ປັກກິງ ສະກັດກັ້ນພຶດຕິກຳທີ່ “ບໍ່ສີວິໄລ” ເພື່ອຕ້ານໂຄວິດ-19

ໂດຍ: ລູກເມືອງພວນ
ມື້ວານນີ້ທີ 26 ເມສາ, ປັກກິງ ໄດ້ເຜີຍແຜ່ ກົດລະບຽບໃໝ່ ເພື່ອສະກັດກັ້ນພຶດຕິກຳທີ່ “ບໍ່ສີວິໄລ” ເພື່ອປັບປຸງຄວາມສະອາດງາມຕາໃນສາທາລະນະໃນໄລຍະໂຄວິດ-19 ລະບາດ.
ກົດ ສະກັດກັ້ນ ພຶດຕິກຳ ບໍ່ສີວິໄລ ດັ່ງກ່າວລວມມີ: ການບໍ່ອັດປາກ-ດັງ ເວລາໄອ, ຈາມ; ບໍ່ໃສ່ໜ້າກາກອານາໄມໄປບ່ອນສາທາລະນະຊົນ. ກົດລະບຽບໃໝ່ນີ້ ແມ່ນເພື່ອແນໃສ່ປັບປຸງສະພາບແວດລ້ອມສາທາລະນະໃນນະຄອນປັກກິງ ເພື່ອຕ້ານກັບໂຄວິດ-19. ນີ້ແມ່ນການປະກາດຂອງລັດຖະບານນະຄອນຫຼວງປັກກິງໃນວັນທີ 26 ເມສານີ້.
ກົດລະບຽບໃໝ່ນີ້ກຳນົດວ່າ ເມື່ອອອກໄປສາທາລະນະຊົນ ຕ້ອງຢູ່ຫ່າງກັນ 1 ແມດ, ທຸກຄົນຕ້ອງນຸ່ງຖືໃຫ້ສະອາດງາມຕາ. ນອກຈາກນີ້, ກົດໃໝ່ນີ້ຍັງໄດ້ວາງມາດຕະການປັບໃໝຜູ້ລະເມີດຄື: ຖ່າຍຊະຊາຍໃນສາທາລະນະໃໝ 200 ຢວນ(ສະກຸນເງິນຂອງຈີນ) ຫຼື 28 ໂດລາສະຫະລັດ, ຜູ້ໃດຫາກບໍ່ແຍກປະເພດຂີ້ເຫຍື້ອເວລາເອົາໄປຖິ້ມຈະຖືກໃໝມ 200 ຢວນ, ສ້າງສຽງເນືອງນັນໃນສາທາລະນະ ຫຼື ບໍ່ຈູງໝາເວລາໄປທ່ຽວສວນສາທາລະນະຖືກປັບໃໝ 500 ຢວນ.