ປີເກົ່າເລກ 19 ອຸບາດ ປີໃໝ່ໄຮ້ພະຍັນຕະລາຍ

ປີເກົ່າເລກ 19 ອຸບາດ ປີໃໝ່ໄຮ້ພະຍັນຕະລາຍ - 3311 - ປີເກົ່າເລກ 19 ອຸບາດ ປີໃໝ່ໄຮ້ພະຍັນຕະລາຍ
ປີເກົ່າເລກ 19 ອຸບາດ ປີໃໝ່ໄຮ້ພະຍັນຕະລາຍ - kitchen vibe - ປີເກົ່າເລກ 19 ອຸບາດ ປີໃໝ່ໄຮ້ພະຍັນຕະລາຍ

ໂດຍ: ທິດກໍ່າ

ອຸບາດເຄາະຮ້າຍແກ່ຊາວໂລກ ກໍຄືຊາວລາວເຮົາຢ່າງບໍ່ນຶກຝັນໃນທ້າຍປີ 2019 ໄດ້ແກ່ການແຜ່ລະບາດຂອງເຊື້ອພະຍາດສາຍພັນໃໝ່ໂຄໂຣນາ ຫລື ທີ່ເອີ້ນກັນໂດຍຫຍໍ້ວ່າ: ໂຄວິດ-19 ໄດ້ສັງຫານມວນມະນຸດໃນທົ່ວໂລກຫລາຍໝື່ນຫລາຍແສນຄົນ. ເພາະສະນັ້ນ ໃນປີ 2019 ຈຶ່ງຖືເປັນປີໜຶ່ງທີ່ໄດ້ເກີດໂຣຄາພະຍາດແບບບໍ່ເພິ່ງປາດຖະໜາສຳລັບມວນມະນຸດໃນໂລກ ແລະ ຊາວລາວເຮົາໂດຍລວມ.

ປີເກົ່າເລກ 19 ອຸບາດ ປີໃໝ່ໄຮ້ພະຍັນຕະລາຍ - Visit Laos Visit SALANA BOUTIQUE HOTEL - ປີເກົ່າເລກ 19 ອຸບາດ ປີໃໝ່ໄຮ້ພະຍັນຕະລາຍ
ປີເກົ່າເລກ 19 ອຸບາດ ປີໃໝ່ໄຮ້ພະຍັນຕະລາຍ - Visit Laos Visit SALANA BOUTIQUE HOTEL - ປີເກົ່າເລກ 19 ອຸບາດ ປີໃໝ່ໄຮ້ພະຍັນຕະລາຍ

ສະເພາະ ສປປ ລາວເຮົາ ເວົ້າໄດ້ວ່າປີ 2019 ເປັນປີແຫ່ງຄວາມຈົດຈຳລຳລຶກສິ່ງທີ່ບໍ່ດີເຮິະຮ້າຍຢ່າງໜຶ່ງມາສູ່ປະເທດຊາດບ້ານເມືອງ. ອັນສາເຫດກໍຍ້ອນວ່າມີຄົນເຈັບຄົນເປັນຕິດເຊື້ອພະຍາດໂຄວິດ-19 ຈຳນວນ 19 ຄົນ. ຈາກການແຜ່ລະບາດຂອງເຊື້ອພະຍາດນີ້ ມັນຍັງກະທົບກະເທືອນໄປເຖິງການສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນລະບົບເສດຖະກິດແຫ່ງຊາດ ເພາະໃຜກໍຢ້ານຕາຍຈົນເຖິງຂັ້ນປິດບ້ານ, ປິດເມືອງ, ປິດແຂວງ, ປິດປະເທດ, ປິດການຜະລິດ, ປິດການຄ້າ, ການຂາຍ, ສາທາລະນຸປະໂພກທຸກຢ່າງແມ່ນຖືກຢຸດສະງັກ, ຍິ່ງໄປກວ່ານັ້ນ ຈາກຄວາມເປັນຈິງຂອງກະແສຂ່າວແຕ່ລະມື້ວ່າມີຄົນເຈັບ, ຄົນເປັນ, ຄົນລົ້ມຕາຍຍ້ອນໂຄວິດ-19 ໃນທົ່ວໂລກນັບມື້ທະວີຄູນຂຶ້ນເປັນພັນ, ເປັນໝື່ນ ຈົນເຮັດໃຫ້ຄົນລາວເຮົາວິຕົກກັງວົນພາກັນຢ້ານ ເພາະວ່າເຊື້ອພະຍາດຊະນິດນີ້ມັນອັນຕະລາຍຮ້າຍກາດ ແລະ ຕິດແປດໄດ້ໄວຄວາມສ່ຽງກໍສູງ ແລະ ອັນສຳຄັນເມື່ອຕິດເຊື້ອແລ້ວ ຢາປົວໂດຍກົງບໍ່ທັນມີ.

ແນວໃດກໍຕາມ, ທຸກສິ່ງທຸກຢ່າງຄົນເຮົາທີ່ເກີດມາໃນໂລກ ເວລາທີ່ບໍ່ທັນສົມຄວນຕາຍ ໃຜກໍບໍ່ທັນຢາກຕາຍ ຈຶ່ງພາກັນທຸ້ມເທກຳລັງວັງຊາ, ທັງສະຕິປັນຍາ, ທັງຮ່າງກາຍ, ທັງວັດຖຸເງິນຄຳ ເພື່ອຫາວິທີຕ້ານ ແລະ ຕອບໂຕ້ຢ່າງແຂງແຮງຕໍ່ໂຣຄາພະຍາດທີ່ຈະມາລ້າງຜານພົນລະເມືອງລາວທີ່ຫາກໍມີຈຳນວນພຽງ 7 ລ້ານກວ່າຄົນ. ຂໍສະແດງຄວາມຊົມເຊີຍຢ່າງຍິ່ງຕໍ່ການນຳພາຂອງພັກ ແລະ ລັດຖະບານທີ່ມີວິໄສທັດອັນກວ້າງໄກ, ຮູ້ແກ້ໄຂບັນຫາໄວວາລ່ວງໜ້າ ພາປະເທດຊາດພົ້ນຈາກວິກິດພະຍັນຕະລາຍແບບບໍ່ຄາດຝັນນີ້ໄດ້ເປັນຢ່າງດີ ແລະ ທັນການ ຖືວ່າໄດ້ຕັດໄຟກ່ອນຕົ້ນລົມກ່ອນໄພອັນຕະລາຍຈາກໂຄວິດ-19 ຈະມາສ້າງຄວາມຈິບຫາຍວາຍວອດໃຫ້ແກ່ບ້ານເມືອງທີ່ພວມສ້າງສາພັດທະນາຫລັງສົງຄາມເຢັນເປັນເວລາເກືອບສະຕະວັດ. ສິ່ງທີ່ພັກ ແລະ ລັດຖະບານນຳພາພວກເຮົາເຮັດໄດ້ນັ້ນ ຄືຖືເປັນຍຸດທະສາດການຕໍ່ສູ້ກັບສົງຄາມໄຮ້ຕົວ, ໄຮ້ສຽງແບບບໍ່ເຄີຍມີມາໃນປະຫວັດສາດຂອງຊາດລາວໃນຍຸກເກົ່າ ແລະ ຍຸກໃໝ່.

ເຫັນໄດ້ວ່າ ຈາກຜົນທີ່ໄດ້ຮັບຢ່າງໃຫຍ່ຫລວງທີ່ບໍ່ເຄີຍມີມາໃນຍຸກປະຫວັດສາດນັ້ນ ຄືມີຄົນຕິດເຊື້ອພຽງ 19 ຄົນ. ມາຮອດປັດຈຸບັນໄດ້ປິ່ນປົວຫາຍດີແລ້ວ 4 ຄົນ ຍັງພຽງ 15 ຄົນນອນໂຮງໝໍ ແລະ ອີກບໍ່ດົນ ຄາດວ່າທຸກຄົນຈະປອດໄພ ແລະ ອອກຈາກໂຮງໝໍຕາມຄວາມມຸ້ງຫວັງຂອງທຸກຄົນ. ນີ້ຄືໄຊຊະນະໃນຂັ້ນຕົ້ນ ແລະ ແກ່ຍາວໄປອີກຮອດວັນທີ 3 ພຶດສະພາ 2020 ຫາກປະເທດເຮົາປອດຄົນຕິດເຊື້ອກໍເປັນອັນວ່າໄຊຊະນະຢ່າງລວມຢ່າງຖ້ວມທົ້ນຂອງປະຊາຊົນລາວແມ່ນບໍ່ໄກເກີນເອື້ອມ.

ແນວໃດກໍດີ, ເມື່ອໃດພະຍາດນີ້ຫາກໝົດໄປຈາກຜືນແຜ່ນດິນລາວ, ຈາກຄົນລາວໄປ ຊາວລາວເຮົາກໍຍັງຈົດຈຳລຳລຶກເຖິງມະຫັນຕະໄພຈາກໂຄວິດ-19 ຢ່າງບໍ່ມີວັນລືມ ແລະ ຖືໄດ້ວ່າປີ 2019, ໂຄວິດ-19, ເຫດຄົນລາວຕິດເຊື້ອໂຄວິດ 19 ຄົນ ຍັງຈະຍັງຈົດຈຳຝັງເລິກຢູ່ໃນຈິດໃຈຂອງຄົນລາວ, ປະຫວັດສາດລາວ ກໍຄືຂອງປະເທດຊາດບ້ານເມືອງໄປດົນນານສົມຄວນ. ປີເກົ່າເລກ 19 ອຸບາດຈົ່ງໝົດໄປໃນປີ 2019 ປີໃໝ່ 2020 ຂໍໃຫ້ເປັນປີໂຊກປີໄຊໄຮ້ພະຍັນຕະລາຍຕ່າງໆ, ຢ່າໃຫ້ມີເຊື້ອພະຍາດອື່ນໆມາທຳລາຍຄວາມສະຫງົບສຸກຂອງບ້ານເມືອງ ແລະ ປະຊາຊົນລາວອີກຕໍ່ໄປ.

ປີເກົ່າເລກ 19 ອຸບາດ ປີໃໝ່ໄຮ້ພະຍັນຕະລາຍ - 4 - ປີເກົ່າເລກ 19 ອຸບາດ ປີໃໝ່ໄຮ້ພະຍັນຕະລາຍ
ປີເກົ່າເລກ 19 ອຸບາດ ປີໃໝ່ໄຮ້ພະຍັນຕະລາຍ - 3 - ປີເກົ່າເລກ 19 ອຸບາດ ປີໃໝ່ໄຮ້ພະຍັນຕະລາຍ
ປີເກົ່າເລກ 19 ອຸບາດ ປີໃໝ່ໄຮ້ພະຍັນຕະລາຍ - 5 - ປີເກົ່າເລກ 19 ອຸບາດ ປີໃໝ່ໄຮ້ພະຍັນຕະລາຍ