ອຳນາດການປົກຄອງເມືອງສາມັກຄີໄຊ ມອບເຄຶ່ອງໃຫ້ແພດໝໍ ແລະເຈົ້າໜ້າທິ່ ຢູ່ ດ່ານຫລັກ52 ປ້ອງກັນ ພະຍາດ COVID-19
April 23, 2020 - 12:52 PM

ວັນທີ 21 ເມສານີ້ອໍານາດການປົກຄອງເມືອງເມືອງສາມັກຄີໄຊ, ແຂວງອຸດົມໄຊ ໄດ້ນຳເອົາຫມີ່ແຫ້ງ 50ແກັດ,ປາກະປ໋ອງ 10ແກັດ,ນ້ຳດຶ່ມ50ແກັດແລະໄຂ່ໄກ່ຈຳນວນຫນຶ່ງ ລວມມູນຄ່າຫລາຍກ່ວາ 2 ລ້ານກີບ, ໄປມອບໃຫ້ບັນດາແພດໝໍ ແລະເຈົ້າໜ້າທິ່, ພວມປະຕິບັດໜ້າທິ່ຕ້ານແລະສະກັດກັ້ນພະຍາດໂຄວິດ-19 ດ່ານກວດກາຫລັດ 52 ພາຍໃນເມືອງຂອງຕົນ. ເພື່ອເປັນການໃຫ້ກຳລັງໃຈ ແລະແບ່ງເບົາຕໍ່ດ້ຮັບໄຊຊະນະ. ໃນ
ໂອກາດນີ້ທ່ານ ເຈົ້າເມືອງ ຍັງໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງບ້ານ ແລະ ປະຊາຊົນເອົາໃຈໃສ່ ປະຕິບັດຄໍາສັ່ງແນະນໍາ ເລກທີ 06 ຂອງນາຍົກລັດຖະ ມົນຕີ, ແລະ ບັນດາແຈ້ງການຕ່າງໆຂອງຄະນະສະເພາະກິດ ຂັ້ນແຂວງກໍຄືອຳນາດການປົກຄອງຢ່າງເຄັ່ງຄັດ, ທັງນີ້ກໍ່ເພື່ອເປັນການຄວບຄຸມແລະຕ້ານການແຜ່ລະບາດຂອງພະຍາດ, ໃຫ້ທຸກຄົນມີຄວາມປອດໄພ.