ອັງກິດກຽມທົດສອບວັກແຊງ ຕ້ານໂຄວິດໃນມະນຸດອາທິດນີ້

ອັງກິດກຽມທົດສອບວັກແຊງ ຕ້ານໂຄວິດໃນມະນຸດອາທິດນີ້ - 221 1 - ອັງກິດກຽມທົດສອບວັກແຊງ ຕ້ານໂຄວິດໃນມະນຸດອາທິດນີ້
ອັງກິດກຽມທົດສອບວັກແຊງ ຕ້ານໂຄວິດໃນມະນຸດອາທິດນີ້ - kitchen vibe - ອັງກິດກຽມທົດສອບວັກແຊງ ຕ້ານໂຄວິດໃນມະນຸດອາທິດນີ້

ທີມນັກວິໄຈແຖວໜ້າຈາກມະຫາວິທະຍາໄລອ໊ອກຟອດ ແລະ ຣາຊະວິທະຍາໄລລອນດອນ ກຽມທົດລອງວັກແຊງຕ້ານໂຄວິດ-19 ໃນມະນຸດແລ້ວ.

ທ່ານ ແມດ ແຮນຄ໊ອກ ລັດຖະມົນຕີກະຊວງສາທາລະນະສຸກອັງກິດ ຖະແຫລງເຖິງສະຖານະການລະບາດຂອງໄວຣັສໂຄໂຣນາ ໂດຍເປີດເຜີຍວ່າ: ປັດຈຸບັນ ທີມນັກວິໄຈຈາກສະຖາບັນແຖວໜ້າຂອງປະເທດ ຄືມະຫາວິທະຍາໄລອ໊ອກຟອດ ແລະ ຣາຊະວິທະຍາໄລລອນດອນ (Imperial College London) ເຊິ່ງເປັນສະຖາບັນຊັ້ນນຳດ້ານວິທະຍາສາດ ແລະ ການແພດ ກຳລັງກຽມທົດສອບວັກແຊງຕ້ານໄວຣັສໂຄວິດ-19 ໃນມະນຸດພາຍໃນວັນທີ 23 ເມສານີ້.

ອັງກິດກຽມທົດສອບວັກແຊງ ຕ້ານໂຄວິດໃນມະນຸດອາທິດນີ້ - Visit Laos Visit SALANA BOUTIQUE HOTEL - ອັງກິດກຽມທົດສອບວັກແຊງ ຕ້ານໂຄວິດໃນມະນຸດອາທິດນີ້
ອັງກິດກຽມທົດສອບວັກແຊງ ຕ້ານໂຄວິດໃນມະນຸດອາທິດນີ້ - Visit Laos Visit SALANA BOUTIQUE HOTEL - ອັງກິດກຽມທົດສອບວັກແຊງ ຕ້ານໂຄວິດໃນມະນຸດອາທິດນີ້

ທ່ານ ແມດ ກ່າວວ່າ: ‘ຖ້າເປັນໄລຍະເວລາປົກກະຕິ ການພັດທະນາວັກແຊງຈະຕ້ອງໃຊ້ເວລາເປັນປີ, ແຕ່ຂ້ອຍພາກພູມໃຈຫລາຍທີ່ເຮົາພັດທະນາໄດ້ຢ່າງວ່ອງໄວ… ອັງກິດຍອມທຸ້ມເທທຸກຢ່າງເພື່ອພັດທະນາວັກແຊງນີ້’.

ໂຄງການພັດທະນາວັກແຊງດັ່ງກ່າວ ເປັນຜົນມາຈາກທີ່ລັດຖະບານຂອງນາຍົກ ບໍຣິສ ຈອນສັນ ໃຫ້ເງິນທຶນສະໜັບສະໜູນໂຄງການເພື່ອພັດທະນາວັກແຊງໃຫ້ວ່ອງທີ່ສຸດ ເນື່ອງຈາກວັກແຊງເປັນຫົນທາງກ້າວທຳອິດທີ່ຈະໃຊ້ສູ້ກັບໄວຣັສໃນຂະນະທີ່ຍັງບໍ່ມີຢາປິ່ນປົວ ໂດຍຮອງລັດຖະມົນຕີສາທາລະນະສຸກອັງກິດເປີດເຜີຍອີກວ່າ: ລັດຖະບານກຽມທຸ້ມເງິນສະໜັບສະໜູນອີກ 20 ລ້ານປອນ ສຳລັບທີມນັກວິໄຈອ໊ອກຟອດ ແລະ ອີກ 22,5 ລ້ານປອນ ແກ່ທີມຣາຊະວິທະຍາໄລລອນດອນ ເພື່ອໃຊ້ສຳລັບການທົດລອງວັກແຊງໃນໄລຍະທີສອງ.

ສ່ວນທີມນັກວິທະຍາສາດຈາກມະຫາວິທະຍາໄລອ໊ອກຟອດສະແດງຄວາມໝັ້ນໃຈເຖິງ 80% ການທົດລອງວັກແຊງໃນມະນຸດຈະປະສົບຜົນສຳເລັດ, ພ້ອມຕັ້ງເປົ້າພ້ອມໃຊ້ພາຍໃນເດືອນກັນຍານີ້.

ນອກຈາກຄຳຖະແຫລງເລື່ອງການພັດທະນາວັກແຊງ ມີພ້ອມໆກັບສະຖານະການລະບາດໃນອັງກິດທີ່ຍັງມີຕົວເລກຜູ້ເສຍຊີວິດສູງ ໂດຍໃນວັນທີ 21 ເມສາ ພຽງມື້ດຽວ ຈຳນວນຜູ້ເສຍຊີວິດຈາກໄວຣັສເພີ່ມເຖິງ 852 ຄົນ ສົ່ງຜົນໃຫ້ມີຈຳນວນເສຍຊີວິດລວມແລ້ວ 17.366 ຄົນ.

ປັດຈຸບັນທົ່ວໂລກມີການພັດທະນາວັກແຊງຕ້ານໂຄວິດ-19 ສູງເຖິງ 70 ຊະນິດ, ແຕ່ມີພຽງບໍ່ເທົ່າໃດຊະນິດເທົ່ານັ້ນທີ່ຖືກນຳມາໃຊ້ທົດລອງໃນມະນຸດ.

ອັງກິດກຽມທົດສອບວັກແຊງ ຕ້ານໂຄວິດໃນມະນຸດອາທິດນີ້ - 3 - ອັງກິດກຽມທົດສອບວັກແຊງ ຕ້ານໂຄວິດໃນມະນຸດອາທິດນີ້
ອັງກິດກຽມທົດສອບວັກແຊງ ຕ້ານໂຄວິດໃນມະນຸດອາທິດນີ້ - 5 - ອັງກິດກຽມທົດສອບວັກແຊງ ຕ້ານໂຄວິດໃນມະນຸດອາທິດນີ້
ອັງກິດກຽມທົດສອບວັກແຊງ ຕ້ານໂຄວິດໃນມະນຸດອາທິດນີ້ - 4 - ອັງກິດກຽມທົດສອບວັກແຊງ ຕ້ານໂຄວິດໃນມະນຸດອາທິດນີ້