ກະຊວງ ປທສ ໄດ້ປະກອບສ່ວນຢ່າງຕັ້ງຫນ້າ ຕ້ານ Covid-19
ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕ້ານພະຍາດ Covid-19 ເປັນຕົ້ນ ສ້າງເວບໄຊ covid19.gov.la, ສ້າງສາຍດ່ວນ 165 ແລະ 166 (ພ້ອມພະນັກງານປະຈຳການ), ສົ່ງຂໍ້ຄວາມສັ້ນ ໃຫ້ ກະຊວງສາທາລະນະສຸກ, ລຸດລາຄາຄ່າອິນເຕີເນັດກວ່າ 70%, ມອບ SIMNet ໃຫ້ຄະນະສະເພາະກິດ ແລະ ປະກອບສ່ວນເປັນເງິນສົດ ຫຼາຍກວ່າ 2,6ຕື້ກີບ,ໃນນັ້ນເປັນການປະກອບສ່ວນຂອງLao Telecom 2ຕື້ກີບ, ETL 400ລ້ານກີບ, LaoSAT 100ລ້ານກີບ ແລະ SkyTel 100ລ້ານກີບ ແລະ ຍັງໄດ້ພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ເພື່ອໃຫ້ພະນັກງານລັດ ສາມາດເຮັດວຽກອອນລາຍໄດ້ ເປັນຕົ້ນ ລະບົບ Email, ກອງປະຊຸມທາງໄກ, ເວບໄຊລັດ, ສື່ສານລັດ (G-Chat), ແຊເອກະສານ (G-Share), e-Office ແລະ e-Services ທີ່ສາມາດນໍາໃຊ້ໃນການສ້າງ, ເກັບຮັກສາ ແລະ ສົ່ງ-ຮັບ ເອກະສານພາກລັດ ໄດ້ຢ່າງສະດວກ ວ່ອງໄວ ແລະ ປອດໄພ. ຈາກຜົນສຳເລັດຂອງການຕິດຕັ້ງ Software ແຕ່ປີ 2019 ແລະ ສ່ວນໜຶ່ງ ແມ່ນໄດ້ນຳໃຊ້ແລ້ວ, ແຕ່ປະຈຸບັນຍັງຂາດ ອຸປະກອນສູນກາງ ແລະ ອຸປະກອນປາຍທາງ 50ຈຸດ ໃນຂອບເຂດທົ່ວປະເທດກໍຖືວ່າສຳເລັດສົມບູນ.
ສິ່ງພົ້ນເດັ່ນອີກອັນຫນຶ່ງ ແມ່ນລະບົບກອງປະຊຸມທາງໄກ (Video Conference) ລະຫວ່າງອົງການຈັດຕັ້ງພາກລັດ ຫຼື ພະນັກງານ-ລັດຖະກອນດ້ວຍກັນ ໂດຍຜ່ານເຄືອຂ່າຍພາກລັດ ຫຼື ອິນທຣາເນັດ ມີລະບົບເຊີເວີຢູ່ສູນຂໍ້ມູນຂ່າວສານ ຂອງ ກະຊວງ ປທສ ທີ່ຕັ້ງຢູ່ສູນອິນເຕີເນັດແຫ່ງຊາດ ມີລະບົບຮັກສາຄວາມປອດໄພສູງ. ກະຊວງ ປທສ, ໄດ້ເລີ່ມຕິດຕັ້ງລະບົບດັ່ງກ່າວ ແຕ່ປີ 2018, ແລະ ຂະຫຍາຍການນຳໃຊ້ ໂດຍງົບປະມານຂອງກະຊວງ ປທສ ທີ່ໄດ້ຮັບມາແຕ່ລະປີ. ບໍ່ພຽງແຕ່ເທົານີ້ພາຍຫລັງມີການລະບາດຂອງພະຍາດ Covid-19, ກະຊວງ ປທສ ໄດ້ສຸມໃສ່ຈຸດສຳຄັນຂອງ 18 ແຂວງ, ຫ້ອງວ່າການ, ສຳນັກງານ,ອົງການທຽບເທົ່າ, ສະພາ, ແລະ ບາງກະຊວງ ໃນຂອບເຂດທົ່ວປະເທດ ໂດຍສະເພາະຈຸດທີ່ຍັງບໍ່ມີລະບົບກອງປະຊຸມທາງໄກ ທີ່ເປັນຈຸດສຳຄັນຕື່ມ, ສ່ວນຈຸດທີ່ຍັງບໍ່ໄດ້ຕິດຕັ້ງ ແມ່ນມາເຕົ້າໂຮມຢູ່ຈຸດທີ່ໄດ້ຕິດຕັ້ງໄປແລ້ວ.
ຜ່ານມາ ຫຼາຍພາກສ່ວນກໍ່ມີການນຳໃຊ້ລະບົບດັ່ງກ່າວ ໃນການຈັດປະຊຸມແລກປ່ຽນທາງດ້ານວິຊາການ, ການຝຶກອົບຮົມ, ການເຜີຍແຜ່ເອກະສານຮ່ວມກັນ ແລະ ອື່ນໆ ຢ່າງເປັນປົກກະຕິ. ແຕ່ເຖິງຢ່າງໃດກະຊວງ ປທສ ກໍຈະສືບຕໍ່ ເຮັດໃຫ້ໂຄງການ ລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ດັ່ງກ່າວ ໄດ້ສຳເລັດສົມບູນຕາມງົບປະມານທີ່ໄດ້ຮັບ, ຊຸກຍູ້ ແລະ ສົ່ງເສີມ ການນຳໃຊ້ ເຂົ້າໃນວຽກງານຕົວຈິງຂອງທຸກຂະແໜງການ ໃຫ້ມີປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ.