ມະຫັດສະຈັນຂອງສີສັນໃນຜັກແລະໝາກໄມ້
April 30, 2020 - 10:18 AM
ຜັກ ແລະ ໝາກໄມ້ ຖືເປັນໜຶ່ງໃນອາຫານຫລັກ 5 ໝວດ ແນະນຳໃຫ້ກິນຜັກ ແລະ ໝາກໄມ້ທີ່ຫລາກຫລາຍຊະນິດ ແລະ ມີສີສັນຕ່າງໆໝູນວຽນໄປ ເພື່ອໃຫ້ຮ່າງກາຍໄດ້ຮັບສານຕ່າງໆທີ່ເປັນປະໂຫຍດຢ່າງດຸ່ນດ່ຽງ.
- ຜັກສີຂຽວ ເຊັ່ນ : ຜັກກາດກວາງຕຸ້ງ, ຜັກບົ້ງ, ຜັກກາດດອກ, ຜັກກາດຊອມ, ຜັກໜອກ, ຜັກນາງເລີດ ຊ່ວຍຫລຸດຄວາມເສື່ອມຂອງຈໍປະສາດຕາ, ຫລຸດຄວາມສ່ຽງພະຍາດມະເຮັງເຕົ້ານົມ.
- ຜັກ ແລະ ໝາກໄມ້ສີຟ້າ – ສີມ້ວງ ເຊັ່ນ : ຜັກກະລໍ່າສີມ້ວງ, ຫົວບີດ, ໝາກລະແຊັງແດງ, ໝາກເຊີຣີ ຊ່ວຍຫລຸດຄວາມເສື່ອມຂອງແຊນຄວາມຈື່ຈຳ, ຫລຸດຄວາມສ່ຽງຂອງການເປັນພະຍາດຫົວໃຈ ແລະ ຫລອດເລືອດ.
- ຜັກສີຂາວ – ສີນຳ້ຕານ ເຊັ່ນ : ຜັກທຽມ, ຜັກບົ່ວ ຊ່ວຍສ້າງແຊນໃຫ້ແຂງແຮງ, ຫລຸດນຳ້ຕານ ແລະ ໄຂມັນໃນເລືອດ, ຫລຸດຄວາມດັນ, ຕ້ານການອັກເສບ, ຂັດຂວາງການເກີດຊີ້ນປົ່ງ.
- ຜັກ ແລະ ໝາກໄມ້ສີແດງ ເຊັ່ນ : ໝາກເລັ່ນ, ໝາກໂມ, ໝາກສະຕໍເບີຣີ ຊ່ວຍປ້ອງກັນ ແລະ ຂັດຂວາງການເຕີບໃຫຍ່ຂອງແຊນມະເຮັງເຕົ້ານົມ, ມະເຮັງຕ່ອມລູກໝາກ, ມະເຮັງລຳໄສ້ໃຫຍ່ ແລະ ມະເຮັງເນື້ອເຍື່ອມົດລູກ ຊ່ວຍໃຫ້ອາການຜິດປົກກະຕິ ເຊັ່ນ : ພະຍາດຫົວໃຈ, ພະຍາດເບົາຫວານ ແລະ ພະຍາດກະດູກຜ່ອນຫລຸດຜ່ອນຄວາມຮຸນແຮງຂອງອາການລົງໄດ້.