ວັນວັກແຊງໂລກ ລາວຈະສືບຕໍ່ໃຫ້ບໍລິການສັກວັກແຊັງ ກັນພະຍາດ

- Lpn11 News2 - ວັນວັກແຊງໂລກ ລາວຈະສືບຕໍ່ໃຫ້ບໍລິການສັກວັກແຊັງ ກັນພະຍາດ
- kitchen vibe - ວັນວັກແຊງໂລກ ລາວຈະສືບຕໍ່ໃຫ້ບໍລິການສັກວັກແຊັງ ກັນພະຍາດ

ໃນວັນທີ 24 ເມສາ ນີ້, ທີ່ນະຄອນຫລວງວຽງຈັນ, ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ ໄດ້ໃຫ້ບໍລິການສັກວັກແຊັງກັນພະຍາດ ໝາກແດງ, ໄອໄກ່, ຄໍຕີບ ແລະ ພະຍາດຕິດແປດອື່ນໆ ເຖິງວ່າຈະມີການລະບາດຂອງພະຍາດໂຄວິດ-19 ກໍຕາມ.
ທ່ານ ປະນອມ ໄຊຍະມຸງຄູນ ຫົວໜ້າໂຄງການວັກແຊັງກັນພະຍາດແຫ່ງຊາດ, ກະຊວງສາທາລະນະສຸກ ກ່າວວ່າ: ເດັກເກີດໃໝ່ ແລະ ເດັກນ້ອຍທຸກຄົນ ຢູ່ ສປປ ລາວ ຈະມີສຸຂະພາບແຂງແຮງໄດ້ກໍຕໍ່ເມືອ່ປາສະຈາກພະຍາດ ໂດຍການຮັບວັກແຊັງຄົບຕາມກຳນົດ. ເຖິງວ່າ ຈະມີການກວດພົບກໍລະນີພະຍາດໂຄວິດ-19 ໃນປະເທດເຮົາແລ້ວກໍຕາມ, ແຕ່ບາງພະຍາດເຊັ່ນ: ໝາກແດງ, ໄອໄກ່, ຄໍຕີບ ແລະ ພະຍາດອື່ນໆ ທີ່ກັນໄດ້ດ້ວຍການໃຫ້ວັກແຊັງ ກໍຍັງບໍ່ໝົດໄປຈາກປະເທດເຮົາ, ເຊິ່ງພະຍາດເຫລົ່ານີ້ ຍັງຈະສາມາດສ້າງຄວາມເສຍຫາຍ ຫລື ທຳຮ້າຍຊີວິດຂອງລູກຫລານພວກເຮົາໄດ້ ຖ້າວ່າພວກເຂົາບໍ່ໄດ້ສັກວັກແຊັງກັນພະຍາດໃຫ້ພວກເຂົາ, ເຊິ່ງສັບປະດາສັກວັກແຊັງກັນພະຍາດສາກົນ ແມ່ນກຳນົດເອົາວັນທີ 24-30 ເມສາ ຂອງທຸກໆປີ, ເຊິ່ງຄຳຂວັນໃນປີນີ້ແມ່ນ “ວັກແຊັງໄດ້ຜົນ ກັນພະຍາດໃຫ້ທຸກຄົນໄດ້”. ຂະບວນການໂຄສະນາກ່ຽວກັບສັບປະດາວັກແຊັງກັນພະຍາດສາກົນ ໃນປີນີ້ ໄດ້ເນັ້ນໜັກເຖິງຄວາມຈຳເປັນ ທີ່ຈະຕ້ອງໄດ້ສືບຕໍ່ວຽກງານ ໃຫ້ວັກແຊັງກັນພະຍາດ ໃນຊ່ວງການລະບາດ ແລະ ສ້າງຄວາມເຂັ້ມແຂງໃນກິດຈະກຳໃຫ້ວັກແຊັງກັນພະຍາດໄວທີ່ສຸດ ຫລັງຈາກມາດຕະການຮັກສາໄລຍະຫ່າງໃນສັງຄົມຖືກຍົກເລີກ.
ເພື່ອຮັບປະກັນຄວາມປອດໄພຂອງພະນັກງານສາທາລະນະສຸກ ແລະ ຊຸມຊົນ ຈາກພະຍາດໂຄວິດ-19 ໃນລະຫວ່າງການໃຫ້ບໍລິການວັກແຊັງກັນພະຍາດ, ມາດຕະການຮັກສາໄລຍະຫ່າງໃນສັງຄົມ, ການລ້າງມື ແລະ ການໃຊ້ອຸປະກອນປ້ອງກັນ ໄດ້ຖືກຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ເພາະສະນັ້ນ, ຜູ້ທີ່ເປັນພໍ່ແມ່ ບໍ່ຕ້ອງກັງວົນວ່າຈະຕິດພະຍາດໂຄວິດ-19 ໃນລະຫວ່າງພາລູກຫລານໄປຮັບວັກແຊັງກັນພະຍາດ. ພໍ່ແມ່ຕ້ອງໝັ້ນໃຈວ່າ ລູກນ້ອຍເກີດໃໝ່ ແລະ ລູກຫລານ ຂອງຕົນຕ້ອງໄດ້ຮັບວັກແຊັງກັນພະຍາດຢ່າງງທົ່ວເຖິງ.

- 4 - ວັນວັກແຊງໂລກ ລາວຈະສືບຕໍ່ໃຫ້ບໍລິການສັກວັກແຊັງ ກັນພະຍາດ
- 5 - ວັນວັກແຊງໂລກ ລາວຈະສືບຕໍ່ໃຫ້ບໍລິການສັກວັກແຊັງ ກັນພະຍາດ
- 3 - ວັນວັກແຊງໂລກ ລາວຈະສືບຕໍ່ໃຫ້ບໍລິການສັກວັກແຊັງ ກັນພະຍາດ
- Visit Laos Visit SALANA BOUTIQUE HOTEL - ວັນວັກແຊງໂລກ ລາວຈະສືບຕໍ່ໃຫ້ບໍລິການສັກວັກແຊັງ ກັນພະຍາດ
- Visit Laos Visit SALANA BOUTIQUE HOTEL - ວັນວັກແຊງໂລກ ລາວຈະສືບຕໍ່ໃຫ້ບໍລິການສັກວັກແຊັງ ກັນພະຍາດ