20 ຂໍ້ສັງຄົມພົບບັນຫາ ຫລັງວິກິດໂຄວິດ-19

ໃນວັນທີ 18 ເມສາ 2020 ເຟສບຸກ ຂອງທ່ານສະຣາວຸດ ເຮ້ງສະຫວັດ (Sarawut Hengsawad) ຫລື ນິ້ວກົມ ໄດ້ໂພດຂໍ້ຄວາມສະແດງຄວາມຄິດເຫັນຕໍ່ວິກິດໂຄວິດ-19 ທີ່ສົ່ງຜົນທົບຕໍ່ສັງຄົມວ່າ: ໃນວິກິດທີ່ທຸກຄົນກຳລັງຫຍຸ້ງຍາກ ທຳອິດທີ່ຄິດຮອດຄື ແກ້ບັນຫາໃຫ້ໂຕເອງ ເປັນທຳມະດາ ແຕ່ຄວາມທ້າທາຍຂອງວິກິດທີ່ທຸກຄົນພົບບັນຫາພ້ອມກັນຄື ເຮົາອາດບໍ່ມີເວລາຫັນໄປເບິ່ງບັນຫາຂອງຄົນອື່ນໃນສັງຄົມ ບໍ່ໄດ້ໃສ່ໃຈພາບລວມພາບໃຫຍ່ ເຊິ່ງສຸດທ້າຍແລ້ວຈະຫວນກັບມາເປັນບັນຫາຂອງເຮົາເຊັ່ນກັນ.
ຈາກທີ່ໄດ້ເວົ້າ ແລະ ຟັງຫມູ່ຄູ່ພີ່ນ້ອງທີ່ເຮັດທຸລະກິດ ພໍ່ຄ້າ, ແມ່ຄ້າ ແລະ ນັກຂ່າວ ເຮັດໃຫ້ໄດ້ຟັງເລື່ອງທີ່ໜ້າໜັກໃຈຫລາຍເລື່ອງ ຂໍອະນຸຍາດເລົ່າສູ່ຟັງເພື່ອຈະເປັນປະໂຫຍດ.
1. ຄົນທີ່ເຮັດທຸລະກິດໂຮງແຮມ, ຮ້ານອາຫານ, ທ່ອງທ່ຽວ, ອີເວັ້ນ, ໄດ້ຮັບຜົນກະທົບຫລາຍພໍສົມຄວນຂອງພະນັກງານທີ່ມີເງິນເດືອນຫລຸດລົງ ແລະ ເລີກຈ້າງ ເຊິ່ງເວົ້າໄດ້ວ່າບໍ່ແມ່ນທຸລະກິດຢ່າງດຽວ.
2. ເລີ່ມມີຄົນຕົກວຽກແລ້ວ ແລະ ນີ້ກໍຄືການເລີ່ມຕົ້ນ.
3. ມີຄົນຈຳນວນຫລາຍທີ່ບໍ່ມີເງິນເກັບພຽງພໍໃຊ້ຈ່າຍພຽງພໍໄປໄດ້ຫລາຍເດືອນ, ເມື່ອຖືກເລີກຈ້າງ ບໍ່ຮູ້ຊິເຮັດແບບໃດປັບໂຕບໍ່ທັນ.
4. ມີຜົນກະທົບກັບຄ່າເຊົ້າຫ້ອງ, ຄ່າຜ່ອນຄອນໂດ, ເຊິ່ງເຮັດໃຫ້ມີຄວາມກົດດັນຫລາຍເພາະວ່າບໍ່ສາມາດຫາເງິນໄດ້ທັນ ນີ້ຄືປັນຫາເລື່ອງທີ່ຢູ່ອາໄສ ຢ່າງທີ່ເຫັນໄດ້ຈະແຈ້ງວ່າ: ພະນັກງານເງິນເດືອນຕ້ອງກາຍເປັນຄົນບໍ່ມີເຮືອນຢູ່ເພາະຕົກວຽກ.
5. ສິ່ງເຫລົ່ານີ້ຍັງມີໂອກາດເກີດຂຶ້ນກັບຄົນໜຸ່ມສາວທີ່ຫາກໍເລີ່ມເຮັດວຽກ ແລະ ຍັງບໍ່ມີເງິນເກັບ ຂໍພຽງແຕ່ໃຊ້ຊີວິດແບບເດືອນຕໍ່ເດືອນລວມທັງຟຣີແລນ ອີກຈຳນວນຫລາຍ ເຊິ່ງເຄີຍມີລາຍໄດ້ສະໝໍ່າສະເໝີ ຖ້າວຽກຄ່ອຍໆໝົດໄປພວກເຂົາຈະມີຊີວິດແບບໃດ.
6. ເຮົາອາດໄດ້ເຫັນພາບຫ້ອງເຊົ່າຕ່າງໆ ຄ່ອຍໆວ່າງ, ຄຳຖາມທີ່ໜ້າຄິດຄື ແລ້ວເຈົ້າຂອງຫ້ອງທີ່ເຊົ່າໄປຢູ່ໃສ.
7. ວິຖິຊີວິດທີ່ປ່ຽນໄປກາຍເປັນພົນລະເມືອງຫລາຍຂຶ້ນ ເຮັດຄົນຈຳນວນຫລາຍບໍ່ສາມາດກັບເມືອບ້ານຕ່າງແຂວງຂອງຕົນເອງໄດ້ (ຖ້າມີ) ແມ່ນເຮັດການກະເສດ ຫລື ປູກຝັງລ້ຽງສັດ ໄປເຮັດກິນເອງໄດ້ຄືແຕ່ກ່ອນ.
8. ພໍ່ຄ້າແມ່ຄ້າໄດ້ຮັບຜົນກະທົບຈາກຍອດທີ່ຫລຸດລົງບໍ່ແມ່ນທຸກຄົນທີ່ຈະຂາຍເຄື່ອງອອນລາຍໄດ້ໃນໄລຍະເສດຖະກິດທີ່ບໍ່ດີ.
9. ທຸກຄົນມີຄ່າໃຊ້ຈ່າຍ, ຄ່າໂຮງຮຽນລູກ, ຄ່ານ້ຳ, ຄ່າໄຟຟ້າ, ຄ່າເຊົ່າຫ້ອງ ແລະ ຄ່າເຄື່ອງໃຊ້ຕ່າງໆ ເມື່ອບໍ່ມີລາຍໄດ້ກໍຕ້ອງກູ້ຍືມເງິນທີ່ມີດອກເບ້ຍສູງ.
10. ການກູ້ຍືມເງິນໃນໄລຍະແບບນີ້ສ່ຽງຫລາຍເພາະຢາກຈະຫາເງິນມາຜ່ອນຈ່າຍໃຫ້ທັນ, ໄດ້ຈ່າຍຄ່າດອກເບ້ຍກະຖືວ່າດີແລ້ວ ເພາະວ່າລາຍໄດ້ມັນໜ້ອຍກວ່າລາຍຮັບ.
11. ຈຸດນີ້ກໍເຮັດໃຫ້ເປັນປັນຫາຂອງສັງຄົມເລີ່ມຈາກຄວາມຄຽດໃນຊີວິດ ເລີຍບໍ່ເຖິງຈຸດທີ່ຫາລາຍໄດ້ບໍ່ພໍຈ່າຍຫນີ້, ບາງຄົນກໍຈົບຊີວິດຂອງໂຕເອງເພື່ອໜີບັນຫາ.
12. ຖ້າທຸກສິ່ງໄປຮອດພາວະນັ້ນ ຕໍ່ໃຫ້ໃຜຈະລວຍ ກໍຢູ່ບໍ່ເປັນສຸກອີກຕໍ່ໄປ ເພາະຫມູ່ຄູ່ໃນສັງຄົມມີຄວາມທຸກຫລາຍເລື່ອງປັນຫາເສດຖະກິດ, ອາດເກີດອາດສະຍາກຳ ຄວາມຄຽດຊັງກັນ.
13. ເມື່ອຜູ້ບໍລິໂພດສ່ວນໃຫຍ່ພົບປັນຫາກິດຈະການຕ່າງໆ ບໍ່ມີຄົນອຸດໜູນ, ລາຍຮັບຄ່ອຍໆຝືດຫລຸດລົງ, ສົ່ງຜົນກະທົບໄປຮອດກິດຈະການໃຫຍ່ຂຶ້ນໄປເລື້ອຍໆ ເຮັດໃຫ້ມີຄົນຕົກວຽກເພີ່ມຂຶ້ນອີກ.
14. ເວລາຄົນທີ່ມີເງິນເກັບພຽງພໍເວົ້າວ່າ ກຳລັງມີປັນຫາ ມັນໝາຍຄວາມວ່າລາຍໄດ້ກຳລັງຫລຸດລົງອາດບໍ່ສະບາຍສຳເກົ່າ ແຕ່ຄົນຫາເຊົ້າກິນຄ່ຳຈົ່ມວ່າຢາກຕາຍ.
15. ການທີ່ຫລາຍຄົນຕ້ອງກັກໂຕຢູ່ເຮືອນມັນເຮັດໃຫ້ເຮົາບໍ່ມີໂອກາດໄດ້ເວົ້າ ແລະ ສຳຜັດກັບປັນຫາຂອງຄົນອື່ນໆ. ມັນເຮັດໃຫ້ເຫັນວິກິດໃນພາບໃຫຍ່ເລື່ອງການລວມສະໝອງຊ່ວຍກັນຄິດເຫັນບັນຫາອາດເກີດຂຶ້ນໜ້ອຍກວ່າທີ່ບໍ່ຈຳເປັນ.
16. ເຮົາຍັງບໍ່ມີໃຜຈັກຄົນສະແດງຈໍໃຫຍ່ ໃຫ້ເຫັນຍອມຮັບວິກິດຢ່າງທີ່ເປັນ ແລະ ບວກກັບປະຊາຊົນໃຫ້ພາບທີ່ກົງກັນເພື່ອຊ່ວຍກັນຄິດ ແລະ ຊ່ວຍເຫລືອກັນບໍ່ວ່າທາງໄອເດຍ, ໂອກາດ ຫລື ການເງິນເຮົາຕ້ອງການວິໄສທັດ ທີ່ໃຫຍ່ສຳຄັນການແກ້ບັນຫາມືຕໍ່ມືເຮັດໃຫ້ບໍ່ທັນການ, ຫລາຍຄົນຍັງບໍ່ຮູ້ສຶກອີກບໍ່ດົນກໍຈະກັບໄປເປັນແບບເກົ່າຫລາຍຄົນກໍສະບາຍໃຈ.
17. ນັກທຸລະກິດບາງຄົນບອກວ່ານີ້ຄືວິກິດໃຫຍ່ທີ່ສຸດໃນຊີວິດ.
18. ກ່ອນແກ້ປັນຍາເຮົາຈຳເປັນຕ້ອງເຫັນບັນຫາ ແລະ ປັນຫາທີ່ວ່າກໍຄື ປັນຫາຂອງສັງຄົມທັງໝົດຢ່າງດຽວ ທີ່ເຫັນບັນຫາຂອງໂຕເອງ.
19. ສຸດທ້າຍພວກເຮົາກຳລັງເຄືອນໄຫວໄປສູ່ກັບຄວາມຂັດແຍ້ງເພື່ອອອກຈາກກັນ ແລະ ເອົາໂຕລອດຂອງໃຜມັນໂຕເອງເພິ່ງໂຕເອງ.
20. ເພາະການແກ້ບັນຫາຂອງຄົນອື່ນກໍຄືການແກ້ບັນຫາຂອງໂຕເອງໄປໃນໂຕຊ່ວຍພວກເຂົາກໍຄືຊ່ວຍເຮົາຂະນະນີ້ເຮົາຕ້ອງການລະດົມສະໝອງໃນໄລຍະເວລາທີ່ເຮົາຄ່ອຍເຫັນປະກັນອັນໃດແບ່ງປັນຂໍ້ມູນຂ່າວສານ ແລະ ໄອເດຍຫາຍໄປຫລາຍແຕ່ອາດຈະໄດ້ເວລາແລ້ວເພາະແຮງຊ້າກໍໜ້າເປັນຫ່ວງ.
ເຮັດແບບໃດເຮົາຈິ່ງຈະເຫັນພາບຂອງ (ບັນຫາໃຫຍ່) ນີ້ລວມກັນ ແລະ ປັບວິທີຄິດໃຫ້ກວ້າງຂຶ້ນ ນອກຈາກຊ່ວຍເຮັດໃຫ້ຕົວເອງລອດແລ້ວ ມີອີກໜຶ່ງໝວດທີ່ເຮັດພ້ອມກັນຄືເຮັດໃຫ້ໝູ່ເພື່ອນ ໃນສັງຄົມລອດໄປດ້ວຍນຳກັນ.
ສິ່ງນີ້ອາດເປັນສິ່ງທີ່ຈຳເປັນຄື: ສະປີລິດ ອີກແບບທີ່ແຕກຕ່າງຈາກການແຂ່ງຂັນເພື່ອເອົາຊະນະຫລື ເອົາໂຕລອດໄປນຳກັນເຮັດແບບໃດເຮົາຈະບໍ່ຖິ້ມກັນໃຫ້ຕາຍຕົກໄປຕາມທາງໃນໄລຍະວິກິດ ເຊິ່ງທຸກຄົນສາມາດເຮັດໄດ້ຕາມຄວາມຖະນັດ ແລະ ກຳລັງຂອງໂຕເອງ.
ພຽງແຕ່ປ່ຽນແນວຄິດທີ່ໃຊ້ໃນການຄິດ
ຖ້າລອດ ເຮົາຈະລອດໄປດ້ວຍກັນ ຖ້າພັງກໍຈະລົ້ມຕໍ່ກັນເກີດຂຶ້ນແທ້ ອາດເປັນການປ່ຽນແປງຄັ້ງສຳຄັນຂອງຄວາມຄິດອັນເປັນປະໂຫຍດໃນສັງຄົມອີກຫລາຍຢ່າງເຊັ່ນ: ສະຫວັດດີການຂອງລັດ ແລະ ການໄກ່ເກ່ຍ ໄດ້ປ່ຽບໃຫ້ຄົນດ້ອຍໂອກາດວ່າ ຄວາມເປັນພີ່ເປັນນ້ອງໃນສັງຄົມການຫລຸດປັນຫາຄວາມຂັດແຍ້ງ ສິ່ງເຫລົ່ານີ້ເກີດຂຶ້ນ ໄດ້ຖ້າຄົນໃນສັງຄົມພ້ອມພຽງບັນຫາຂອງຄົນຮ່ວມສັງຄົມຈາກການຄິດເຫັນແກ່ໂຕ.