ວິໄຈຊີ້ນິໂຄຕິນໃນຢາສູບອາດຊ່ວຍ ປ້ອງກັນເຊື້ອໂຄໂຣນາໄວຣັສ

ວິໄຈຊີ້ນິໂຄຕິນໃນຢາສູບອາດຊ່ວຍ ປ້ອງກັນເຊື້ອໂຄໂຣນາໄວຣັສ - 285 - ວິໄຈຊີ້ນິໂຄຕິນໃນຢາສູບອາດຊ່ວຍ ປ້ອງກັນເຊື້ອໂຄໂຣນາໄວຣັສ
ວິໄຈຊີ້ນິໂຄຕິນໃນຢາສູບອາດຊ່ວຍ ປ້ອງກັນເຊື້ອໂຄໂຣນາໄວຣັສ - kitchen vibe - ວິໄຈຊີ້ນິໂຄຕິນໃນຢາສູບອາດຊ່ວຍ ປ້ອງກັນເຊື້ອໂຄໂຣນາໄວຣັສ

     ພົບກຸ່ມຜູ້ສູບຢາມີຄວາມສ່ຽງຕິດເຊື້ອໂຄໂຣນາໄວຣັສໜ້ອຍກວ່າກຸ່ມທີ່ບໍ່ສູບໃນຊ່ວງອາຍຸ ແລະ ເພດດຽວກັນ 80%.

ທີມນັກວິໄຈຊາວຝຣັ່ງກຽມທົດລອງໃຊ້ແຜ່ນນິໂຄຕິນຕິດໃສ່ຜິວໜັງເຈົ້າໜ້າທີ່ສາທາລະນະສຸກ ແລະ ຜູ້ຕິດ Covid-19 ເພື່ອເບິ່ງວ່າຮ່າງກາຍມີປະຕິກິລິຍາແນວໃດຕໍ່ເຊື້ອໄວຣັສ ຫລັງຜົນວິໄຈໃນຫ້ອງແລບຊີ້ວ່າ: ນິໂຄຕິນອາດຊ່ວຍປ້ອງກັນການຕິດເຊື້ອໂຄໂຣນາໄວຣັສ.

ວິໄຈຊີ້ນິໂຄຕິນໃນຢາສູບອາດຊ່ວຍ ປ້ອງກັນເຊື້ອໂຄໂຣນາໄວຣັສ - Visit Laos Visit SALANA BOUTIQUE HOTEL - ວິໄຈຊີ້ນິໂຄຕິນໃນຢາສູບອາດຊ່ວຍ ປ້ອງກັນເຊື້ອໂຄໂຣນາໄວຣັສ
ວິໄຈຊີ້ນິໂຄຕິນໃນຢາສູບອາດຊ່ວຍ ປ້ອງກັນເຊື້ອໂຄໂຣນາໄວຣັສ - Visit Laos Visit SALANA BOUTIQUE HOTEL - ວິໄຈຊີ້ນິໂຄຕິນໃນຢາສູບອາດຊ່ວຍ ປ້ອງກັນເຊື້ອໂຄໂຣນາໄວຣັສ

ການທົດລອງນີ້ເກີດຂຶ້ນຫລັງຈາກຜົນການວິໄຈໂດຍທ່ານ ໝອງ ປີແອ ຊາຊູ ສາສະດາຈານກຽດຕິຄຸນດ້ານປະສາດວິທະຍາຈາກສະຖາບັນປາສເຕີຂອງຝຣັ່ງ ແລະ ທ່ານ ຊາອີ ອາມູຣາ ສາສະດາຈານຈາກມະຫາວິທະຍາໄລ Pitie-Salpetriere ທີ່ລົງໃນວາລະສານການແພດນິວອິງແລນ ພົບວ່າ: ກຸ່ມຜູ້ສູບຢາມີຄວາມສ່ຽງຕິດເຊື້ອໂຄໂຣນາໄວຣັສໜ້ອຍກວ່າກຸ່ມທີ່ບໍ່ສູບໃນຊ່ວງອາຍຸ ແລະ ເພດດຽວກັນ 80%.

ທັງສອງທ່ານຈຶ່ງຕັ້ງຂໍ້ສັນນິຖານວ່າ: ສານນິໂຄຕິນທີ່ມີຢູ່ໃນຢາສູບອາດຈັບຕົວກັບຈຸລັງຕົວຮັບໃນຮ່າງກາຍ ເຮັດໃຫ້ເຊື້ອໂຄໂຣນາໄວຣັສບໍ່ສາມາດເຂົ້າໄປໃນຈຸລັງ ແລະ ແຜ່ກະຈາຍໃນຮ່າງກາຍ.

ເຖິງຢ່າງໃດກໍດີ, ທ່ານ ຊາຊູ ເນັ້ນວ່າ: ການວິໄຈນີ້ບໍ່ມີເຈດຕະນາແນະນຳໃຫ້ສູບຢາ ຫລື ຊື້ແຜ່ນນິໂຄຕິນມາໃຊ້ເອງ ເນື່ອງຈາກສານນິໂຄຕິນມີໂທດຕໍ່ຮ່າງກາຍ.

ສ່ວນທາງການຝຣັ່ງໄດ້ອອກກົດໝາຍຫ້າມຊື້ຂາຍຜະລິດຕະພັນນິໂຄຕິນທຸກຊະນິດເຊັ່ນ: ແຜ່ນຕິດ, ຊິ່ງກົ້ມທາງອອນລາຍ ແລະ ຈຳກັດການຊື້ຂາຍໃນຮ້ານຂາຍຢາ ຫລັງການວິໄຈດັ່ງກ່າວອອກມາ.

ວິໄຈຊີ້ນິໂຄຕິນໃນຢາສູບອາດຊ່ວຍ ປ້ອງກັນເຊື້ອໂຄໂຣນາໄວຣັສ - 4 - ວິໄຈຊີ້ນິໂຄຕິນໃນຢາສູບອາດຊ່ວຍ ປ້ອງກັນເຊື້ອໂຄໂຣນາໄວຣັສ
ວິໄຈຊີ້ນິໂຄຕິນໃນຢາສູບອາດຊ່ວຍ ປ້ອງກັນເຊື້ອໂຄໂຣນາໄວຣັສ - 3 - ວິໄຈຊີ້ນິໂຄຕິນໃນຢາສູບອາດຊ່ວຍ ປ້ອງກັນເຊື້ອໂຄໂຣນາໄວຣັສ
ວິໄຈຊີ້ນິໂຄຕິນໃນຢາສູບອາດຊ່ວຍ ປ້ອງກັນເຊື້ອໂຄໂຣນາໄວຣັສ - 5 - ວິໄຈຊີ້ນິໂຄຕິນໃນຢາສູບອາດຊ່ວຍ ປ້ອງກັນເຊື້ອໂຄໂຣນາໄວຣັສ