ກອງປະຊຸມລັດຖະບານ ຕໍ່ກັບນະໂຍບາຍທາງເສດຖະກິດ ຈາກຜົນກະທົບເຊື້ອໂຄວິດ-19

ກອງປະຊຸມລັດຖະບານ ຕໍ່ກັບນະໂຍບາຍທາງເສດຖະກິດ ຈາກຜົນກະທົບເຊື້ອໂຄວິດ-19 - 38 - ກອງປະຊຸມລັດຖະບານ ຕໍ່ກັບນະໂຍບາຍທາງເສດຖະກິດ ຈາກຜົນກະທົບເຊື້ອໂຄວິດ-19
ກອງປະຊຸມລັດຖະບານ ຕໍ່ກັບນະໂຍບາຍທາງເສດຖະກິດ ຈາກຜົນກະທົບເຊື້ອໂຄວິດ-19 - kitchen vibe - ກອງປະຊຸມລັດຖະບານ ຕໍ່ກັບນະໂຍບາຍທາງເສດຖະກິດ ຈາກຜົນກະທົບເຊື້ອໂຄວິດ-19

ກອງປະຊຸມສະໄຫມສາມັນ ລັດຖະບານ ປະຈຳເດືອນ ເມສາ ໄດ້ໄຂຂຶ້ນໃນວັນທີ 23 ນີ້, ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຊຶ່ງໄດ້ຕົກລົງຫລາຍບັນຫາກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂໍ້ຕົກລົງ 31/ນຍ ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດ ຂອງພະຍາດ COVID-19 ຕໍ່ເສດຖະກິດ-ສັງຄົມຂອງຊາດຄື:
1) ໃຫ້ຄະນະສະເພາະກິດສືບຕໍ່ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການ ທີ່ໄດ້ກຳນົດໃນຂໍ້ຕົກ ລົງ 31/ນຍ ໃຫ້ສຳເລັດ ແລະ ປະກົດຜົນເປັນຈິງ, ຖ້າມີບັນຫາໃດຫຍຸ້ງຍາກ ກໍໃຫ້ສຸມໃສ່ແກ້ໄຂໃຫ້ທະລຸລ່ວງ ເພື່ອຊ່ວຍຫຼຸດຜ່ອນຜົນກະ ທົບຕໍ່ພາກທຸລະກິດ.
2) ໃຫ້ຄະນະສະເພາະກິດ ທັງສອງຄະນະ ຮີບຮ້ອນສົມທົບກັນແຕ່ງຕັ້ງຄະນະວິຊາການໄປກວດກາບັນດາກິດຈະການ, ໂຄງການ, ໂຮງຈັກໂຮງງານ ທີ່ໄດ້ສະ ເໜີມາວ່າມີຄວາມຈຳເປັນໃນການສືບຕໍ່ເຄື່ອນໄຫວ ແລະ ດຳເນີນທຸລະກິດ ໂດຍເຮັດເປັນຫຼາຍຄະນະ, ຖ້າກິດຈະການ ຫຼື ໂຄງການໃດ ສາມາດປະຕິບັດຕາມເງື່ອນໄຂ ແລະ ມາດຖານທີ່ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ Covid-19 ຕາມຂໍ້ຕົກລົງ 31/ສພກ ກໍສາມາດອະນຸ ຍາດໄດ້, ແຕ່ຕ້ອງມີການຄຸ້ມຄອງ ແລະ ຕິດຕາມຢ່າງໃກ້ຊິດ. ສໍາລັບກິດຈະກໍາ ຫຼື ໂຄງການ ທີ່ຂື້ນກັບຄວາມຮັບຜິດຊອບ ຂອງບັນດາແຂວງ ກໍຄວນມອບໃຫ້ຄະນະສະເພາະກິດແຂວງ ລົງກວດກາ ໂດຍອີງໃສ່ຄຳແນະນໍາ ຂອງຄະນະສະເພາະກິດຂັ້ນສູນກາງ ກຳນົດ.
3) ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ທ້ອງຖິ່ນ ແກ້ໄຂບັນດາອຸປະສັກໃນການຂົນສົ່ງ-ຈໍລະຈອນສິນຄ້າຢູ່ພາຍໃນປະເທດ ແລະ ຢູ່ຕາມດ່ານຊາຍແດນ, ໃຫ້ຄົ້ນຄວ້າຫຼາຍວິທີແກ້ໄຂແບບປະສົມປະສານກັນ ຕາມສະພາບຕົວຈິງ ຂອງແຕ່ລະບ່ອນ ເຮັດແນວໃດ ບໍ່ໃຫ້ສິນຄ້າອັ່ງອໍ ແລະ ເໜົ່າເສຍ ຍ້ອນອຸປະສັກໃນການຂົນສົ່ງ ເດັດຂາດ, ຄຽງຄູ່ກັນນັ້ນ ກໍຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອ.
4) ສຳລັບການປະຕິບັດນະໂຍບາຍຕໍ່ແຮງງານທີ່ໄດ້ເຂົ້າໃນລະບົບປະກັນສັງຄົມ ໃຫ້ປະຕິບັດ ຕາມລະບຽບກົດໝາຍ, ສໍາລັບແຮງງານທີ່ຢູ່ນອກລະບົບ ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ ນຳໄປຄົ້ນຄວ້າລະອຽດ ແລ້ວມາລາຍງານຕໍກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ.ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບອຳນາດການປົກຄອງທ້ອງ ຖິ່ນທຸກຂັ້ນ ແນະນໍາໃຫ້ປະຊາຊົນເພີ່ມພຸນຜະລິດຜົນ ໂດຍສະເພາະການປູກ ແລະ ການລ້ຽງ ຫ້ກຸ້ມຕົນເອງ.
5) ໃຫ້ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສ້າງແຜນປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການ ຂອງບັນດາທຸລະກິດປິ່ນອ້ອມ ເພື່ອຈັດຕັ້ງປະຕິບັດພາຍຫລັງວັນທີ 3 ພຶດສະພາ ເພື່ອກຽມຄວາມພ້ອມເປີດການທ່ອງ ທ່ຽວ ເມື່ອການລະບາດຂອງພະຍາດ ຢຸດເຊົາ.
6) ສຳລັບການສະເໜີຂໍຫຼຸດອັດຕາອາກອນມູນຄ່າເພີ່ມ ໄຟຟ້າ ແລະ ນໍ້າປະປາ ນັ້ນ ເນື່ອງຈາກຈະມີຜົນກະທົບຕໍ່ການເກັບລາຍຮັບຫຼາຍສົມຄວນ ຈຶ່ງເຫັນວ່າບໍ່ທັນຕົກລົງໄດ້ເທື່ອ, ໃຫ້ໄປຄົ້ນຄວ້ານະໂຍບາຍດ້ານອື່ນໆແທນ.
7) ໃຫ້ກະຊວງການເງິນ ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປຶກສາຫາລືກັບສະຖາບັນການເງິນສາກົນ ແລະ ບັນດາປະເທດ G20 ກ່ຽວກັບການເລື່ອນຫນີ້ຕາມນະໂຍບາຍ ຂອງກອງປະຊຸມ ກຸ່ມ G20. ພ້ອມກັນນັ້ນ ກໍໃຫ້ສະເໜີຂໍເງິນກູ້ດອກເບ້ຍຕໍ່າບ້ວງໃໝ່ ເພື່ອມາຟື້ນຟູຜົນກະທົບ ຈາກການລະບາດຂອງພະຍາດ Covid-19.
8) ໃຫ້ຄະນະສະເພາະກິດ ສືບຕໍ່ຄົ້ນຄວ້າບັນດາຂໍ້ສະເໜີໃໝ່ເພີ່ມເຕີມ ຂອງພາກທຸລະກິດ ໃຫ້ລະອຽດ ໂດຍສະເພາະ ບັນດານະໂຍບາຍດ້ານການເງິນ, ທະ ນາຄານ ກໍຄືບັນດານະໂຍບາຍ ເພື່ອສົ່ງເສີມການຜະລິດກະສິກຳເປັນສິນຄ້າ. ພ້ອມກັນນັ້ນ ກໍໃຫ້ຄົ້ນຄວ້າມາດຕະການຟື້ນຟູເສດຖະກິດ ໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ພາຍຫຼັງການລະບາດຂອງພະຍາດ Covid-19 ຢຸດຕິລົງ, ແລ້ວສະເໜີລັດຖະບານ ພິຈາລະນາ.
9) ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນໃຈກາງສົມທົບກັບຄະນະສະເພາະກິດ ທັງສອງຄະນະ ແລະ ຂະແໜງການກ່ຽວຂ້ອງ ສັງລວມ ແລະ ຮຽບຮຽງ ຕາມການປະກອບຄໍາຂອງສະມາຊິກລັດຖະບານ ເພື່ອອອກເປັນມະຕິຂອງລັດຖະບານ ແລະ ແຈ້ງການ ຜົນກອງປະຊຸມລັດຖະບານ ໃນຄັ້ງນີ້ ເພື່ອເປັນບ່ອນອີງໃຫ້ຄະນະສະເພາະກິດ, ຂະແໜງການ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດ.
ກອງປະຊຸມລັດຖະບານຄັ້ງນີ້ ໄດ້ຮຽກຮ້ອງໄປຍັງປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ພະນັກ ງານ-ລັດຖະກອນ, ກຳມະກອນ ແລະ ນັກຮຽນຮູ້ປັນຍາຊົນ ທຸກຖ້ວນໜ້າ ຈົ່ງເຊີດຊູນ້ຳໃຈເປັນເຈົ້າຂອງປະເທດຊາດ ສູງກວ່າເວລາໃດໝົດ, ສືບຕໍ່ຕັ້ງໜ້າເຂົ້າຮ່ວມ ປະຕິບັດບັນດາມາດຕະການທີ່ລັດຖະບານວາງອອກ ຕື່ມອີກ 10 ວັນ ດ້ວຍຄວາມຕື່ນຕົວ ແລະ ເປັນເຈົ້າການສູງ ເພື່ອເຮັດໃຫ້ການປ້ອງກັນ, ສະກັດກັ້ນພະຍາດ ໂຄວິດ-19 ຄັ້ງນີ້ ໄດ້ຮັບໄຊຊະນະ. ຂໍໃຫ້ສື່ມວນຊົນທຸກປະເພດ ລວມທັງ ສື່ອອນລາຍຕ່າງໆ ຈົ່ງຍົກສູງນ້ຳໃຈຮັກຊາດ, ຮັບໃຊ້ປະຊາຊົນບັນດາ ເຜົ່າ ອອກຂ່າວ, ໃຫ້ຂໍ້ມູນຂ່າວ ສານຕ່າງໆ ໃຫ້ຖືກຕ້ອງກັບຄວາມເປັນຈິງ ແລະ ເປັນຜົນປະໂຫຍດສູງສຸດ ໃຫ້ແກ່ຊາດ ແລະ ປະຊາຊົນ, ຫຼີກເວັ້ນການອອກຂ່າວ, ໃຫ້ຂໍ້ມູນເທັດ ທີ່ຈະສ້າງຄວາມປັ່ນປ່ວນ ແລະ ເປັນຜົນກະທົບດ້ານລົບ ຕໍ່ຈິດໃຈ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ຂອງສັງ ຄົມ.

ກອງປະຊຸມລັດຖະບານ ຕໍ່ກັບນະໂຍບາຍທາງເສດຖະກິດ ຈາກຜົນກະທົບເຊື້ອໂຄວິດ-19 - 4 - ກອງປະຊຸມລັດຖະບານ ຕໍ່ກັບນະໂຍບາຍທາງເສດຖະກິດ ຈາກຜົນກະທົບເຊື້ອໂຄວິດ-19
ກອງປະຊຸມລັດຖະບານ ຕໍ່ກັບນະໂຍບາຍທາງເສດຖະກິດ ຈາກຜົນກະທົບເຊື້ອໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມລັດຖະບານ ຕໍ່ກັບນະໂຍບາຍທາງເສດຖະກິດ ຈາກຜົນກະທົບເຊື້ອໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!