ນາຍົກລັດຖະມົນຕີອັງກິດ ກັບມາເຮັດວຽກ ຫລັງຫາຍດີຈາກໂຄວິດ-19

ນາຍົກລັດຖະມົນຕີອັງກິດ ກັບມາເຮັດວຽກ ຫລັງຫາຍດີຈາກໂຄວິດ-19 - 272 - ນາຍົກລັດຖະມົນຕີອັງກິດ ກັບມາເຮັດວຽກ ຫລັງຫາຍດີຈາກໂຄວິດ-19
ນາຍົກລັດຖະມົນຕີອັງກິດ ກັບມາເຮັດວຽກ ຫລັງຫາຍດີຈາກໂຄວິດ-19 - kitchen vibe - ນາຍົກລັດຖະມົນຕີອັງກິດ ກັບມາເຮັດວຽກ ຫລັງຫາຍດີຈາກໂຄວິດ-19

ທ່ານ ບໍຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດ ກັບມາເຮັດໜ້າທີ່ບໍລິຫານປະເທດອີກເທື່ອໜຶ່ງໃນວັນທີ 27 ເມສານີ້ ຫລັງຈາກພັກປິ່ນປົວອາການປ່ວຍໂຣກຕິດເຊື້ອໄວຣັສໂຄໂຣນາ 2019 ຫລື ໂຄວິດ-19 ປະມານ 1 ເດືອນ ໂດຍສື່ອັງກິດລາຍງານວ່າ: ທ່ານ ຈອນສັນ ກຽມຫລຸດຜ່ອນມາດຕະການລັອກດາວໃນອາທິດນີ້ກ່ອນກຳນົດຈະສິ້ນສຸດລັອກດາວໃນວັນທີ 7 ພຶດສະພານີ້ ໂດຍຈະໃຫ້ຂະແໜງທຸລະກິດກັບມາເຮັດວຽກ ແລະ ໂຮງຮຽນເປີດການຮຽນການສອນອີກພາຍໃຕ້ຂໍ້ຈຳກັດທີ່ເຂັ້ມງວດ.

ສ່ວນສາສະດາຈານ ນີລ ເຟີກູສັນ ຜູ້ຊ່ຽວຊານດ້ານລະບາດວິທະຍາ ປະຈຳຄະນະແພດສາດ ວິທະຍາໄລອິມພີຣຽວ ແຫ່ງລອນດອນ ເຕືອນວ່າ: ຖ້າລັດຖະບານຍົກເລີກມາດຕະການລັອກດາວໄວເກີນໄປ ອາດເຮັດໃຫ້ໂຄວິດ-19 ກັບມາແຜ່ລະບາດຫລາຍຂຶ້ນ ແລະ ອາດມີຜູ້ເສຍຊີວິດເຖິງ 100.000 ຄົນ.

ນາຍົກລັດຖະມົນຕີອັງກິດ ກັບມາເຮັດວຽກ ຫລັງຫາຍດີຈາກໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີອັງກິດ ກັບມາເຮັດວຽກ ຫລັງຫາຍດີຈາກໂຄວິດ-19
ນາຍົກລັດຖະມົນຕີອັງກິດ ກັບມາເຮັດວຽກ ຫລັງຫາຍດີຈາກໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີອັງກິດ ກັບມາເຮັດວຽກ ຫລັງຫາຍດີຈາກໂຄວິດ-19

ສຳລັບການແຜ່ລະບາດໂຄວິດ-19 ຢູ່ອັງກິດ ຫລ້າສຸດມີຜູ້ຕິດເຊື້ອເພີ່ມຂຶ້ນ 4.463 ຄົນໃນຮອບ 24 ຊົ່ວໂມງຜ່ານມາ ເຮັດໃຫ້ຫລ້າສຸດວັນທີ 27 ເມສາ (9:30 ໂມງ ເວລາຢູ່ລາວ) ອັງກິດ ມີຜູ້ຕິດເຊື້ອ 154.037 ຄົນ ແລະ ມີຜູ້ເສຍຊີວິດ 413 ຄົນໃນຮອບ 24 ຊົ່ວໂມງຜ່ານມາ ສົ່ງຜົນໃຫ້ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 20.732 ຄົນ.

ນາຍົກລັດຖະມົນຕີອັງກິດ ກັບມາເຮັດວຽກ ຫລັງຫາຍດີຈາກໂຄວິດ-19 - 3 - ນາຍົກລັດຖະມົນຕີອັງກິດ ກັບມາເຮັດວຽກ ຫລັງຫາຍດີຈາກໂຄວິດ-19
ນາຍົກລັດຖະມົນຕີອັງກິດ ກັບມາເຮັດວຽກ ຫລັງຫາຍດີຈາກໂຄວິດ-19 - 4 - ນາຍົກລັດຖະມົນຕີອັງກິດ ກັບມາເຮັດວຽກ ຫລັງຫາຍດີຈາກໂຄວິດ-19
ນາຍົກລັດຖະມົນຕີອັງກິດ ກັບມາເຮັດວຽກ ຫລັງຫາຍດີຈາກໂຄວິດ-19 - 5 - ນາຍົກລັດຖະມົນຕີອັງກິດ ກັບມາເຮັດວຽກ ຫລັງຫາຍດີຈາກໂຄວິດ-19