ພື້ນຖານຈິດໃຈທີ່ດີ ນຳໄປສູ່ຊີວິດທີ່ດີທຸກດ້ານ

ພື້ນຖານຈິດໃຈທີ່ດີ ນຳໄປສູ່ຊີວິດທີ່ດີທຸກດ້ານ - w4 - ພື້ນຖານຈິດໃຈທີ່ດີ ນຳໄປສູ່ຊີວິດທີ່ດີທຸກດ້ານ
ພື້ນຖານຈິດໃຈທີ່ດີ ນຳໄປສູ່ຊີວິດທີ່ດີທຸກດ້ານ - kitchen vibe - ພື້ນຖານຈິດໃຈທີ່ດີ ນຳໄປສູ່ຊີວິດທີ່ດີທຸກດ້ານ

ທ່ານແນ່ໃຈຊໍ່າໃດວ່າໂຕເອງມີຄວາມສຸກ ? ສຸຂະພາບຈິດທີ່ດີ ແມ່ນການທີ່ເຮົາຮູ້ສຶກດີ ແລະ ພູມໃຈໃນໂຕເອງ ເພາະເມື່ອມີສິ່ງເຫລົ່ານີ້ ເຮົາຈະມີພະລັງໃນການເຮັດສິ່ງອື່ນໆ. ຈະຮູ້ໄດ້ແນວໃດວ່າເຮົາກຳລັງຮູ້ສຶກດີກັບໂຕເອງຢູ່ຫລືບໍ່ ? ຂໍ້ສັງເກດຕໍ່ໄປນີ້ເປັນຄຳຖາມງ່າຍໆທີ່ຈະເປັນວິທີຫາຄຳຕອບດ້ວຍຄວາມຮູ້ສຶກຂອງເຮົາເອງ ມາເບິ່ງກັນເລີຍ :

  • ວິທີທີ 1 : ຫາກຮູ້ສຶກສະບາຍໆເມື່ອຢູ່ກັບໂຕເອງ ໂດຍບໍ່ຕ້ອງເພິ່ງພາອາໄສຄວາມຮູ້ສຶກຈາກຄົນອື່ນຫລາຍເກີນໄປ.
  • ວິທີທີ 2 : ຫາກຍອມຮັບໂຕເອງໄດ້ເມື່ອເຮັດສິ່ງຜິດພາດ ແລ້ວເອົາມາເປັນບົດຮຽນເພື່ອເຕືອນໂຕເອງຕະຫລອດວ່າເຮົາຈະບໍ່ກັບໄປເຮັດແບບນັ້ນອີກ.
  • ວິທີທີ 3 : ຫາກເຮົາສາມາດເປັນເພື່ອນທີ່ດີໃຫ້ກັບໂຕເອງໄດ້.

ນອກຈາກນີ້ ເຮົາຍັງມີ 4 ອົງປະກອບສຳຄັນທີ່ຈະຊ່ວຍເພີ່ມຄວາມຮູ້ສຶກດີໃຫ້ກັບໂຕເອງ ດັ່ງນີ້ :

ພື້ນຖານຈິດໃຈທີ່ດີ ນຳໄປສູ່ຊີວິດທີ່ດີທຸກດ້ານ - Visit Laos Visit SALANA BOUTIQUE HOTEL - ພື້ນຖານຈິດໃຈທີ່ດີ ນຳໄປສູ່ຊີວິດທີ່ດີທຸກດ້ານ
ພື້ນຖານຈິດໃຈທີ່ດີ ນຳໄປສູ່ຊີວິດທີ່ດີທຸກດ້ານ - Visit Laos Visit SALANA BOUTIQUE HOTEL - ພື້ນຖານຈິດໃຈທີ່ດີ ນຳໄປສູ່ຊີວິດທີ່ດີທຸກດ້ານ
  1. ຄວາມສຳເລັດ : ຖ້າຄົນເຮົາຮູ້ສຶກດີກັບໂຕເອງຈະຮູ້ສຶກຊື່ນຊົມກັບຄວາມສຳເລັດຂອງໂຕເອງໄດ້.
  2. ຄວາມສຳພັນ : ຄົນທີ່ຮູ້ສຶກດີກັບໂຕເອງຈະມີຄວາມສຳພັນທີ່ດີກັບຄົນທີ່ຜູ້ນັ້ນຫ່ວງໄຍ.
  3. ຄວາມດີ : ຄົນທີ່ຮູ້ສຶກດີກັບໂຕເອງຈະຮູ້ສຶກວ່າໂຕເອງໄດ້ເຮັດສິ່ງທີ່ດີ.
  4. ຄວາມໝາຍ : ຄົນທີ່ຮູ້ສຶກດີກັບໂຕເອງຈະຮູ້ສຶກວ່າໂຕເອງໄດ້ເຮັດສິ່ງທີ່ມີຄວາມໝາຍ.
ພື້ນຖານຈິດໃຈທີ່ດີ ນຳໄປສູ່ຊີວິດທີ່ດີທຸກດ້ານ - 5 - ພື້ນຖານຈິດໃຈທີ່ດີ ນຳໄປສູ່ຊີວິດທີ່ດີທຸກດ້ານ
ພື້ນຖານຈິດໃຈທີ່ດີ ນຳໄປສູ່ຊີວິດທີ່ດີທຸກດ້ານ - 3 - ພື້ນຖານຈິດໃຈທີ່ດີ ນຳໄປສູ່ຊີວິດທີ່ດີທຸກດ້ານ
ພື້ນຖານຈິດໃຈທີ່ດີ ນຳໄປສູ່ຊີວິດທີ່ດີທຸກດ້ານ - 4 - ພື້ນຖານຈິດໃຈທີ່ດີ ນຳໄປສູ່ຊີວິດທີ່ດີທຸກດ້ານ
  • 1097 Posts
  • 0 Comments
iLike/LPN/20