ຜູ້ຕິດເຊື້ອໂຄວິດ-19 ປິ່ນປົວດີແລ້ວ ສາມາດກັບມາເປັນຄືນໃໝ່ໄດ້ບໍ?

ໂດຍ: ລູກເມືອງພວນ
ເມື່ອພົບກັບເຊື້ອໄວຣັດ, ລະບົບຄຸ້ມກັນໃນຮ່າງກາຍ ຈະສ້າງຕົວຕ້ານທານພິເສດຂຶ້ນມາ ເພື່ອຕ້ານກັບໜໍ່ແໜງຂອງເຊື້ອໄວຣັດ. ໂດຍຄວາມເຂົ້າໃຈຂອງຄົນທົ່ວໄປກໍຄິດວ່າ ເມື່ອປິ່ນປົວດີແລ້ວ ກໍຈະບໍ່ກັບຄືນມາເປັນໃໝ່ອີກ ກໍເພາະວ່າມັນມີ “ກອງລະວັງໜ້າ” ຄອຍປ້ອງກັນໄວ້ແລ້ວ, ນັ້ນຄືຕົວຕ້ານທານພິເສດ. ແຕ່ໃນຕົວຈິງ ບໍ່ເປັນດັ່ງທີ່ເຮົາຄິດເລີຍ ເພາະຮ່າງກາຍມີຄວາມສະຫຼັບຊັບຊ້ອນຫຼາຍ ແລະ ນັກວິທະຍາສາດກໍຍັງບໍ່ທັນສາມາດຈະຮັບຮູ້ໄດ້ທັງໝົດພູມຄຸ້ມກັນຂອງຮ່າງກາຍ ວ່າເມື່ອພົບກັບເຊື້ອໄສຣັດແລ້ວ ມັນຈະມີປະຕິກິລິຍາຕອບໂຕ່ແນວໃດ.
ປະຕິກິລິຍາຕອບໂຕ້ຂອງພູມຄຸ້ມກັນໃນຮ່າງກາຍຕໍ່ກັບ ໂຄວິດ ຫຼື ໄວຣັດ ໂຄໂຣນ່າຊະນິດ ອື່ນໆ, ໃນນັ້ນນັບທັງ ພະຍາດ ຊາ ແລະ ເມີສ ແມ່ນມີຄວາມສັບສົນຫຼາຍ ເພາະພວກມັນມີຈຸດພິເສດຄືມີ Protein ເປັນຮູບຮ່າງຄ້າຍກັບໝາມ ຊຶ່ງຊ່ວຍໃຫ້ພວກມັຍສາມາດຢຶດເກາະກັບຈູລັງຂອງຮ່າງກາຍໄດ້ດີ. ທ່ານ Harvard ແລະ ໂຮງໝໍ ແມ່ຍິງ Brigham ກ່າວວ່າ: “ ປັດຈຸບັນນີ້, ຍັງບໍ່ທັນມີຫຼັກຖານໃດຢັ້ງຢືນວ່າ ຈະປ້ອງກັນຜູ້ປ່ວຍໃນໄລຍະເວລາອັນຍາວນານໄດ້ ແລະ ກໍຍັງບໍ່ມີຫຼັກຖານໃດໆ ຢັ້ງຢືນວ່າ ຜູ້ທີ່ຕິດເຊື້ອທີ່ປິ່ນປົວດີແລ້ວຈະບໍ່ກັບມາເປັນອີກ”