ບັ້ນຮົບໂຄວິດ-19 ຢູ່ລາວເປັນແນວໃດ?

- 39 - ບັ້ນຮົບໂຄວິດ-19 ຢູ່ລາວເປັນແນວໃດ?
- kitchen vibe - ບັ້ນຮົບໂຄວິດ-19 ຢູ່ລາວເປັນແນວໃດ?

ໂດຍ: ລູກເມືອງພວນ

ທ້າວໂຄວິດ ແລະ ນາງໂຄໂຣນ່າ ຫົວໜ້າແມ່ທັບສັດຕູໂຕຮ້າຍກາດອາລະວາດທົ່ວໂລກ ອົດສາຂ້າມນໍ້າ ຂ້າມທະເລມາແຕ່ທາງໄກ ຫວັງຈະມາກິນປອດຄົນລາວໃຫ້ໝົດສິ້ນ. ພວກມັນເລີ່ມເຂົ້າມາຕັ້ງທັບຢູ່ລາວແຕ່ວັນທີ 24 ມີນາ, ຈາກນັ້ນ ພວກມັນກໍໄດ້ເປີດສາກບຸກໂຈມຕີຄົນລາວຢ່າງທັນທີ ແລະ ພວກມັນສາມາດຈັບຄົນລາວເປັນສະເລີຍເສິກໄດ້ 19 ຄົນ, ຈາກນັ້ນກໍຖືກລັດຖະບານລາວ, ກອງທັບຊຸດຂາວລາວ ແລະ ປະຊາຊົນລາວຕີຕ້ານຄືນຢ່າງແຂງແຮງ ດ້ວຍພະລັງແຮງມະຫາສາມັກຄີຂອງປະຊາຊົນລາວທັງຊາດ ຈຶ່ງສາມາດສະກັດກັ້ນການບຸກລຸກຂອງພວກມັນໄວ້ໄດ້. ຊໍ້າບໍ່ໜຳຍັງບັງຄັບໃຫ້ພວກມັນຕ້ອງອອກມາຍອມຈຳນົນ ແລະ ສົ່ງຄືນຄົນລາວທີີ່ເປັນສະເລີຍເສິກຂອງພວກມັນນັ້ນໄດ້ 4 ຄົນ, ຍັງອີກ 15 ຄົນ, ບັນດາກອງລະວັງໜ້າ ທີ່ເກັ່ງກ້າຮ້າຍກາດຂອງກອງທັບປະຊາຊົນລາວ(ນັກຮົບຊຸດຂາວ) ຈະສືບຕໍ່ປົດປ່ອຍເອົາອອກມາໃຫ້ໄດ້ໃນບໍ່ດົນນີ້.

- Visit Laos Visit SALANA BOUTIQUE HOTEL - ບັ້ນຮົບໂຄວິດ-19 ຢູ່ລາວເປັນແນວໃດ?
- Visit Laos Visit SALANA BOUTIQUE HOTEL - ບັ້ນຮົບໂຄວິດ-19 ຢູ່ລາວເປັນແນວໃດ?

ບັ້ນຮົບຕີຕ້ານສົງຄາມໂຄວິດ-19 ຄັ້ງນີ້, ລັດຖະບານລາວໄດ້ມີແນວທາງທີ່ຖືກຕ້ອງ ສະຫຼາດສ່ອງໃສແຕ່ຫົວທີ, ມີກຳລັງແມ່ທັບຊຸດຂາວທີ່ແຂງແກ່ນ, ມີພະລັງແຮງສາມັກຄີຂອງປະຊາຊົນເປັນກົກ ຊຶ່ງຄອຍໃຫ້ການສະໜັບສະໜູນ, ໃຫ້ການຮ່ວມມືກັບລັດຖະບານເປັນຢ່າງດີ, ມີວິໄນເຄັ່ງຄັດ, ກັກຕົວເອງຢູ່ໃນເຮືອນຕາມຄຳກ່າວເຕືອນຂອງລັດຖະບານ, ທຸກພາກສ່ວນປະສານງານຢ່າງກົມກຽວ.

ມື້ນີ້ທີ 24 ເມສາ  ພໍດີຄົບຮອບ 1 ເດືອນ ທີພວກມັນມາຕັ້ງທັບຫວັງດັບສູນຄົນລາວ ແຕ່ກັບກາຍເປັນມື້ທີ 12 ຕິດຕໍ່ກັນແລ້ວທີ່ພວກມັນບໍ່ສາມາດຈະຈັບເອົາຄົນລາວເປັນສະເລີຍເສິກໄດ້ອີກຈັກຄົນເລີຍ.

ທ້າວໂຄວິດ ແລະ ນາງໂຄໂຣນ່າ ຫົວໜ້າແມ່ທັບ ອອກປາກຍອມຮັບວ່າ: ພວກເຂົາເຄີຍຖະຫຼົ່ມຫຼາຍປະເທດໃນໂລກມາແລ້ວ ໂດຍສະເພາະແມ່ນປະເທດໃຫ່ຍໆ ທີ່ເຂັ້ມແຂງທາງດ້ານເສດຖະກິດ , ມີອາວຸດຍຸດທະພັນທັນສະໃໝລື່ນລາວຕັ້ງຫຼາຍເທົ່າ ກໍຍັງສາມາດລຸກລາມບານປາຍຈົນເອົາບໍ່ຢູ່, ແຕ່ມາເຈິະກອງທັບປະຊາຊົນລາວ, ພວກມັນຖືກຈັບຕາຍຂະຫຍາຍພັນບໍ່ໄດ້. ພວກມັນອອກມາຍອມຮັບວ່າ:

– ລັດຖະບານລາວເກັ່ງຫຼາຍ, ກອງທັບຊຸດຂາວລາວເຂັ້ມແຂງ, ປະຊາຊົນລາວມີຄວາມສາມັກຄີຫນັກແຫນ້ນ, ມີວິໄນດີ, ເຊື່ອຟັງລັດຖະບານ, ພວກຂ້ອຍຂໍຍອມ ແລະ ຂໍຢຸດຕິບັ້ນຮົບຢູ່ລາວນັບແຕ່ບັດນີ້ເປັນຕົ້ນໄປ.

- 5 - ບັ້ນຮົບໂຄວິດ-19 ຢູ່ລາວເປັນແນວໃດ?
- 3 - ບັ້ນຮົບໂຄວິດ-19 ຢູ່ລາວເປັນແນວໃດ?
- 4 - ບັ້ນຮົບໂຄວິດ-19 ຢູ່ລາວເປັນແນວໃດ?
  • 1097 Posts
  • 0 Comments
iLike/LPN/20