6 ວິທີຊ່ວຍຫລຸດພຸງສຳລັບທ່ານຊາຍ
April 21, 2020 - 12:35 PM
ໄຂມັນສະສົມບໍລິເວນໜ້າທ້ອງ ແມ່ນສາເຫດຫລັກທີ່ເຮັດໃຫ້ເປັນພະຍາດຕຸ້ຍລົງພຸງ ແລະ ສ່ຽງຕໍ່ການເປັນພະຍາດຮ້າຍແຮງຕ່າງໆ ເຊັ່ນ : ພະຍາດເບົາຫວານ, ອັລໄຊເມີ, ຄວາມດັນເລືອດສູງ, ລະບົບຫາຍໃຈຕິດຂັດ ທັງຍັງເຮັດໃຫ້ເສຍບຸກຄະລິກກະພາບ ໝົດຄວາມໝັ້ນໃຈນຳອີກ ຈຶ່ງເປັນເລື່ອງທີ່ທ່ານຊາຍທັງຫລາຍບໍ່ຄວນຖືເບົາເດັດຂາດ, ແຕ່ບັນດາທ່ານຊາຍຈຳນວນບໍ່ໜ້ອຍເລີຍທີ່ຍັງທົນອຶດອັດຢູ່ກັບພຸງສວດໆ ຍ້ອນພະຍາຍາມເທົ່າໃດກໍບໍ່ສຳເລັດຈັກເທື່ອ ຈະປ່ອຍໄວ້ກໍຢ້ານໂລກໄພໄຂ້ເຈັບຖາມຫາ ມື້ນີ້ພວກເຮົາຈຶ່ງນຳເອົາ 6 ວິທີຊ່ວຍກຳຈັດໄຂມັນໜ້າທ້ອງຢ່າງມີປະສິດທິພາບ ມາໃຫ້ທຸກທ່ານໄດ້ລອງເອົາໄປປະຕິບັດກັນ ດັ່ງນີ້ :
- ຄຳນວນສິ່ງທີ່ກິນເຂົ້າໄປ : ເລີ່ມຕົ້ນກ້າວທຳອິດໂດຍການເຮັດໃຫ້ປະລິມານກາລໍຣີທີ່ໄດ້ຮັບຈາກການກິນກັບການເຜົາຜານພະລັງງານດ້ວຍການອອກກຳລັງກາຍມີຄວາມດຸ່ນດ່ຽງກັນ, ລອງຄຳນວນອັດຕາການເຜົາຜານພະລັງງານ (BMR) ເບິ່ງວ່າທ່ານຕ້ອງການພະລັງງານໃນແຕ່ລະມື້ປະມານເທົ່າໃດ ແລະ ເລີ່ມຫລຸດກາລໍຣີທີ່ໄດ້ຮັບລົງ 200 ຈາກທີ່ຄຳນວນມາ. ຈາກນັ້ນກໍເຮັດຄວາມເຂົ້າໃຈເລື່ອງສານອາຫານ ໂດຍຄົນທີ່ຈະຫລຸດຄວາມຕຸ້ຍບໍ່ຈຳເປັນຕ້ອງງົດກິນຄາໂບໄຮເດຣດ ແລະ ໄຂມັນ ເພາະສານອາຫານເຫລົ່ານີ້ກໍມີຄວາມຈຳເປັນຕໍ່ຮ່າງກາຍຄືກັນ ພຽງແຕ່ຕ້ອງເລືອກກິນແບບທີ່ມີປະໂຫຍດແທນ ເຊັ່ນ : ຄາໂບໄຮເດຣດເຊີງຊ້ອນຈາກເຂົ້າເໝົ້າ, ເຂົ້າກໍ່າ, ເຂົ້າເບລ, ຖົ່ວແດງ, ມັນຝຣັ່ງ, ມັນດ້າງ, ເສັ້ນພາສຕ້າ ແລະ ໄຂມັນດີ ເຊັ່ນ : ໄຂມັນບໍ່ອີ່ມໂຕ, ໂອເມກ້າ 3, ໂອເມກ້າ 6 ຈາກໄຂ່ໄກ່, ປາແຊວມັອນ, ໝາກອະໂວກາໂດ້ ແລະ ທັນຍາພືດຕ່າງໆ ສິ່ງສຳຄັນຢ່າລືມກິນໃຫ້ຄົບ 5 ໝວດນຳ.
- ເຜົາຜານໄຂມັນທຸກພາກສ່ວນພ້ອມກັນ : ທ່ອງໃຫ້ຈື່ຂຶ້ນໃຈວ່າຄົນເຮົາບໍ່ສາມາດອອກກຳລັງກາຍເພື່ອຫລຸດໄຂມັນສະເພາະສ່ວນໄດ້, ການຫລິ້ນເຫວດຍົກນ້ຳໜັກ ຫລື ບໍລິຫານຕາມຈຸດຕ່າງໆເປັນພຽງການເສີມສ້າງກ້າມຊີ້ນໃຫ້ຮັດແໜ້ນຂຶ້ນເທົ່ານັ້ນ ບໍ່ໄດ້ຊ່ວຍໃຫ້ເຜົາຜານໄຂມັນແຕ່ຢ່າງໃດ ນັ້ນໝາຍຄວາມວ່າຖ້າທ່ານຢາກຫລຸດໄຂມັນ ກໍຕ້ອງບໍລິຫານຮ່າງກາຍທຸກພາກສ່ວນໄປພ້ອມໆກັນ ເພື່ອໃຫ້ຮ່າງກາຍເຜົາຜານພະລັງງານອອກໃຫ້ໝົດ ແລ້ວດຶງພະລັງງານສຳຮອງຈາກໄຂມັນມາໃຊ້ແທນ ເຊິ່ງໄຂມັນສ່ວນໃດຈະຫລຸດກ່ອນຂຶ້ນຢູ່ກັບຮູບຮ່າງ ແລະ ກຳມະພັນຂອງແຕ່ລະບຸກຄົນ. ການອອກກຳລັງກາຍແບບຄາດີໂອທີ່ແນະນຳ ແມ່ນ ການແລ່ນ, ລອຍນຳ້, ໂດດເຊືອກ, ການເຕັ້ນແອໂຣບິກ, ທ່າອອກກຳລັງກາຍ ໄດ້ແກ່ Burpee, Jumping Jack, Squat Jumps ແລະ Bear Crawls ໂດຍຕ້ອງຫລິ້ນໃຫ້ໄດ້ຢ່າງໜ້ອຍ 30 ນາທີຂຶ້ນໄປ ເພື່ອໃຫ້ລະບົບເຜົາຜານໄຂມັນເລີ່ມເຮັດວຽກ.
- ເຄື່ອນໄຫວຮ່າງກາຍໝົດມື້ : ການອອກກຳລັງກາຍເປັນວິທີເຜົາຜານກາລໍຣີທີ່ດີ ແລະ ມີປະສິດທິພາບ, ແຕ່ບາງເທື່ອກໍອາດຈະບໍ່ພຽງພໍສຳລັບການຫລຸດໄຂມັນທີ່ພອກພູນຢູ່ທຸກພາກສ່ວນຂອງຮ່າງກາຍ ເຊິ່ງຮູບແບບການໃຊ້ຊີວິດປະຈຳວັນ ຫລື ກິດຈະວັດບາງຢ່າງກໍສາມາດຊ່ວຍຫລຸດນຳ້ໜັກໄດ້ ເຊັ່ນ : ການຍ່າງຫລິ້ນໃນສວນສາທາລະນະ, ຍ່າງເລາະຫ້າງສັບພະສິນຄ້າ, ລ້າງລົດ, ຈັດສວນ ລວມໄປເຖິງການເຮັດວຽກເຮືອນ ອັນໃດທີ່ເຮັດເອງໄດ້ກໍລອງເຮັດເບິ່ງ ຢ່າເມົາແຕ່ນັ່ງໆນອນໆ, ຫລິ້ນເກມ, ເບິ່ງໂທລະພາບ, ເຂ່ຍໂທລະສັບ ບໍ່ຍອມລຸກໄປໃສ ແບບນີ້ບໍ່ຊ່ວຍຫຍັງ ທັງຍັງເຮັດໃຫ້ໄຂມັນສະສົມຕາມຈຸດຕ່າງໆຕື່ມອີກ.
- ຢ່າສ້າງກ້າມຊີ້ນກ່ອນຫລຸດໄຂມັນເດັດຂາດ : ຖ້າທ່ານຍັງມີປະລິມານໄຂມັນໃນຮ່າງກາຍ ຫລື Body Fat ເກີນ 18% (ສາມາດຄຳນວນໄດ້ຕາມເວັບໄຊສຸຂະພາບ) ຢ່າຮີບຮ້ອນອອກກຳລັງກາຍດ້ວຍທ່າສ້າງກ້າມຊີ້ນໜ້າທ້ອງເດັດຂາດ ເພາະນອກຈາກຈະເສຍເວລາລ້າແລ້ວ ຍັງສ່ຽງເກີດອາການບາດເຈັບຢູ່ຫລັງນຳອີກ. ທາງທີ່ດີຄວນຮີດໄຂມັນອອກດ້ວຍການຄາດີໂອດັ່ງທີ່ແນະນຳໄປກ່ອນໜ້ານັ້ນສາກ່ອນ ເມື່ອໄຂມັນໃນຮ່າງກາຍຫລຸດລົງເຫລືອ 18% ຫລື ຕໍ່າກ່ວາ ຈຶ່ງຄ່ອຍເລີ່ມປະສົມທ່າເນັ້ນກ້າມທ້ອງເຂົ້າໄປ ຈາກນັ້ນຈະປ່ຽນໄປສ້າງຊິກແພັກລ້ວນໆເລີຍກໍຍັງໄດ້ ທັງຍັງເຫັນຜົນໄວຫລາຍນຳອີກ.
- ງົດງານປາຕີ້ສັງສັນ ແລະ ເຄື່ອງດື່ມອານກໍຮໍ : ເອີ້ນໄດ້ວ່າເປັນກິດຈະກຳທີ່ຄົນຫລຸດນຳ້ໜັກຕ້ອງຫລີກເວັ້ນໃຫ້ຫລາຍທີ່ສຸດເລີຍກໍເວົ້າໄດ້ ເພາະເຄື່ອງດື່ມອານກໍຮໍມີຜົນເສຍຕໍ່ຮ່າງກາຍຫລາຍ ທັງມີກາລໍຣີຫລາຍ, ລະບົບຍ່ອຍອາຫານອ່ອນແອລົງ, ບໍ່ສາມາດດູດຊຶມສານອາຫານທີ່ຈຳເປັນໄປໃຊ້ງານໄດ້, ຫລຸດລະດັບການຜະລິດຮໍໂມນເພດຊາຍ ສົ່ງຜົນໃຫ້ເຜົາຜານໄຂມັນໄດ້ບໍ່ເຕັມປະສິດທິພາບ. ນອກຈາກນີ້, ງານປາຕີ້ສັງສັນຍັງເຮັດໃຫ້ນອນເດິກ ເຊິ່ງເປັນສາເຫດຫລັກທີ່ເຮັດໃຫ້ຮ່າງກາຍອ່ອນເພຍ, ບໍ່ມີແຮງອອກກຳລັງກາຍ, ເກີດຄວາມເຄັ່ງຄຽດສະສົມ, ຮໍໂມນປັ່ນປ່ຽນ ແລະ ຫິວຕະຫລອດນຳອີກ ຖ້າເປັນໄປໄດ້ໃຫ້ງົດກິດຈະກຳເຫລົ່ານີ້ກ່ອນ, ແຕ່ຖ້າຫລີກເວັ້ນບໍ່ໄດ້ກໍພະຍາຍາມຫລຸດໃຫ້ໜ້ອຍທີ່ສຸດ.
- ດື່ມນຳ້ບໍລິສຸດແທນນຳ້ຫວານ : ການດື່ມນຳ້ຫລາຍໆຈະຊ່ວຍໃຫ້ລະບົບຕ່າງໆຂອງຮ່າງກາຍເຮັດວຽກໄດ້ຢ່າງເຕັມປະສິດທິພາບ ລວມເຖິງລະບົບເຜົາຜານໄຂມັນນຳ, ແຕ່ວ່າຄົນສ່ວນຫລາຍມັກຕິດການດື່ມນຳ້ອັດລົມ, ຊາ, ກາເຟ ຫລື ນຳ້ຫວານແທນນຳ້ດື່ມບໍລິສຸດ ເພາະດື່ມງ່າຍ, ໄດ້ຄວາມສົດຊື່່ນ ໂດຍບໍ່ຄຳນຶງວ່າເຄື່ອງດື່ມເຫລົ່ານັ້ນມີປະລິມານນຳ້ຕານ ແລະ ກາລໍຣີສູງຫລາຍ ສົ່ງຜົນໃຫ້ເກີດໄຂມັນສະສົມເພີ່ມຂຶ້ນ ຍິ່ງໄປກ່ວານັ້ນ ພະລັງງານທີ່ໄດ້ຈາກນຳ້ຫວານຍັງມີຜົນຕໍ່ຄວາມຫິວນຳອີກ ເມື່ອກິນອາຫານເຂົ້າໄປຍິ່ງເຮັດໃຫ້ຮ່າງກາຍໄດ້ຮັບກາລໍຣີເພີ່ມຂຶ້ນເປັນທະວີຄູນ. ສະນັ້ນ, ປ່ຽນມາດື່ມນຳ້ບໍລິສຸດຕັ້ງແຕ່ຕອນນີ້ ກ່ອນຮອບແອວຂອງທ່ານຈະຂະຫຍາຍອອກຈົນນຸ່ງໂສ້ງໂຕເກົ່າບໍ່ໄດ້.