ຊົມເຊີຍລັດຖະບານ ຕ້ານໂຄວິດຖືກທາງ


ໂດຍ: ລູກເມືອງພວນ
ເຖິງແມ່ນວ່າລັດຖະບານລາວຈະປະກາດປິດປະເທດຊ້າກວ່າຫຼາຍປະເທດໃນ ອາຊຽນກໍຕາມ ແຕ່ລັດຖະບານລາວມີຄວາມເຂັ້ມງວດ, ເດັດຂາດ ໃນການຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ, ລົງວັນທີ 29 ມີນາຜ່ານມາຢ່າງເຄັ່ງຄັດ.
ຄຳສັ່ງດັ່ງກ່າວແມ່ນມີຄວາມໝາຍທາງດ້ານຍຸດທະສາດ, ນະໂຍບາຍລອງລັດຖະບານໃນການຕ້ານໂຄວິດ-19. ຄຳສັ່ງດັ່ງກ່າວເຖິງແມ່ນຈະອອກຊ້າ ແຕ່ກໍອອກຖືກຈຸດເວລາ ສອດຄ່ອງກັບສະຖານະການພາຍໃນປະເທດ ແລະ ມີຄວາມເຂັ້ມຂຸ້ນແຕ່ຫົວທີ. ຊຶ່ງຄວາມເຂັ້ມຂຸ້ນ, ເດັດຂາດ, ເຂັ້ມງວດ ແລະ ເຄັ່ງຄັດນັ້ນສະແດງອອກ:
- ຄຳສັ່ງປິດສະຖາບັນການສຶກສາທຸກລະດັບທັງພາກລັດ ແລະ ເອກະຊົນທົ່ວປະເທດ, ປິດສຳນັກງານ,
- ການຍົກເລີກຈັດກິດຈະກຳຕ່າງໆ ,
- ການຢຸດຕິການຂົນສົ່ງສາທາລະນະ
- ການເຜີນແຜ່ຂໍ້ມຸນໃຫ້ປະຊາຊົນ
- ການເຄື່ອນຍ້າຍຂອງປະຊາຊົນ
ສະຖາບັນດ້ານການສຶກສາ ມະຫາວິທະຍາໄລ ອ໊ອກສຟອດ ປະເທດ ອັງກິດ ໄດ້ເຮັດການສຳຫຼວດກ່ຽວກັບການເຂັ້ມງວດຕໍ່ມາດຕະການສະກັດກັ້ນ ໂຄວິດ-19 ໃນ 122 ພື້ນທີ່ໃນທົ່ວໂລກ. ຜົນປາກົດວ່າປະເທດທີ່ມີມາດຕະການເຂັ້ມງວດທີ່ສຸດໃນບັນດາປະເທດ ອາຊຽນ ໄດ້ແກ່ລາວ ແລະ ຫວຽດນາມ ໄດ້ 100 ຄະແນນເຕັມ.
ນີ້ຄືແນວທາງ ແລະ ນະໂຍບາຍທີ່ຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກ-ລັດຖະບານລາວ. ຈາກແນວທາງ ແລະ ນະໂຍບາຍດັ່ງກ່າວ ລາວເຮົາຈຶ່ງສາມາດສະກັດກັ້ນການແຜ່ລະບາດຢູ່ພາຍໃນປະເທດເຮົາໄວ້ໄດ້ຢ່າງມີປະສິດທິຜົນດັ່ງທີ່ພວກເຮົາຮັບຮູ້ທົ່ວກັນໃນປັດຈຸບັນ. ຕະຫຼອດ 6 ວັນທີ່ຜ່ານມາ ລາວເຮົາບໍ່ພົບຜູ້ຕິດເຊື້ອລາຍໃໝ່ ແມ່ນແຕ່ຄົນດຽວ. ຂ່າວດີອັນນີ້ ເຮັດໃຫ້ປະຊາຊົນລາວມີຄວາມດີອົກດີໃຈເປັນຢ່າງຍິ່ງ ແລະ ກໍຂໍພາວັນນາຢ່າໃຫ້ມີຜູ້ຕິດເຊື້ອຕື່ມອີກ.
ການທີ່ພວກເຮົາສາມາດສະກັດກັ້ນການແຜ່ລະບາດຂອງພະຍາດໄດ້ຄືແນວນີ້ ກ່ອນອື່ນໝົດແມ່ນຍ້ອນມີການນຳພາທີ່ຖືກຕ້ອງທັນການ ແລະ ຖືກທາງ, ຍ້ອນຄວາມເປັນຫ່ວງເປັນໃຍຂອງລັດຖະບານ. ນອກຈາກນີ້ ບໍ່ສາມາດຈະປະຕິເສດໄດ້ປັດໄຈທີ່ສຳຄັນອີກຢ່າງໜຶ່ງກໍຄື ການສະໜັບສະໜູນ ແລະ ການຮ່ວມໄມ້ຮ່ວມມືໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດຄຳສັ່ງຂອງທ່ານນາຍົກລັດຖະມົນຕີນັ້ນເອງ.
ຊົມເຊີຍປະຊາຊົນລາວທີ່ມີຄວາມຕື່ນຕົວເປັນເຈົ້າການປະຕິບັດຄຳສັ່ງຂອງລັດຖະບານໄດ້ດີ. ພ້ອມພຽງໃຈກັນເອົາຊະນະໂຄວິດ-19 ລະຜ່ານພົ້ນໄພພິບັດຄັ້ງນີ້ດ້ວຍຄວາມປອດໄພທຸກປະການ. ຕ້ານໄດ້ ຫຼື ບໍ່ແມ່ນຂຶ້ນຢູ່ກັບປະຊາຊົນຄົນລາວທົ່ວທັງປະເທດນັ້ນເອງ.