ເຢຍລະມັນປັບ 10.000 ເອີໂຣ ຖ້າບໍ່ໃສ່ຜ້າອັດປາກ ໃນລົດສາທາລະນະ
ລັດຕອນເໜືອເຢຍລະມັນ ກຽມອອກກົດເຂັ້ມປັບສູງສຸດ 10.000 ເອີໂຣ ຖ້າບໍ່ໃສ່ຜ້າອັດປາກຂະນະໂດຍສານຂົນສົ່ງສາທາລະນະ.
ໃນອາທິດຜ່ານມາ ທາງການທ້ອງຖິ່ນໃນ 15 ລັດຂອງເຢຍລະມັນຕ່າງເຫັນພ້ອມໃນມາດຕະການບັງຄັບໃຫ້ປະຊາຊົນໃສ່ຜ້າອັດປາກ ເພື່ອປ້ອງກັນເຊື້ອໃນທຸກຄັ້ງທີ່ໃຊ້ບໍລິການລົດຂົນສົ່ງສາທາລະນະ ໂດຍໃນແຕ່ລະລັດຈະໃຊ້ມາດຕະການທີ່ແຕກຕ່າງກັນ ນັບແຕ່ການຂໍການຮ່ວມມື ໄປຈົນເຖິງການອອກກົດຄຸມເຂັ້ມ.
ຫລ້າສຸດ ລັດຊາເລສວິກ-ໂຮສໄຕ (Schleswig-Holstein) ເຊິ່ງຢູ່ທາງຕອນເໜືອສຸດຂອງປະເທດ ໄດ້ກາຍເປັນລັດສຸດທ້າຍລັດທີ 16 ທີ່ທາງການທ້ອງຖິ່ນໄດ້ກຽມປະກາດໃຊ້ມາດຕະການລົງໂທດຜູ້ທີ່ຝ່າຝືນກົດການໃສ່ຜ້າອັດປາກຂະນະໂດຍສານຂົນສົ່ງສາທາລະນະ ໂດຍການສັ່ງປັບໄໝຂັ້ນຕໍ່າ 25 ເອີໂຣ ຈົນເຖິງສຸງສຸດ 10.000 ເອີໂຣ ຫລື ເອີ້ນວ່າ: Maskenpflicht ໂດຍກົດດັ່ງກ່າວກຽມເຂົ້າສູ່ການລົງມະຕິຂອງສະພາທ້ອງຖິ່ນ (Landtag) ພາຍໃນວັນທີ 29 ເມສານີ້ ເຊິ່ງຖ້າຜ່ານການເຫັນພ້ອມຈະຖືເປັນການປັບໄໝຜູ້ທີ່ຝ່າຝືນກົດການໃສ່ຜ້າອັດປາກຂັ້ນສູງສຸດເຖິງ 10.000 ເອີໂຣ ເປັນແຫ່ງທຳອິດຂອງເຢຍລະມັນ.
ເຖິງຢ່າງໃດກໍດີ, ໃນພື້ນທີ່ອື່ນໆຂອງເຢຍລະມັນເຊັ່ນ: ເບີລິນ ແລະ ລັດບຣາເດນເບີ ບໍ່ມີກົດການສັ່ງປັບໄໝແຕ່ຢ່າງໃດ, ພຽງເປັນການຂໍການຮ່ວມມືຕໍ່ປະຊາຊົນເທົ່ານັ້ນ.