ທົ່ວໂລກຕິດໂຄວິດ-19 ທະລຸ 2,4 ລ້ານຄົນ ເສຍຊີວິດ 1,6 ແສນຄົນ
April 20, 2020 - 10:17 AM
ຈາກການກວດສອບຂໍ້ມູນຫລ້າສຸດຈາກສູນ Center for Systems Science and Engineering (CSSE) ຂອງມະຫາວິທະຍາໄລຈອນ ຮອບກິນ ໃນວັນທີ 20 ເມສາ 2020 ເວລາ 9:00 ໂມງ ພົບວ່າ: ຈຳນວນຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກມີ 2.406.240 ຄົນ, ສ່ວນຈຳນວນຜູ້ເສຍຊີວິດຈາກໄວຣັສໂຄວິດ-19 ທົ່ວໂລກມີ 165.004 ຄົນ.
ຂໍ້ມູນຂອງ CSSE ລະບຸວ່າ: ອາເມລິກາມີຜູ້ຕິດເຊື້ອໂຄວິດ-19 ຫລາຍທີ່ສຸດ ມີຜູ້ຕິດເຊື້ອ 764.303 ຄົນ, ອັນດັບ 2 ສະເປນ 198.674 ຄົນ, ອັນດັບ 3 ອິຕາລີ 178.972 ຄົນ, ອັນດັບ 4 ຝຣັ່ງ 154.097 ຄົນ, ອັນດັບ 5 ເຢຍລະມັນ 145.742 ຄົນ, ອັນດັບ 6 ສະຫະຣາຊະອານາຈັກ 121.172 ຄົນ, ອັນດັບ 7 ຕວກກີ 86.306 ຄົນ, ອັນດັບ 8 ຈີນ 83.805 ຄົນ, ອັນດັບ 9 ອີຣານ 82.211 ຄົນ ແລະ ອັນດັບ 10 ຣັດເຊຍ 42.853 ຄົນ.