ຈຳນວນຜູ້ເສຍຊີວິດຈາກ ‘ໂຄວິດ-19’ ທົ່ວໂລກທະລຸ 200.000 ຄົນ

ຈຳນວນຜູ້ເສຍຊີວິດຈາກ “ໂຄວິດ-19” ທົ່ວໂລກທະລຸ 200.000 ຄົນ, ແຕ່ຄາດວ່າຈຳນວນຜູ້ເສຍຊີວິດຕົວຈິງອາດມີຫລາຍກວ່າທີ່ຢູ່ໃນລາຍງານ ເນື່ອງຈາກຫລາຍປະເທດບໍ່ໄດ້ລວມຈຳນວນຜູ້ເສຍຊີວິດນອກໂຮງໝໍໄວ້ໃນລະບົບຖານຂໍ້ມູນ.
ເວັບໄຊ worldometers ລາຍງານວ່າ: ໃນເວລາ 7:45 ໂມງ ຂອງວັນທີ 27 ເມສາ ຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ທົ່ວໂລກມີຈຳນວນ 206.973 ຄົນ. ຂະນະທີ່ຈຳນວນຜູ້ຕິດເຊື້ອມີ 2.994.436 ຄົນ, ສ່ວນຜູ້ຕິດເຊື້ອທີ່ປິ່ນປົວດີແລ້ວທົ່ວໂລກມີ 878.707 ຄົນ.
ທັງນີ້ ນັບແຕ່ພົບຜູ້ເສຍຊີວິດຈາກໂຄວິດ-19 ຄົນທຳອິດຢູ່ເມືອງອູ່ຮັ່ນ ປະເທດຈີນ ໃນວັນທີ 10 ມັງກອນ ຈົນເຖິງວັນທີ່ມີຜູ້ເສຍຊີວິດຄົບ 100.000 ຄົນທົ່ວໂລກໃຊ້ເວລາ 91 ວັນ ແຕ່ຈາກຈຳນວນ 100.000 ຄົນ ມາເຖິງ 200.000 ຄົນ ໃຊ້ເວລາພຽງ 16 ວັນ ແລະ ເມື່ອທຽບໃສ່ໂຣກມາລາເຣຍ ເຊິ່ງເປັນໂຣກຕິດຕໍ່ຊະນິດໜຶ່ງທີ່ເຮັດໃຫ້ມີຜູ້ເສຍຊີວິດຫລາຍທີ່ສຸດໃນໂລກ ພົບວ່າໃນແຕ່ລະປີມີຜູ້ເສຍຊີວິດຈາກມາລາເຣຍປະມານ 400.000 ຄົນຕໍ່ປີ.
ໃນບັນດາປະເທດທີ່ມີຈຳນວນຜູ້ຕິດເຊື້ອຫລາຍທີ່ສຸດໃນໂລກ 20 ປະເທດທຳອິດ ຖືວ່າເບລຢ້ຽມ ເປັນປະເທດທີ່ມີອັດຕາຜູ້ເສຍຊີວິດຕໍ່ຈຳນວນປະຊາກອນສູງສຸດ ຄືໃນຈຳນວນປະຊາກອນ 10.000 ຄົນ ຈະມີຜູ້ເສຍຊີວິດຈາກໂຄວິດ-19 ປະມານ 6 ຄົນ ທຽບໃສ່ອັດຕາສ່ວນຂອງສະເປນທີ່ເກືອບ 5 ຄົນ ແລະ ອາເມລິກາ 1,6 ຄົນຕໍ່ປະຊາກອນ 10.000 ຄົນ.
ສ່ວນທະວີບອາຟຣິກາມີຜູ້ເສຍຊີວິດທັງໝົດ 1.350 ຄົນ, ພາກພື້ນອາຊີ ແລະ ອາເມລິກາລາຕິນມີຜູ້ເສຍຊີວິດຫລາຍກວ່າ 7.000 ຄົນ, ຕາເວັນອອກກາງມີຜູ້ເສຍຊີວິດປະມານ 8.800 ຄົນ ໜ້ອຍກວ່າຢູ່ເອີຣົບ ແລະ ອາເມລິກາເໜືອ ທີ່ມີຜູ້ເສຍຊີວິດຈຳນວນຫລາຍໝື່ນຄົນ.