ທ່ອງທ່ຽວລາວຫລຸດລົງຫລາຍຍ້ອນການລະບາດຂອງໂຄວິດ-19
ໃນວັນທີ 19 ເມສາຜ່ານມານີ້ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ເປີດເຜີຍຜົນການຄົ້ນຄວ້າຜົນກະທົບທ້າງດ້ານເສດຖະກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19, ໃຫ້ຮູ້ວ່າ: ທຸລະກິດທ່ອງທ່ຽວຂອງລາວໄດ້ຮັບຜົນກະທົບໜັກໜ່ວງກວ່າໝູ່,ພຽງໄຕມາດທຳອິດຂອງ ປີ 2020 ນີ້, ລາຍຮັບຂອງຂະແຫນງການດັ່ງກ່າວສູນເສຍໄປປະມານ 452.000 ໂດລາສະຫະລັດ ແລະ ຈະສູນເສຍລາຍຮັບທັງຫມົດປະມານ 350 ລ້ານໂດລາສະຫະລັດ, ອາດເຮັດໃຫ້ການຂະຫຍາຍຕົວຂອງ GDP ຊ້າລົງເຖິງ 2%.ຍ້ອນຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ ແລະ ເຫັນວ່າຂະແໜງທ່ອງທ່ຽວຈະເປັນຂະແຫນງທຳອິດທີ່ໄດ້ຮັບຜົນກະທົບໜັກໜ່ວງກວ່າຂະແໜງການອື່ນຄື: ສະເພາະ 2 ເດືອນທຳອິດຂອງປີນີ້ ຈຳນວນນັກທ່ອງທ່ຽວຈາກຈີນ ແລະ ໄທ ເຂົ້າມາລາວຫຼຸດລົງ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ, ສ່ວນນັກທ່ອງທ່ຽວຈາກ ສ ເກົາຫຼີ ແລະ ເອີຣົບ ໃນ 2 ເດືອນທໍາອິດຂອງປີນີ້ ຍັງຮັກສາລະດັບການຂະຫຍາຍຕົວຄືເກົ່າຄືມີຈຳນວນນັກທ່ອງທ່ຽວເຂົ້າມາລາວ 697.000 ກ່ວາເທື່ອຄົນ, ເພີ່ມຂຶ້ນ 4% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ແຕ່ເຖິງຢ່າງໃດກໍຕາມ, ພາຍຫລັງການລະບາດຂອງພະຍາດໂຄວິດ-19 ຮ້າຍແຮງຂຶ້ນຄືມາ ຮອດເດືອນເມສານີ້ ທຸກການເຄື່ອນໄຫວຂອງການທ່ອງທ່ຽວບໍ່ວ່າຈະມາຈາກປະເທດໃດ ກໍຖືກຈຳກັດລົງຫລາຍ ຈຳນວນນັກທ່ອງທ່ຽວເຂົ້າມາເກືອບຈະບໍ່ມີເລີຍ, ຖ້າສະພາບການລະບາດຂອງພະຍາດນີ້ຫາກແກ່ຍາວຮອດເດືອນທັນວາກໍຍິ່ງຈະສົ່ງຜົນກະທົບຮ້າຍແຮງຕໍ່ຂະແຫນງການທ່ອງທ່ຽວຕື່ມອີກ. ບົດລາຍງານຍັງຊີ້ໃຫ້ເຫັນອີກວ່າ: ນອກຈາກຂະແຫນງການທ່ອງທ່ຽວແລ້ວ, ຂະແຫນງການອື່ນໆກໍໄດ້ຮັບຜົນກະທົບຫນັກເຊັ່ນກັນຄື: ທຸລະກິດທີ່ພັກອາໄສ, ຮ້ານອາຫານ, ຮ້ານບັນເທີງ, ການຂົນສົ່ງໂດຍສານ ເຊິ່ງຕົ້ນຕໍແມ່ນຖືກກະທົບຈາກມາດຕະການພາຍໃນ ແລະ ປະເທດຄູ່ຄ້າ, ໃນນັ້ນ ແຂວງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ເຊິ່ງເປັນຈຸດສຸມຂອງການທ່ອງທ່ຽວ ທີ່ມີວິສາຫະກິດດ້ານນີ້ອາໃສຢູ່ຫຼາຍກວ່າ 5.000 ແຫ່ງ









