ສິງກະໂປຄຸມຕົວພົນລະເມືອງຍິງຄົນທຳອິດ ທີ່ສົງໄສເຂົ້າຮ່ວມກຸ່ມ IS
ສິງກະໂປ 12 ມິຖຸນາ: ທາງການສິງກະໂປຖະແຫລງໃນວັນທີ 12 ມິຖຸນານີ້ວ່າ: ສິງກະໂປຄວບຄຸມຕົວຜູ້ຊ່ວຍໂຮງຮຽນລ້ຽງເດັກ ເຊິ່ງສົງໄສວ່າພະຍາຍາມເຂົ້າຮ່ວມກຸ່ມລັດອິສລາມ (IS) ແລະ ເພື່ອໄປຕາມຫາຜົວທີ່ເປັນສະມາຊິກກຸ່ມຕິດອາວຸດຢູ່ຊີຣີ ໂດຍເປັນໄປຕາມກົດໝາຍຄວາມໝັ້ນຄົງທີ່ເຂັ້ມງວດຂອງສິງກະໂປ ເຊິ່ງອະນຸຍາດໃຫ້ຄວບຄຸມຕົວຜູ້ຖືກສົງໄສໄດ້ໂດຍບໍ່ຕ້ອງພິຈາລະນາຄະດີ.
+ ຣັດເຊຍສັ່ງເຮືອຮົບຍິງລູກສອນໄຟຖະຫລົ່ມ IS ຢູ່ຊີຣີ
+ ທະຫານອີຣັກຍຶດພື້ນທີ່ເຂດໃກ້ເມືອງເກົ່າໂມຊຸເພື່ອຕັດຂາດທາງປົບໜີຂອງກຸ່ມ IS
ເທື່ອນີ້ເປັນການຄວບຄຸມຕົວຜູ້ຍິງສິງກະໂປຄົນທຳອິດທີ່ສົງໄສວ່າມີແນວຄິດຫົວຮຸນແຮງ ທ່າມກາງຄວາມກັງວົນວ່າກຸ່ມ IS ຈະຂະຫຍາຍເຄືອຂ່າຍຫລາຍຂຶ້ນໃນພາກພື້ນ. ທາງການສິງກະໂປ ແລະ ປະເທດໃກ້ຄຽງເລີ່ມປະສານການຮ່ວມມືກັນເມື່ອມໍ່ໆນີ້ ເພື່ອສະກັດກັ້ນການເຄື່ອນໄຫວຂອງກຸ່ມຕິດອາວຸດແນວຊາຍແດນ ແລະ ສິງກະໂປກະຕຸ້ນເຕືອນໃຫ້ປະຊາຊົນແຈ້ງເຕືອນຖ້າມີເຫດສົງໄສ. ກະຊວງປ້ອງກັນປະເທດສິງກະໂປຖະແຫລງວ່າ: ນາງ ເອສຍາຄາ ອິດຊາ ຊາຣາ ອັດອັນຊາຣີ ຜູ້ຖືກສົງໄສອາຍຸ 22 ປີ ຖືກຄວບຄຸມຕົວໃນຕົ້ນເດືອນນີ້ ຂໍ້ຫາສົງໄສວ່າພະຍາຍາມເດີນທາງເຂົ້າຊີຣີພ້ອມກັບລູກ ເພື່ອເຂົ້າຮ່ວມກັບກຸ່ມ IS ໃນອີຣັກ ຫລື ຊີຣີ ລວມທັງຕາມຫາຜົວທີ່ເປັນກຸ່ມຕິດອາວຸດຢູ່ຊີຣີ.