Air France-KLM ຮັບເງິນຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ຝ​ຣັ່ງ 7.000 ລ້ານ​ເອີໂຣ

air france-klm ຮັບເງິນຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ຝ​ຣັ່ງ 7.000 ລ້ານ​ເອີໂຣ - 454333 - Air France-KLM ຮັບເງິນຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ຝ​ຣັ່ງ 7.000 ລ້ານ​ເອີໂຣ
air france-klm ຮັບເງິນຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ຝ​ຣັ່ງ 7.000 ລ້ານ​ເອີໂຣ - kitchen vibe - Air France-KLM ຮັບເງິນຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ຝ​ຣັ່ງ 7.000 ລ້ານ​ເອີໂຣ

ແອ​ຟຣານ ເຄ​ແອວ​ເອັມ ສາຍ​ການ​ບິນ​ຈາກ​ປະ​ເທດ​ຝ​ຣັ່ງ ແລະ ເນ​ເທີ​ແລນ ຮັບ​ເງິ​ນ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ຝ​ຣັ່ງ​ແລ້ວ 7.000 ລ້ານ​ເອີ​ໂຣ ຫລັງ​ຈາກ​ສາຍ​ການ​ບິນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ COVID-19 ຢ່າງ​ຫນັກ.

Air France-KLM ໄດ້​ຮັບ​ເງິນ​ຊ່ວຍ​ເຫລືອຈາກ​ລັດ​ຖະ​ບານ​ຝ​ຣັ່ງ​ທີ່​ເປັນ​ຮຽບ​ຮ້ອຍ​ມີ​ມູນ​ຄ່າ​ປະ​ມານ 7.000 ລ້ານ​ເອີ​ໂຣ . ແຍກ​ເປັນ​ເງິນ​ກູ້​ໂດຍ​ກົງ​ຈາກ​ລັດ​ຖະ​ບານ​ຝ​ຣັ່ງ​ມູນ​ຄ່າ 3.000 ລ້ານ​ເອີ​ໂຣ ແລະ ເງິນ​ກູ້​ຜ່ານ​ກະ​ຊວງ​ການ​ເງິນ​ທີ່​ລັດ​ບານ​ຝ​ຣັ່ງ​ເປັນ​ຄົນ​ຄ້ຳ​ປະ​ກັນ 4.000 ລ້ານ​ເອີ​ໂຣ ໃນ​ຈຳ​ນວນ​ເງິນ​ຊ່ວຍ​ເຫລືອ​ຄັ້ງ​ນີ້​ຖື​ເປັນ​ຄວາມ​ຊ່ວຍ​ເຫລືອ​ຄັ້​ງ​ສຳ​ຄັນ​ທີ່​ສຸດ​ເປັນ​ປະ​ຫວັດ​ປະ​ສາດ.

air france-klm ຮັບເງິນຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ຝ​ຣັ່ງ 7.000 ລ້ານ​ເອີໂຣ - Visit Laos Visit SALANA BOUTIQUE HOTEL - Air France-KLM ຮັບເງິນຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ຝ​ຣັ່ງ 7.000 ລ້ານ​ເອີໂຣ
air france-klm ຮັບເງິນຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ຝ​ຣັ່ງ 7.000 ລ້ານ​ເອີໂຣ - Visit Laos Visit SALANA BOUTIQUE HOTEL - Air France-KLM ຮັບເງິນຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ຝ​ຣັ່ງ 7.000 ລ້ານ​ເອີໂຣ

Bruno Le Maire ລັດ​ຖະ​ມົນ​ຕີ​ວ່າ​ ກະ​ຊວງ​ການ​ເງິນ​ປະ​ເທດຝ​ຣັ່ງ ໄດ້​ກ່າວ ເງິ​ນ​ຊ່ວຍ​ເຫລືອ​ດັ່ງ​ກ່າວ​ໃຫ້​ສາຍ​ການ​ບິນ​ຜ່ານ​ໄລ​ຍະ​ເວ​ລາ​ອັນ​ລຳ​ບາກນີ້​ໄປ​ໄດ້​ດີ ຢ່າງ​ໃດ​ກໍ​ດີ​ເງິນ​ກູ້​ກ້ອນນີ້​ມີ​ເງື່ອນ​ໄຂ​ຄື​ສາຍ​ການ​ບິນ​ຕ້ອງ​ມີ​ແຜນ​ການ​ທີ່​ຈະ​ກັບ​ມາ​ມີ​ກຳ​ໄລ​ອີກ ແລະ ຈ​ະ​ຕ້ອງ​ເປັນ​ສາຍ​ການ​ບິນ​ເຄົາ​ລົບ​ສະ​ພາບ​ສິ່ງ​ແວດ​ລ້ອມ​ທີ່​ດີ​ທີ່​ສຸດ​ໃນ​ໂລກ.

ັດ​ຖະ​ມົນ​ຕີ​ວ່າ ກະ​ຊວງ​ການ​ເງິນ​ປະ​ເທດ​ຝ​ຣັ່ງ ຍັງ​ໄດ້​ບອກ​ໃຫ້​ຮູ້​ອີກວ່າ: ເງິນ​ຊ່ວຍ​ເຫລືອ​ດັ່ງ​ກ່າວ​ຍັງ​ຊ່ວຍ​ບໍ່​ໃຫ້​ບຸກ​ຄະ​ລາ​ກອນ​ຂອງ​ສາຍ​ການ​ບິນ​ທາງ​ຊື່ ແລະ ອ້ອມ​ປະ​ມານ 350.000 ຄົນ​ໄດ້​ຮັບ​ຜົນ​ກະ​ທົບ​ຖ້າ​ຫາກ​ສາຍ​ການ​ບິນ​ເກີດ​ຕ້ອງ​ປິດ​ລົງ​ຈາກ​ຜົນ​ກະ​ທົບ COVID-19.

ບໍ່​ມີ​ແຕ່​ເທົ່າ​ນີ້​ສະ​ໜາມ​ບິນ Schiphol ໃນ​ເມືອງ Amsterdam ຍັງ​ມີ​ປະ​ມານ​ທ່ຽວ​ບິນ​ຈາກ KLM ລົ້ມ​ລົງ​ຈະ​ສົ່ງ​ຜົນ​ຕໍ່​ເນື່ອງ​ກັບ​ແຮງ​ງານ ແລະ ບຸກ​ຄະ​ລາ​ກອນ​ໂດຍ​ກົງ ແລະ ທາງ​ອ້ອມ ຂອງ​ສະ​ໜາມ​ບິນ Schiphol ອີກ​ປະ​ມານ 70.000 ຄົນ​ທັນ​ທີ.

ຄະ​ນະ​ທີ່​ລັດ​ຖະ​ບານ​ເນ​ເທີ​ແລນ ກຳ​ລັງ​ພິ​ຈາ​ລະ​ນາ​ຈຳ​ນວນ​ເງິນ​ທີ່​ຈະ​ຊ່ວຍ​ເຫລືອ Air France-KLM ໂດຍ​ສື່​ຕ່າງ​ປະ​ເທດ​ຄາດ​ການ​ວ່າ​ຈະ​ຢູ່​ປະ​ມານ 2.000 – 4.000 ລ້ານ​ເອີ​ໂຣ.

ນ​ໄລ​ຍະ​ອາ​ທິດ​ທີ່​ຜ່ານ​ມາ​ສາຍ​ການ​ບິນ​ຕ່າງໆ ທົ່ວ​ໂລກ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ ຢ່າງ​ໜັກ​ຈາກ COVID-19 ເລີ່ມ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ໄປ​ແນ່​ແລ້ວ ຢ່າງ​ໃດ​ກໍ​ດີ​ບາງ​ສາຍ​ການ​ບິນ​ກໍ​ບໍ່​ໄດ້​ຮັບ​ການ​ອຸ​ນຸ​ມັດ​ເງິນ​ຈາກ​ລັດ​ຖະ​ບານ​ຄື​ກັນ ເຊັ່ນ: ກໍ​ລະ​ນີ​ສາຍ​ການ​ບິນ Virgin Australia

ປັດ​ຈຸ​ບັນ Air France-KLM ຜູ້​ທີ່​ມີ​ຫຸ້ນ​ໃຫຍ່​ຄື​ລັດ​ຖະ​ບານ​ຝ​ຣັ່ງ ແລະ ລັດ​ຖະ​ບານ ເນ​ເທີ​ແລນ ຜູ້​ລະ​ປະ​ມານ 14% ເຊິ່ງ 2 ສາຍ​ການ​ບິນ​ລວມ​ກິດ​ຈະ​ການ​ໃນ​ໄລ​ຍະ​ປີ 2004 ໂດຍ​ລາ​ຄາ​ຫຸ້ນ​ຂອງ​ສາຍ​ການ​ບິນ​ຕັ້ງ​ແຕ່​ປີ​ທີ່​ຜ່ານ​ມາ​ໄດ້​ຫລຸດ​ລົງ​ໄປ​ແລ້ວ​ປະ​ມານ 53.45%.

 

 

air france-klm ຮັບເງິນຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ຝ​ຣັ່ງ 7.000 ລ້ານ​ເອີໂຣ - 3 - Air France-KLM ຮັບເງິນຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ຝ​ຣັ່ງ 7.000 ລ້ານ​ເອີໂຣ
air france-klm ຮັບເງິນຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ຝ​ຣັ່ງ 7.000 ລ້ານ​ເອີໂຣ - 4 - Air France-KLM ຮັບເງິນຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ຝ​ຣັ່ງ 7.000 ລ້ານ​ເອີໂຣ
air france-klm ຮັບເງິນຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ຝ​ຣັ່ງ 7.000 ລ້ານ​ເອີໂຣ - 5 - Air France-KLM ຮັບເງິນຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ຝ​ຣັ່ງ 7.000 ລ້ານ​ເອີໂຣ