ຜົ້ງສາລີກຽມພ້ອມປ້ອງກັນໄຂ້ຍຸງລາຍ

ຜົ້ງສາລີກຽມພ້ອມປ້ອງກັນໄຂ້ຍຸງລາຍ - 43r - ຜົ້ງສາລີກຽມພ້ອມປ້ອງກັນໄຂ້ຍຸງລາຍ
ຜົ້ງສາລີກຽມພ້ອມປ້ອງກັນໄຂ້ຍຸງລາຍ - kitchen vibe - ຜົ້ງສາລີກຽມພ້ອມປ້ອງກັນໄຂ້ຍຸງລາຍ

ປະຈຸບັນນອກຈາກເຝົ້້າລະວັງການລະບາດຂອງພະຍາດໂຄວິດ-19ແລ້ວ ຍັງຕ້ອງໄດ້ປ້ອງກັນພະຍາດໄຂຍຸງລາຍຕື່ມອີກ ເພາະເປັນໄລຍະກ້າວເຂົ້້າສູລະດູຝົນແລ້ວຊຶ່ງອາດເປັນເງື່ອນໄຂໃຫ້ໄຂ້ຍຸງລາຍກັບມາເດີດຂຶ້ນອີກໄລຍະໜຶ່ງ.ຕາມການລາຍງານຂອງກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:ນັບແຕ່ວັນທີ28/12/2019 – 24/04/2020ນີ້, ທົ່ວປະເທດຍັງກວດພົບຜູ້ຕິດເຊື້ອໄຂ້ຍຸງລາຍຫລາຍກ່ວາ 900 ກໍລະນີແລ້ວ ແລະ ປະຈຸບັນເສຍຊີວິດ 1 ຄົນຢູ່ນະຄອນຫຼວງວຽງຈັນ, ສວ່ນຢູ່ແຂວງຜົ້ງສາລີມີຜູ້ຕິດເຊື້ອ 5 ກໍລະນີ. ເຊີງຄາດວ່າ ພາຍຫຼັງພະຍາດໂຄວິດ-19 ຜ່ານຜົ້ນໄປແລ້ວ ພວກເຮົາຍັງຈະໄປເຊີນກັບໄຂ້ຍຸງລາຍຕື່ມອີກ.

ສະນັ້ນໃນປັດຈຸບັນນອກຈາກການຕ້ານພະຍາດໂຄວິດ-19 ແລ້ວ, ພວກເຮົາຍັງຈະຕ້ອງໄດ້ສຸມໃສ່ການປ້ອງກັນໄຂ້ຍຸງລາຍໃຫ້ເຂັ້ມແຂງຍິ່ງຂຶ້ນ, ດ້ວຍການເອົາໃຈໃສ່ອະນາໄມສິ່ງແວດລ້ອມ,ທຳລາຍແຫຼ່ງເພາະພັນຂອງຍຸງລາຍໃຫ້ດີທີ່ສຸດ ແລະ ເອົາໃຈໃສ່ສັກຢາວັກແຊງປ້ອງກັນພະຍາດຕິດແປດຕ່າງໆເຊັ່ນ: ພະຍາດຄໍຕີບ, ໄຂ້ໝາກແດງ, ໄອໄກ່, ບາດທະຍັກ ແລະ ອື່ນໆໃຫ້ທົທ່ວເຖິງ.

ຜົ້ງສາລີກຽມພ້ອມປ້ອງກັນໄຂ້ຍຸງລາຍ - Visit Laos Visit SALANA BOUTIQUE HOTEL - ຜົ້ງສາລີກຽມພ້ອມປ້ອງກັນໄຂ້ຍຸງລາຍ
ຜົ້ງສາລີກຽມພ້ອມປ້ອງກັນໄຂ້ຍຸງລາຍ - Visit Laos Visit SALANA BOUTIQUE HOTEL - ຜົ້ງສາລີກຽມພ້ອມປ້ອງກັນໄຂ້ຍຸງລາຍ
ຜົ້ງສາລີກຽມພ້ອມປ້ອງກັນໄຂ້ຍຸງລາຍ - 5 - ຜົ້ງສາລີກຽມພ້ອມປ້ອງກັນໄຂ້ຍຸງລາຍ
ຜົ້ງສາລີກຽມພ້ອມປ້ອງກັນໄຂ້ຍຸງລາຍ - 4 - ຜົ້ງສາລີກຽມພ້ອມປ້ອງກັນໄຂ້ຍຸງລາຍ
ຜົ້ງສາລີກຽມພ້ອມປ້ອງກັນໄຂ້ຍຸງລາຍ - 3 - ຜົ້ງສາລີກຽມພ້ອມປ້ອງກັນໄຂ້ຍຸງລາຍ
  • 1097 Posts
  • 0 Comments
iLike/LPN/20