ກອງປະຊຸມທາງໄກ ສະໄໝພິເສດ ລັດຖະມົນຕີຕ່າງປະເທດ ອາຊຽນ-ສ.ອາເມລິກາ ຕ້ານພະຍາດ ໂຄວິດ-19

ກອງປະຊຸມທາງໄກ ສະໄໝພິເສດ ລັດຖະມົນຕີຕ່າງປະເທດອາຊຽນ-ສ.ອາເມລິກາ ກ່ຽວກັບການຕ້ານການແຜ່ລະບາດພະຍາດໂຄວິດ-19 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 23 ເມສານີ້, ທີ່ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໄມ ປອມແປວ, ລັດຖະມົນຕີຕ່າງປະເທດແຫ່ງ ສ. ອາເມລິກາ.
ກອງປະຊຸມໄດ້ຕີລາຄາສູງ ແລະ ຮັບຊາບຕໍ່ການແຈ້ງ ສະພາບການ ກໍຄື ມາດຕະການຂອງແຕ່ລະປະເທດສະມາຊິກອາຊຽນ ແລະ ສ. ອາເມລິກາ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ໃນນີ້, ບັນດາ ທ່ານ ລັດຖະມົນຕີຍັງໄດ້ແລກປ່ຽນປະສົບການ ແລະ ບົດຮຽນທີ່ດີ ໃນການຕອບໂຕ້ ແລະ ຮັບມືກັບພະຍາດດັ່ງກ່າວ ແລະ ຢືນຢັນຈະສືບຕໍ່ເພີ່ມທະວີການຮ່ວມມືກັນໃນຕໍ່ໜ້າ.
ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ແຈ້ງສະພາບການ ແລະ ແລກປ່ຽນຂໍ້ມູນ-ຂ່າວສານ ກໍຄືບົດຮຽນ ແລະ ມາດຕະການໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ກຽມຄວາມພ້ອມຮອບ ດ້ານ ເພື່ອຕໍ່ສູ້ກັບການແຜ່ລະບາດຂອງພະຍາດເປັນຕົ້ນ: ໄດ້ເອົາໃຈໃສ່ສະກັດກັ້ນການເຄື່ອນຍ້າຍຂອງພົນລະເມືອງດ້ວຍການໂຈະການເດີນທາງເຂົ້າ-ອອກປະເທດ, ລວມທັງພົນລະເມືອງລາວ ແລະ ຕ່າງປະເທດ; ປິດສະຖາບັນການສຶກສາທຸກລະດັບ ແລະ ສະຖານບໍລິການທຸກປະເພດ, ພ້ອມໄດ້ຮຽກຮ້ອງໃຫ້ປະຊາຊົນຢູ່ເຮືອນ; ຫຼີກລ້ຽງການຊຸມນຸມ ແລະ ຈັດທຸກກິດຈະກຳທີ່ມີການເຕົ້າໂຮມຈຳນວນຄົນຫຼາຍກວ່າ 10 ຄົນ; ປະຕິບັດຢ່າງເຂັ້ມງວດຕໍ່ຂໍ້ສະເໜີແນະຂອງອົງການອະນາໄມໂລກ ແລະ ສຸມໃສ່ການໂຄສະນາເຜີຍແຜ່ ກ່ຽວກັບຄວາມອັນຕະລາຍ ແລະ ວິທີປ້ອງກັນຕົນເອງຈາກການຕິດເຊື້ອໂຄວິດ-19.
ສໍາລັບທິດທາງໃນຕໍ່ໜ້າ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະເໜີໃຫ້ກອງປະຊຸມເອົາ ໃຈໃສ່ຮ່ວມມືກັນສືບຕໍ່ແລກປ່ຽນຂໍ້ມູນ-ຂ່າວສານ, ປະສົບການ ແລະ ບົດຮຽນທີ່ດີໃນການເຝົ້າລະວັງ, ສະກັດກັ້ນ ແລະ ຮັບມືກັບພະຍາດໂຄວິດ-19; ສຸມໃສ່ວຽກຄົ້ນຄວ້າ ແລະ ພັດທະນາການຜະລິດຢາປົວພະຍາດ ກໍຄືຢາວັກແຊັງຕ້ານໂຄວິດ-19; ການສະໜັບສະໜູນຊ່ວຍເຫຼືອ ສ້າງຊັບພະຍາກອນມະນຸດດ້ານສາທາລະນະສຸກ ແລະ ການແກ້ໄຂຜົນກະທົບຕໍ່ເສດຖະກິດ ກໍຄື ຊີວິດການເປັນຢູ່ຂອງປະຊາຊົນ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ລວມທັງປະເທດສະມາຊິກອາຊຽນ ແລະ ສ. ອາເມລິກາ ທີ່ໄດ້ຊ່ວຍເຫຼືອດ້ານອຸປະກອນການແພດ ແລະ ຢາປົວພະຍາດຕ່າງໆ ໃຫ້ແກ່ ສປປ ລາວ ໃນການສະກັດກັ້ນ ແລະ ຮັບມືກັບພະຍາດໂຄວິດ-19.
ກອງປະຊຸມທາງໄກ ສະໄໝພິເສດ ລັດຖະມົນຕີຕ່າງປະເທດອາຊຽນ-ສ.ອາເມລິກາ ກ່ຽວກັບການຕ້ານການແຜ່ລະບາດພະຍາດໂຄວິດ-19 ໃນຄັ້ງນີ້ ໄດ້ມີການອອກຖະແຫລງການ ຂອງປະທານຮ່ວມອີກດ້ວຍ.