ຄວາມຫວັງຂອງມວນມະນຸດ ກາງປີໜ້າເລີ່ມໃຊ້ “ວັກແຊງໄວຣັສໂຄວິດ-19”
ປັດຈຸບັນ ທົ່ວໂລກກຳລັງເລັ່ງຜະລິດວັກແຊງປ້ອງກັນໄວຣັສໂຄວິດ-19 ແບບບໍ່ເຄີຍເກີດຂຶ້ນມາກ່ອນ. ຂໍ້ມູນຈາກອົງການອະນາໄມໂລກ (WHO) ໃນວັນທີ 17 ເມສາ ລະບຸວ່າ: ມີ “ວັກແຊງຕົ້ນແບບ” ແລ້ວປະມານ 70 ຊະນິດ ມີ 3 ຊະນິດທີ່ເຂົ້າສູ່ຂັ້ນຕອນການທົດສອບໃນມະນຸດ (ຈີນ 1, ອາເມລິກາ 2) ແລະ ອາດທະຍອຍຕາມມາອີກ 3 ຊະນິດພາຍໃນເດືອນເມສາ-ພຶດສະພານີ້ (ຈີນ 1, ອັງກິດ 1, ເຢຍລະມັນ 1).
ນອກຈາກ “ຢາປິ່ນປົວ” ວັກແຊງ ເປັນການປ້ອງກັນ “ໄວຣັສໂຄວິດ-19” ທີ່ມະນຸດຈຳເປັນຕ້ອງມີໃຊ້ ເພາະໄວຣັສໂຄວິດ-19 ບໍ່ຄືກັບໄວຣັສຊາຣ໌ສ, ໄວຣັສເມີຣ໌ສ ທີ່ຢູ່ໃນຕະກູນໄວຣັສໂຄໂຣນາຄືກັນ ເພາະຊາຣ໌ສກັບເມີຣ໌ສ ເກີດການລະບາດ ແລະ ມີຜູ້ຕິດເຊື້ອໃນວົງຈຳກັດ, ແຕ່ໂຄວິດ-19 ມີການລະບາດທົ່ວໂລກ ຜູ້ຕິດເຊື້ອຫລາຍກວ່າ 2 ລ້ານຄົນ ມີເສຍຊີວິດຫລາຍກວ່າ 160.000 ຄົນ, ຜົນກະທົບຕໍ່ທຸກຄົນທົ່ວໂລກຮຸນແຮງຫລາຍ, ບໍລິສັດວັກແຊງຊັ້ນນຳ ແລະ ອົງການຕ່າງໆ ຈຶ່ງສະໜັບສະໜູນໃຫ້ຂະບວນການຜະລິດວັກແຊງໄວຣັສໂຄວິດ-19 ເກີດຂຶ້ນໄວກວ່າປົກກະຕິແບບບໍ່ເຄີຍມີມາກ່ອນໃນປະຫວັດສາດໂລກ ແລະ ໃຊ້ວິທີ fast track ໃນການຂຶ້ນທະບຽນພະຍາຍາມຊຸກຍູ້ໃຫ້ມີວັກແຊງຕົ້ນແບບເຂົ້າທົດລອງໃນມະນຸດໄດ້ຢ່າງວ່ອໄວເທົ່າທີ່ຈະເຮັດໄດ້ ແລະ ພະຍາຍາມຈະເຮັດໃຫ້ມີວັກແຊງເກີດຂຶ້ນໄວທີ່ສຸດ.
ປົກກະຕິການພັດທະນາວັກແຊງ 1 ຊະນິດຈະໃຊ້ໄລຍະເວລາຫລາຍປີ ຫລື ບາງໂຣກ ວັກແຊງບໍ່ເຄີຍສຳເລັດເລີຍເຊັ່ນ: ໄວຣັສ HIV, ຕັບອັກເສບບີ ຫລື ໄວຣັສໂຣກເຣິມ ທີ່ລະບາດມາກວ່າ 30 ປີ ແຕ່ບໍ່ສາມາດຜະລິດວັກແຊງປ້ອງກັນໄວຣັສເຫລົ່ານັ້ນໄດ້ ຫລື ໄວຣັສຊາຣາ, ເມີຣ໌ສ, ຊິກ້າ ທີ່ເຄີຍລະບາດແລ້ວກໍຫາຍໄປ. ບໍລິສັດວັກແຊງຈຶ່ງບໍ່ໄດ້ພັດທະນາໃຫ້ເກີດວັກແຊງ ເຊິ່ງແຕກຕ່າງ ແລະ ບໍ່ແມ່ນກັບ “ໄວຣັສໂຄວິດ-19”.
ວັກແຊງທີ່ມີຄວາມເປັນໄປໄດ້ໄວທີ່ສຸດຕອນນີ້ ຄື ວັກແຊງ ຈາກຈີນ ໂດຍບໍລິສັດ CanSino Biologics ທີ່ເຂົ້າສູ່ເຟສ 2 ແລ້ວເປັນຊະນິດທຳອິດ ຖ້າປະສົບຜົນສຳເລັດ ແລະ ພິຈາລະນາທະບຽນເປັນໄປໄດ້ດີໄວທີ່ສຸດອາດຈະເປັນກາງປີ 2021 ຈະມີວັກແຊງປ້ອງກັນໄວຣັສໂຄວິດ-19.