກາກອະນາໄມກັນຫລືບໍ່.
ກ່ອນໜ້ານີ້ອົງການອະນາໄມໂລກແນະນຳວ່າ : ໃຫ້ຢູ່ຫ່າງຈາກຄົນໄອ ຫລື ຈາມ 1 ແມັດ ເພື່ອຫລີກເວັ້ນຄວາມສ່ຽງຕິດເຊື້ອ ໂດຍຄົນທີ່ປ່ວຍ ແລະ ມີອາການຄວນໃສ່ໜ້າກາກອະນາໄມ. ສ່ວນຄົນທົ່ວໄປທີ່ສຸຂະພາບດີບໍ່ຈຳເປັນຕ້ອງໃສ່ໜ້າກາກອະນາໄມ ຍົກເວັ້ນຄົນທີ່ເປັນຜູ້ດູແລຄົນອື່ນທີ່ມີອາການ ແລະ ຍຳ້ວ່າໜ້າກາກອະນາໄມຈະໄດ້ຜົນກໍຕໍ່ເມື່ອໃຊ້ ແລະ ເອົາໄປຖິ້ມຢ່າງຖືກວິທີ ແລະ ກໍຕ້ອງລ້າງມືເປັນປະຈຳຄຽງຄູ່ໄປນຳ.
ທັງອັງກິດ ແລະ ສະຫະລັດອາເມລິກາ ແນະນຳວ່າ ໃຫ້ຖິ້ມໄລຍະຫ່າງກັບຄົນອື່ນຢ່າງໜ້ອຍ 2 ແມັດ ໂດຍຄຳແນະນຳນີ້ອີງຈາກຫລັກຖານວ່າ : ໄວຣັສສາມາດແຜ່ລະບາດຜ່ານລະອອງຂິ້ກະເທີ່, ເຂົ້າໃຈກັນວ່າລະອອງຂອງແຫລວເຫລົ່ານີ້ຈະລະເຫີຍໄປ ຫລື ຕົກລົງພື້ນໃກ້ໆຄົນໄອ ຫລື ຈາມ, ແຕ່ຈາກຜົນວິໄຈເທື່ອໃໝ່ຈາກສະຖາບັນເຕັກໂນໂລຊີແຫ່ງແມສຊາຊູເຊດ ສະຫະລັດອາເມລິກາ (MIT) ທີ່ພົບວ່າ : ການໄອສາມາດພາລະອອງຂອງແຫລວເດີນທາງໄປໄດ້ເຖິງ 6 ແມັດ. ສ່ວນການຈາມພາລະອອງຂອງແຫລວໄປໄດ້ເຖິງ 8 ແມັດ ນັ້ນໝາຍຄວາມວ່າ ການທີ່ແນະນຳໃຫ້ຄົນເຮົາມີໄລຍະຫ່ວາງທາງສັງຄົມ ຫລື social distancing ປະມານ 1 – 2 ແມັດ ອາດຈະບໍ່ພໍ ເພາະເວລາຄົນເຮົາຫາຍໃຈອອກ, ໄອ ຫລື ຈາມ ຈະມີກຸ່ມແກ໊ສທີ່ຫໍ່ຫຸ້ມລະອອງຂອງແຫລວໄວ້ ແລະ ພາມັນເດີນທາງໄປໄດ້ທົ່ວຫ້ອງ.
ດ້ວຍເຫດນີ້ ການໃສ່ໜ້າກາກອະນາໄມຊ່ວຍຈຶ່ງຫລຸດຄວາມສ່ຽງໄດ້ສຳລັບການຢູ່ໃນຫ້ອງທີ່ບໍ່ມີລະບົບການໝູນວຽນອາກາດທີ່ດີ ເຖິງວ່າໜ້າກາກອະນາໄມບາງໆບາງປະເພດບໍ່ສາມາດສະກັດລະອອງຂອງແຫລວບໍ່ໃຫ້ເຂົ້າສູ່ຮ່າງກາຍເຮົາໄດ້, ແຕ່ມັນກໍສາມາດປ່ຽນທິດທາງການເຄື່ອນທີ່ຂອງກຸ່ມແກ໊ສນັ້ນໃຫ້ໄປທາງຂ້າງ ແທນທີ່ຈະມາທາງກົງໄດ້.
ການໃຊ້ໜ້າກາກອະນາໄມເປັນທີ່ນິຍົມໃນຫລາຍປະເທດທົ່ວໂລກ ລວມທັງອາຊີ ເຊິ່ງສ່ວນສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມລິກາ (CDC) ກຳລັງປະເມີນເລື່ອງນີ້ຢູ່.
ຢູ່ອົດສະຕຣາລີ ຕອນນີ້ຕຳຫລວດໃສ່ໜ້າກາກອະນາໄມແລ້ວ ແລະ ຄົນທີ່ຕ້ອງລົມກັບຕຳຫລວດຕ້ອງໃສ່ນຳ ແລະ ກໍມີການບັງຄັບໃຫ້ຄົນໄປຊຸບເປີມາກເກັດໃຊ້ນຳ. ພາບຄົນໃສ່ໜ້າກາກອະນາໄມທີ່ບໍ່ຄ່ອຍເຫັນກັນໃນເອີຣົບກຳລັງປ່ຽນໄປ ແລະ ຄຳແນະນຳໃໝ່ຂອງອົງການອະນາໄມໂລກຈະຍິ່ງປ່ຽນຄວາມຄິດຂອງຄົນໃນປະເທດຕ່າງໆ.