ສິງກະໂປເລັ່ງເພີ່ມຕຽງ ໃຊ້ຫຸ່ນຍົນ ຊ່ວຍຮອງຮັບ ຈຳນວນຜູ້ຕິດເຊື້ອໃນປະເທດທີ່ເພີ່ມສູງຂຶ້ນ

ທາງການສິງກະໂປເລັ່ງເພີ່ມຕຽງໃນສູນວາງສະແດງຫລາຍແຫ່ງ ພ້ອມໃຊ້ຫຸ່ນຍົນທຸ່ນແຮງ ເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ-19 ໃນປະເທດທີ່ຍັງເພີ່ມຈຳນວນຂຶ້ນຕໍ່ເນື່ອງ.
26 ເມສາ 2020 ສິງກະໂປປະເທດນ້ອຍໆ ທີ່ມີປະຊາກອນປະມານ 5,7 ລ້ານຄົນ ຍັງຜະເຊີນຕົວເລກຜູ້ຕິດເຊື້ອໂຄວິດ-19 ທີ່ເພີ່ມບໍ່ຢຸດ ໂດຍມີຈຳນວນຜູ້ຕິດເຊື້ອຢ່າງເປັນທາງການແລ້ວ 12.000 ກວ່າຄົນ ໃນຈຳນວນນີ້ເປັນແຮງງານຕ່າງປະເທດສູງເຖິງ 80% ຂອງຜູ້ຕິດເຊື້ອທັງໝົດ, ຫລັງຈາກພົບການລະບາດເປັນວົງກວ້າງໃນກຸ່ມແຮງງານຕ່າງປະເທດ ຈົນເຮັດໃຫ້ສິງກະໂປກາຍເປັນອີກໜຶ່ງປະເທດໃນອາຊີທີ່ມີຜູ້ຕິດເຊື້ອສູງສຸດເປັນອັນດັບຕົ້ນໆ ຮອງຈາກຈີນ, ອິນເດຍ, ຍີ່ປຸ່ນ ແລະ ປາກິດສະຖານ. ເຖິງຢ່າງໃດກໍຕາມ, ເຖິງວ່າຈະພົບຜູ້ຕິດເຊື້ອຫລັກໝື່ນ ແຕ່ຈຳນວນຜູ້ເສຍຊີວິດຖືວ່າຍັງຢູ່ໃນອັດຕາຕໍ່າ ໂດຍມີຜູ້ເສຍຊີວິດພຽງ 12 ຄົນເທົ່ານັ້ນ.
ສູນວາງສະແດງສິນຄ້າຊາງຮີ ເປັນໜຶ່ງໃນສະຖານທີ່ທີ່ຖືກດັດແປງໃຫ້ເປັນໂຮງໝໍສະໜາມໃນເວລານີ້ ໂດຍໃຊ້ເວລາໃນການກະກຽມສະຖານທີ່, ອຸປະກອນ ແລະ ລະບົບສາທາລະນຸປະໂພກທີ່ຈຳເປັນ 6 ວັນ ສາມາດເປີດໃຫ້ບໍລິການໄດ້ທັນທີ ໂດຍມີຕຽງຮອງຮັບຜູ້ຕິດເຊື້ອທີ່ມີອາການບໍ່ຮຸນແຮງໄດ້ປະມານ 2.700 ຕຽງ ແລະ ຂະຫຍາຍພື້ນທີ່ກາງແຈ້ງເພື່ອເພີ່ມຕຽງໄດ້ອີກ 1.700 ຕຽງ ໂດຍແຕ່ລະຫ້ອງຈະຖືກແບ່ງພື້ນທີ່ດ້ວຍສາກກັ້ນ, ມີຕູ້ເກັບເຄື່ອງປາລາສະຕິກ ແລະ ພັດລົມກຽມໄວ້ໃຫ້ຜູ້ຕິດເຊື້ອ ໂດຍປັດຈຸບັນມີຜູ້ຕິດເຊື້ອຊາວບັງກະລາເທດ ແລະ ອິນເດຍເຂົ້າມາຮັບການປິ່ນປົວເປັນກຸ່ມທຳອິດ.
ນອກຈາກນີ້ ສູນວາງສະແດງສິນຄ້າຊາງຮີຍັງຖືກແບ່ງມາໃຊ້ເປັນສະຖານທີ່ກັກຕົວຂອງຜູ້ຕ້ອງສົງໄສຕິດເຊື້ອໂຄວິດ-19 ໂດຍຫ້ອງພັກແຕ່ລະຫ້ອງຈະມີເຄື່ອງວັດແທກຄວາມດັນເລືອດ ແລະ ອຸປະກອນທາງການແພດທີ່ຈຳເປັນ ເພື່ອໃຫ້ຄົນໄຂ້ສາມາດກວດສຸຂະພາບເບື້ອງຕົ້ນຂອງຕົນເອງໄດ້ມື້ລະ 3 ຄັ້ງ ແລະ ຍັງມີຫຸ່ນຍົນທີ່ບັງຄັບດ້ວຍລີໂມດ ເຊິ່ງຈະເຮັດໜ້າທີ່ສົ່ງອາຫານ ແລະ ບໍລິການປະຊຸມທາງໄກຕິດຕໍ່ສື່ສານ ເພື່ອຫລຸດການສຳຜັດໃກ້ຊິດກັບເຈົ້າໜ້າທີ່. ນອກຈາກນີ້ ຍັງມີຫຸ່ນຍົນໝາ ທີ່ສາມາດເຮັດໜ້າທີ່ສົ່ງຢາ ແລະ ກວດວັດແທກໄຂ້ໃຫ້ຜູ້ຕິດເຊື້ອໄດ້ນຳອີກ.