ທີມຊາດອັງກິດ ຊະນະ ທີມຊາດເວເນຊຸເອລາ 1-0 ຄວ້າແຊ໊ມໂລກ U-20 ເປັນສະໄໝທຳອິດ
June 12, 2017 - 4:10 PM




ເປີດສາກການແຂ່ງຂັນເວ ລາທຳອິດນາທີ 35 ອັງກິດ ມາ ໄດ້ປະຕູອອກນຳໄປກ່ອນ 1-0 ຈາກຈັງຫວະທີ່ ລູອິສ ຄຸກ ເປີດ ບານໄປໜ້າປະຕູໃຫ້ກັບ ໂດມິນິກ ຄາລເວິດ-ເລວິນ ຍິງໄປຕິດຜູ້ຮັກ ສາປະຕູ ເວເນຊຸເອລາ ກ່ອນຈະ ຍິງຊ້ຳເຂົ້າໄປ ແລະ ຈົບເຄິ່ງເວລາ ທຳອິດດ້ວຍປະຕູນີ້.
ເຂົ້າສູ່ເຄິ່ງເວລາທີສອງນາທີ 52 ເຊຈິໂອ ກໍໂດບາ ກອງໜ້າ ຂອງ ເວເນຊຸເອລາ ມີໂອກາດເຂ້ົາ ໄປຍິງໃນເຂດໂທດ ແຕ່ກັບຍິງໄປ ຕິດຜູ້ຮັກສາປະຕູ ອັງກິດ ຢ່າງໜ້າ ເສຍດາຍ. ຕໍ່ມາອີກ 3 ນາທີ ຈອດ ໂອໂນມາ ກອງກາງ ທີມຊາດ ອັງກິດ ຕັດບານໄດ້ກາງສະໜາມ ກ່ອນຍິງເຕັມຂໍ້ດ້ວຍຂວາບານຕຳຄານອອກຫຼັງໄປແບບຫວຸດຫວິດ ພາດໂອກາດໄດ້ປະຕູທີສອງ. ໄລ ຍະທ້າຍເກມນາທີ 74 ເວເນຊຸ ເອລາ ພາດໂອກາດຕີສະເໝີອີກ ຄັ້ງ ເມື່ອໄດ້ຈຸດໂທດ ແຕ່ ອະດັລ ເບໂຕ ເປຢາຣັນດາ ບິງໄປຕິດຜູ້ ຮັກສາປະຕູຢ່າງໜ້າເສຍດາຍ. ເຮັດໃຫ້ຈົບການແຂ່ງຂັນ ທີມ ຊາດອັງກິດ ເອົາຊະນະ ເວເນຊຸ ເອລາ ໄປແບບຫວຸດຫວິດ 1-0 ຄວ້າແຊ໊ມໂລກ U-20 ໄດ້ເປັນ ຄັ້ງທຳອິດໃນປະຫວັດສາດ.
ຂະນະທີ່ຜົນການແຂ່ງຂັນ ໃນຄູ່ຊີງທີ 3 ອິຕາລີ ເອົາຊະນະ ອຸຣຸກໄກວ ໄປໃນການຍິງລູກ ໂທດຕັດສິນ 3-1 ຫຼັງຈາກໃນ ເວລາປົກກະຕິສະເໝີກັນ 0-0.