ຜົ້ງສາລີເຂັ້ມງວດປ້ອງກັນCOVID-19

ມາຮອດວັນທີ 27 ເມສານີ້ ແຂວງຜົ້ງສາລີເຖິງວ່າຍັງບໍ່ມີການແຜ່ລະບາດຂອງພະຍາດດັ່ງກ່າວ, ແຕ່ກໍເປັນແຂວງຫນຶ່ງທີ່ມີຊາຍແດນຕິດກັບປະເທດໃກ້ຄຽງທີ່ມີການລະບາດຂອງCOVID-19, ດັ່ງນັ້ນແຂວງບໍໄດ້ລົດລະໃນການເຝົ້າລະວັງ ແລະ ປະຕິບັດມາດຕະການຕ່າງໆຂອງຄະນະສະເພາະກິດກໍຄືລັດຖະບານໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດຕາມຄຳສັ່ງ06ຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການປ້ອງກັນ, ຄວມຄຸມ ແລະ ແກ່ໄຂການລະບາດພະຍາດ, ໂດຍການເພີ່ມທະວີໂຄສະນາເຜີຍແຜ່ຜ່ານສື່ຕ່າງໆໃຫ້ຫລາຍຂຶ້ນເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈ ແລະ ຕື່ນຕົວປະຕິບັດຄຳແນະນຳຕ່າງໆກ່ຽວກັບການຕ້ານ ແລະ ປ້ອງກັນພະຍາດດັ່ງກ່າວ.
ພ້ອມນີ້ທາງໜ່ວຍງານສະເພາະກິດ ຂັ້ນແຂວງ, ເມືອງ ແລະ ເຈົ້້າໜ້າທີຕຳຫຼວດຈະລາຈອນກໍ່ໄດ້ໃຊ້ລົດເຄື່ອນທີໂຄສະນາດ້ວຍເຄື່ອງສຽງໄປຕາມເສັ້ນທາງໃນເທດສະບານແຂວງເພື່ອແນະນໍຳການປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີເລກທີ 06/ນຍ ອອກໄປຈົນຮອດວັນທີ 3 ພຶດສະພາທີ່ຈະມາເຖິງໃຫ້ເຂັ້ມງວດ ແລະ ສືບຕໍ່ເພີ່ມທະວີມາດຕະການຫ້າມອອກຈາກເຮືອນ ຫຼື ບ່ອນພັກອາໄສ, ຫ້າມໄປເຂດທີ່ມີຄວາມສ່ຽງໃນການຕິດເຊື້ອ, ຫ້າມຊຸມແຊວ ແລະ ການຈັດງານຕ່າງໆທີ່ມີຈຳນວນຄົນຫລາຍ.
ນອກນີ້້ຄະນະສະເພາະກິດ ບັນດາຂະແໜງການທີ່ກ່ຽວຂ້ອງໄດ້ ເພີ່ມທະວີການ ຄຸ້ມຄອງລາຄາສິນຄ້າ, ວຽກງານການສົ່ງເສີມການຜະລິດກະສິກຳ ໂດຍສະເພາະການຜະລິດສະບຽງອາຫານ, ວຽກງານຂົນສົ່ງສິນຄ້າຜ່ານແດນ ແລະ ຂົນສົ່ງສິນຄ້າພາຍໃນ, ວຽກງານຄຸ້ມຄອງແຮງງານ ທີ່ກັບມາຈາກຕ່າງປະເທດ ແລະ ວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ເພື່ອຕອບໂຕ້ ແລະ ຕີຖອຍຂ່າວລືທີ່ອະກຸສົນປັ່ນປ່ວນສັງຄົມໃຫ້ທັນການ.