ນາຍົກແນະນຳໃຫ້ຄະນະສະເພາະກິດຄົ້ນຄ້ວາລະອຽດຕື່ມກ່ຽວກັບມາດຕະການຜ່ອນຜັນຫລັງວັນທີ 3 ພຶດສະພາ ຄວບຄຸມ ໂຄວິດ-19

ນາຍົກແນະນຳໃຫ້ຄະນະສະເພາະກິດຄົ້ນຄ້ວາລະອຽດຕື່ມກ່ຽວກັບມາດຕະການຜ່ອນຜັນຫລັງວັນທີ 3 ພຶດສະພາ ຄວບຄຸມ ໂຄວິດ-19 - 7777 - ນາຍົກແນະນຳໃຫ້ຄະນະສະເພາະກິດຄົ້ນຄ້ວາລະອຽດຕື່ມກ່ຽວກັບມາດຕະການຜ່ອນຜັນຫລັງວັນທີ 3 ພຶດສະພາ ຄວບຄຸມ ໂຄວິດ-19
ນາຍົກແນະນຳໃຫ້ຄະນະສະເພາະກິດຄົ້ນຄ້ວາລະອຽດຕື່ມກ່ຽວກັບມາດຕະການຜ່ອນຜັນຫລັງວັນທີ 3 ພຶດສະພາ ຄວບຄຸມ ໂຄວິດ-19 - kitchen vibe - ນາຍົກແນະນຳໃຫ້ຄະນະສະເພາະກິດຄົ້ນຄ້ວາລະອຽດຕື່ມກ່ຽວກັບມາດຕະການຜ່ອນຜັນຫລັງວັນທີ 3 ພຶດສະພາ ຄວບຄຸມ ໂຄວິດ-19

ກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອປຶກສາຫາລືກ່ຽວກັບວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງໂຄວິດ-19 ແລະ ແກ້ໄຂຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດໂຄວິດ-19 ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 28 ເມສາ ນີ້, ທີ່ສຳນັກງານນາຍົກລັດຖະມົນຕີ ເພື່ອພິຈາລະນາບັນຫາຕ່າງໆຄື: ບົດລາຍງານກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ການຜ່ອນຜັນບາງມາດຕະການ ພາຍຫລັງວັນທີ 3 ພຶດສະພາທີ່ຈະມາເຖິງນີ້, ໂດຍຈະຈັດຕັ້ງປະຕິບັດເປັນແຕ່ລະໄລຍະ,ເປັນຕົ້ນ ການອະນຸຍາດໃຫ້ສຳນັກງານ, ອົງການ, ບັນດາບໍລິສັດ ເປີດດຳເນີນງານຂອງຕົນ, ອະນຸຍາດໃຫ້ປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ສາມາດອອກຈາກເຮືອນໄປເຮັດວຽກພາຍໃນແຂວງຂອງຕົນ, ແຕ່ຕ້ອງຮັບປະກັນມາດຕະການປ້ອງກັນການຕິດເຊື້ອ, ອະນຸຍາດໃຫ້ສາມາດຈັດຝຶກອົບຮົມ, ການປະຊຸມທາງການ, ກິດຈະກຳທາງສາສະໜາ ແລະ ອື່ນໆ, ອະນຸຍາດໃຫ້ ໂຮງຮຽນ, ບັນດາບໍລິສັດ, ໂຮງງານ ແລະ ໂຄງການຂະຫນາດໃຫຍ່ຕ່າງໆສາມາດເປີດການດຳເນີນງານ,ແຕ່ຕ້ອງປະຕິບັດຖືກຕ້ອງສອດຄ່ອງຕາມເງື່ອນໄຂ ແລະ ມາດຕະການປ້ອງກັນ, ຕາມຂໍ້ແນະນໍາຂອງຄະນະສະເພາະກິດເລກທີ 031/ສພກ, ສືບຕໍ່ປິດບາງກິດຈະການ, ປິດດ່ານຊາຍແດນ ແລະ ອື່ນໆ, ກອງປະຊຸຸມ ສະແດງຄວາມຊົມເຊີຍຕໍ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ທຸກພາກສ່ວນທີ່ກ່ຽວຂ້ອງທີ່ເອົາໃຈໃສ່ປະຕິບັດວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ສຸມໃສ່ຄົ້ນຄ້ວາກະກຽມ ມາດຕະການຕ່າງໆທີ່ຈະປະຕິບັດພາຍຫລັງວັນທີ 3 ພຶດສະພາ ນີ້, ພ້ອມນັ້ນ ກອງປະຊຸມ ຍັງໄດ້ຊີ້ນຳໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດເຊື້ອໂຄວິດ-19, ປັບປຸງບັນດາຄໍາລາຍງານດັ່ງກ່າວ ໃຫ້ມີເນື້ອໃນລະອຽດ, ຄົບຖ້ວນ, ຈະແຈ້ງ ໂດຍສະເພາະການປະເມີນຄວາມສ່ຽງ, ທິດທາງໃນຕໍ່ໜ້າ, ໃຫ້ກຳນົດລະອຽດຊັດເຈນ, ບໍ່ໃຫ້ມີຊ່ອງຫວ່າງໃນການຕີຄວາມໝາຍ, ບັນດາມາດຕະການຜ່ອນຜັນຊົ່ວຄາວ ທີ່ຈະຈັດຕັ້ງປະຕິບັດພາຍຫລັງວັນທີ 3 ພຶດສະພາ, ໂດຍກໍານົດເປັນແຕ່ລະໄລຍະ, ໃນເງື່ອນໄຂບໍ່ມີກໍລະນີຕິດເຊື້ອໃໝ່ ແລະ ມາດຕະການຈະສືບຕໍ່ປະຕິບັດ ຖ້າມີກໍລະນີຕິດເຊື້ອ ໃໝ່ເກີດຂື້ນ. ຫລັງຈາກນັ້ນ ກໍນຳສະເຫນີລາຍງານຕໍ່ກອງປະຊຸມກົມການເມືອງສູນກາງພັກ ພິຈາລະນາ ແລະ ມີທິດຊີ້ນຳໃນຂັ້ນຕໍ່ໄປ.
2. ກອງປະຊຸມ ໄດ້ພິຈາລະນາຮ່າງບົດລາຍງານ ກ່ຽວກັບ ມາດຕະການແກ້ໄຂຜົນກະທົບທາງດ້ານເສດຖະກິດຈາກການແຜາລະບາດເຊື້ອພະຍາດໂຄວະດ-19 ໂດຍລົງເລີກບາງນະໂຍບາຍ ແລະ ມາດຕະການທີ່ຍັງບໍ່ທັນໄດ້ກຳນົດອອກຢ່າງຊັດເຈນນ ຕາມການຊີ້ນຳຂອງກອງປະຊຸມ ລັດຖະບານຄັ້ງວັນທີ 23 ເມສາ 2020 ເປັນຕົ້ນ ນະໂຍບາຍອຸດໜູນແຮງງານ ຢູ່ໃນ ແລະ ນອກລະບົບປະກັນສັງຄົມ, ນະໂຍບາຍພາກປະຊາຊົນ ທີ່ຕິດພັນກັບການຫລຸດຄ່າໄຟຟ້າ ແລະ ນໍ້າປະປາ, ການແກ້ໄຂອຸປະສັກການຂົນສົ່ງ ແລະ ຈໍລະຈອນສິນຄ້າພາຍໃນປະເທດ ແລະ ການນຳເຂົ້າ-ສົ່ງອອກ ສິນຄ້າຢູ່ບັນດາດ່ານຊາຍແດນ, ການຊຸກຍູ້ການຜະລິດກະສິກຳ ປູກຝັງ ແລະ ລ້ຽງສັດ ເພື່່ອເປັນສະບຽງອາຫານ ແລະ ເປັນສິນຄ້າ, ການຟື້ນຟູຂະແຫນງການບໍລິການ ແລະ ການທ່ອງທ່ຽວ, ນະໂຍບາຍດ້ານການເງີນ, ເງີນຕາ ລວມທັງການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ການແກ້ໄຂໜີ້ສິນຕ່າງປະເທດ ແລະ ຂໍ້ສະເຫນີຈຳນວນໜຶ່ງຂອງພາກທຸລະກິດ, ກອງປະຊຸມໄດ້ມີທິດຊີ້ນຳ ໃຫ້ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄ້ວາ ລົງເລີກລາຍລະອຽດບາງຈຸດ ເພື່ອຮັບປະກັນວ່ານະໂຍບາຍທີ່ວາງອອກ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິຜັນ ແລ້ວປັບປຸງຮ່າງບົດລາຍງານດັ່ງກ່າວ ຕາມການປະກອບຄຳເຫັນຂອງກອງປະຊຸມ ໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ ແລະ ຈະແຈ້ງ ເພື່ອນຳສະເຫນີ ຕໍ່ກອງປະຊຸມກົມການເມືອງສູນກາງພັກ ພິຈາລະນາ ແລະ ມີທິດຊີ້ນຳໃນຂັ້ນຕໍ່ໄປ

ນາຍົກແນະນຳໃຫ້ຄະນະສະເພາະກິດຄົ້ນຄ້ວາລະອຽດຕື່ມກ່ຽວກັບມາດຕະການຜ່ອນຜັນຫລັງວັນທີ 3 ພຶດສະພາ ຄວບຄຸມ ໂຄວິດ-19 - 5 - ນາຍົກແນະນຳໃຫ້ຄະນະສະເພາະກິດຄົ້ນຄ້ວາລະອຽດຕື່ມກ່ຽວກັບມາດຕະການຜ່ອນຜັນຫລັງວັນທີ 3 ພຶດສະພາ ຄວບຄຸມ ໂຄວິດ-19
ນາຍົກແນະນຳໃຫ້ຄະນະສະເພາະກິດຄົ້ນຄ້ວາລະອຽດຕື່ມກ່ຽວກັບມາດຕະການຜ່ອນຜັນຫລັງວັນທີ 3 ພຶດສະພາ ຄວບຄຸມ ໂຄວິດ-19 - 3 - ນາຍົກແນະນຳໃຫ້ຄະນະສະເພາະກິດຄົ້ນຄ້ວາລະອຽດຕື່ມກ່ຽວກັບມາດຕະການຜ່ອນຜັນຫລັງວັນທີ 3 ພຶດສະພາ ຄວບຄຸມ ໂຄວິດ-19
ນາຍົກແນະນຳໃຫ້ຄະນະສະເພາະກິດຄົ້ນຄ້ວາລະອຽດຕື່ມກ່ຽວກັບມາດຕະການຜ່ອນຜັນຫລັງວັນທີ 3 ພຶດສະພາ ຄວບຄຸມ ໂຄວິດ-19 - 4 - ນາຍົກແນະນຳໃຫ້ຄະນະສະເພາະກິດຄົ້ນຄ້ວາລະອຽດຕື່ມກ່ຽວກັບມາດຕະການຜ່ອນຜັນຫລັງວັນທີ 3 ພຶດສະພາ ຄວບຄຸມ ໂຄວິດ-19
ນາຍົກແນະນຳໃຫ້ຄະນະສະເພາະກິດຄົ້ນຄ້ວາລະອຽດຕື່ມກ່ຽວກັບມາດຕະການຜ່ອນຜັນຫລັງວັນທີ 3 ພຶດສະພາ ຄວບຄຸມ ໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ນາຍົກແນະນຳໃຫ້ຄະນະສະເພາະກິດຄົ້ນຄ້ວາລະອຽດຕື່ມກ່ຽວກັບມາດຕະການຜ່ອນຜັນຫລັງວັນທີ 3 ພຶດສະພາ ຄວບຄຸມ ໂຄວິດ-19
ນາຍົກແນະນຳໃຫ້ຄະນະສະເພາະກິດຄົ້ນຄ້ວາລະອຽດຕື່ມກ່ຽວກັບມາດຕະການຜ່ອນຜັນຫລັງວັນທີ 3 ພຶດສະພາ ຄວບຄຸມ ໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ນາຍົກແນະນຳໃຫ້ຄະນະສະເພາະກິດຄົ້ນຄ້ວາລະອຽດຕື່ມກ່ຽວກັບມາດຕະການຜ່ອນຜັນຫລັງວັນທີ 3 ພຶດສະພາ ຄວບຄຸມ ໂຄວິດ-19