ວິທີງ່າຍໆທີ່ຈະຊ່ວຍໃຫ້ທ່ານເຮັດວຽກໄດ້ມີປະສິດທິພາບຫລາຍຂຶ້ນ.
April 25, 2020 - 1:34 PM

ການເຮັດວຽກທີ່ດີນັ້ນບໍ່ແມ່ນແຕ່ການເຮັດໃຫ້ຫລາຍ ຫລື ເຮັດວຽກໜັກ ທ່ານອາດຈະເຄີຍໄດ້ຍິນຄຳທີ່ວ່າ : “ເຮັດໜ້ອຍແຕ່ໄດ້ຫລາຍ” ເຊິ່ງຖືວ່າເປັນຄຳຂັວນທີ່ໂດ່ງດັງໃນໂລກທຸລະກິດ ເພາະວ່າຖ້າທ່ານເຮັດວຽກໜັກ ແຕ່ມັນຊຳ້ພັດໄດ້ຜົນຕອບແທນກັບມາໜ້ອຍດຽວ ທ່ານກໍຈະຮູ້ສຶກວ່າທ່ານບໍ່ເຄີຍເຮັດຫຍັງສຳເລັດເລີຍ ໂດຍທີ່ເມື່ອຍເກືອບຕາຍ, ແຕ່ມັນກໍເປັນສິ່ງທີ່ຝຶກຝົນກັນຈົນເປັນນິໄສໄດ້ ລອງອ່ານບົດຄວາມຕໍ່ໄປນີ້ແລ້ວທ່ານຈະພົບວ່າການເຮັດໜ້ອຍ ແຕ່ໄດ້ຫລາຍນັ້ນ ຈະຊ່ວຍໃຫ້ວຽກຂອງທ່ານມີປະສິດທິພາບຂຶ້ນແທ້ໆ.
- ຫາຊ່ວງເວລາທີ່ເໝາະສົມ : ຄົນເຮົາຕ້ອງຕັດສິນໃຈກັນເປັນປົກກະຕິ ເພາະຊີວິດມີທາງເລືອກຫລວງຫລາຍ, ແຕ່ເຮົາສາມາດເອົາການຕັດສິນໃຈທີ່ບໍ່ຈຳເປັນອອກໄປໄດ້ ຫລື ວ່າຕັດສິນໃຈໃນເວລາທີ່ມັນບໍ່ໄດ້ມີຜົນກະທົບຕໍ່ວຽກ ເຊັ່ນ : ຖ້າທ່ານຕ້ອງເລືອກວ່າຈະນຸ່ງຊຸດໃດໄປເຮັດວຽກ ກໍໃຫ້ເລືອກໄວ້ຕັ້ງແຕ່ຕອນກາງຄືນເລີຍ ເພື່ອບໍ່ໃຫ້ທ່ານຕ້ອງມານັ່ງເລືອກໃນຕອນເຊົ້າໃຫ້ເສຍເວລາ, ພະຍາຍາມວາງແຜນໄວ້ລ່ວງໜ້າ ເພາະການຕັດສິນໃຈໃນເວລາຮີບດ່ວນນັ້ນມັນທຳລາຍຈັງຫວະຊີວິດຂອງທ່ານໄດ້ ຫລື ຖ້າການຕັດສິນໃຈໃດບໍ່ຈຳເປັນກໍລອງຕັດມັນອອກໄປເລີຍ.
- ເຮັດເທື່ອລະຢ່າງ : ການເຮັດຫລາຍຢ່າງພ້ອມກັນນັ້ນມັນເປັນເລື່ອງເພີ້ຝັນ ມັນຍາກຫລາຍທີ່ທ່ານຈະເຮັດຫລາຍຢ່າງພ້ອມກັນແລ້ວອອກມາດີທັງໝົດ ເພາະສະໝອງຂອງຄົນເຮົາບໍ່ສາມາດຈົດຈໍ່ສອງສິ່ງໃນເວລາດຽວກັນໄດ້ (ຫລື ເຮັດໄດ້ບໍ່ດີເລີຍ) ຍິ່ງທ່ານພະຍາຍາມເຮັດຫລາຍຢ່າງພ້ອມກັນ ສະໝອງຂອງທ່ານກໍຈະດ້ອຍປະສິດທິພາບລົງໄປ, ແຕ່ທ່ານກໍຈະຮູ້ສຶກວ່າໃນປັດຈຸບັນທີ່ເຕັກໂນໂລຊີມີຄວາມກ້າວໜ້າ ການເຮັດຫລາຍຢ່າງພ້ອມກັນເປັນເລື່ອງປົກກະຕິ ເຊິ່ງໃນທາງທີ່ດີແລ້ວມັນບໍ່ຄວນເປັນແບບນັ້ນ ຖ້າທ່ານຢາກປ່ຽນແປງນິໄສເຫລົ່ານີ້ ພວກເຮົາມີຄຳແນະນຳ ຄື :
- ຕັ້ງເວລາໃນການເຮັດວຽກ, ເລີ່ມທຳອິດອາດຈະປະມານ 30 ນາທີທີ່ທ່ານຕ້ອງຈົດຈໍ່ກັບວຽກພຽງຢ່າງດຽວ, ບໍ່ສົນໃຈ ຫລື ເຮັດຢ່າງອື່ນທີ່ບໍ່ກ່ຽວຂ້ອງ ຖ້າທ່ານເຮັດສຳເລັດກໍເພີ່ມເວລາໃຫ້ຫລາຍຂຶ້ນ ມັນຈະຊ່ວຍໃຫ້ທ່ານຈົດຈໍ່ກັບວຽກໄດ້ດົນຂຶ້ນ.
- ປິດການແຈ້ງເຕືອນ ເພາະການແຈ້ງເຕືອນຈາກໂທລະສັບ ຫລື ຄອມພິວເຕີ ມັນຈະທຳລາຍສະມາທິຂອງທ່ານຫລາຍ ການຈົດຈໍ່ກັບຫຍັງບາງຢ່າງຕ້ອງໃຊ້ເວລາ, ແຕ່ການແຈ້ງເຕືອນພຽງເທື່ອດຽວກໍເຮັດໃຫ້ທ່ານກັບມາເລີ່ມຈົດຈໍ່ອີກເທື່ອໜຶ່ງ ເຊິ່ງເຮັດໃຫ້ທ່ານເສຍເວລາໄປໂດຍບໍ່ເກີດປະໂຫຍດ.
- ຫາຍໃຈເລິກໆ ອົກຊີແຊນຈະເຮັດໃຫ້ສະໝອງຂອງທ່ານຕື່ນໂຕ ແລະ ມີສະມາທິຫລາຍຂຶ້ນ, ໃຊ້ເວລາຈັກນາທີເພື່ອຫາຍໃຈເຂົ້າອອກຊ້າໆ ທ່ານຈະຮູ້ສຶກມີພະລັງເພີ່ມຂຶ້ນ ແລະ ຜ່ອນຄາຍສະໝອງທີ່ອິດເມື່ອຍຈາກການເຮັດວຽກ.
- ຈັດບ່ອນນັ່ງເຮັດວຽກໃໝ່ : ທ່ານຮູ້ຫລືບໍ່ວ່າຕຳແໜ່ງບ່ອນນັ່ງໃນການເຮັດວຽກນັ້ນມີຜົນຕໍ່ປະສິດທິພາບຫລາຍ. ຜົນສຳຫລວດພົບວ່າ ບໍລິສັດທີ່ຈັດໃຫ້ລູກຈ້າງນັ່ງໃກ້ໆກັນຈະມີການເຮັດວຽກຫລາຍຂຶ້ນເຖິງ 15% ເພາະວ່າຖ້າທ່ານນັ່ງໃກ້ຄົນທີ່ເຮັດວຽກໄດ້ມີປະສິດທິພາບ ທ່ານກໍຈະຮູ້ສຶກມີພະລັງຂຶ້ນມາຄືກັນກັບເຂົາ.
- ສະທ້ອນຍ້ອນຄິດ : ສິ່ງສຸດທ້າຍແມ່ນທ່ານຕ້ອງມານັ່ງສະທ້ອນຍ້ອນຄິດວ່າແຕ່ລະມື້ທ່ານເຮັດຫຍັງໄປແດ່ ລວມທັງຄິດວ່າມື້ອື່ນທ່ານຈະເຮັດຫຍັງ, ປະໂຫຍດຂອງການເຮັດແບບນີ້ແມ່ນທ່ານຈະໄດ້ປະເມີນໂຕເອງໄດ້ ວ່າສິ່ງທີ່ທ່ານເຮັດໄປອັນໃດມັນໄດ້ຜົນ ແລະ ອັນໃດທີ່ບໍ່ໄດ້ຜົນ. ນອກຈາກນີ້ຍັງເຮັດໃຫ້ທ່ານຮູ້ສຶກດີເວລາທີ່ທ່ານເຮັດຫຍັງສຳເລັດລຸລ່ວງໄປແລ້ວນຳອີກ.