ຈີນຢຸດວິໄຈວັກຊີນ Covid-19 ຍ້ອນບໍ່ມີຜູ້ຕິດເຊື້ອ
ການວິໄຈວັກຊີນ Covid-19 ຫລາຍໜ່ວຍງານຂອງຈີນຕ້ອງຖືກຍົກເລີກ ເນື່ອງຈາກວ່າບໍ່ມີຜູ້ຕິດເຊື້ອທີ່ຈະເຮັດການທົດລອງທາງຄລີນິກຫລັງຈີນຄວບຄຸມການແຜ່ລະບາດໄດ້ແລ້ວ.
ຈົງໜານຊານ ຜູ້ຊ່ຽວຊານດ້ານລະບົບທາງເດີນຫາຍໃຈ ແລະ ຫົວໜ້າທີ່ປຶກສາການຮັບມື Covid-19 ຂອງຈີນເປີດເຜີຍກັບ China Science Daily ວ່າ: ມີການທົດລອງ 45 ຫລອດທີ່ຖືກຍົກເລີກ ຫລື ຖອນຕົວກ່ອນທີ່ຈະສິ້ນສຸດໄລຍະເວລາການລົງທະບຽນທີ່ທາງການກຳນົດໄວ້ໃນຊ່ວງກາງເດືອນເມສານີ້, ໂດຍໃຫ້ເຫດຜົນດຽວກັນວ່າບໍ່ມີຜູ້ຕິດເຊື້ອຮັບການທົດລອງ.
ໃນຈຳນວນງານວິໄຈທີ່ຕ້ອງຍົກເລີກໄປນັ້ນມີ 2 ຫລອດ ທີ່ເຮັດການທົດລອງຢາ remdesivir, ຈາກຂໍ້ມູນໃນເວັບໄຊ clinicaltrials.gov ພົບວ່າ:ງານວິໄຈໃນກຸ່ມຜູ້ຕິດເຊື້ອທີ່ມີອາການບໍ່ຮ້າຍແຮງຕ້ອງລະງັບໄວ້ຊົ່ວຄາວ ແລະ ຍົກເລີກ ເນື່ອງຈາກວ່າບໍ່ມີຜູ້ຕິດເຊື້ອໃຫ້ທົດລອງ. ເຖິງຢ່າງໃດກໍດີ ຍັງມີການເດີນໜ້າທົດລອງຢາ remdesivir ຢ່າງນ້ອຍ 5 ຫລອດທັງໃນສະຫະລັດອາເມລິກາ ແລະ ເອີຣົບທີ່ຍັງມີຜູ້ຕິດເຊື້ອຢູ່.