ເຕັກນິກຝຶກລູກຂັບຖ່າຍໃຫ້ເປັນເວລາ
April 30, 2020 - 10:21 AM
ການຝຶກໃຫ້ເດັກນ້ອຍຂັບຖ່າຍເປັນເວລານັ້ນ ບັນຫາບໍ່ໄດ້ຢູ່ບ່ອນວ່າຄວນເລີ່ມອາຍຸເທົ່າໃດ, ແຕ່ສຳຄັນຢູ່ບ່ອນວ່າເຮົາຈະສະໜັບສະໜູນໃຫ້ເດັກຮູ້ຈັກບອກໄດ້ແນວໃດ.
- ຫລັກການຝຶກ :
- ຄ່ອຍໆເລີ່ມຝຶກເທື່ອລະໜ້ອຍຈົນເດັກເຮັດໄດ້ ໂດຍພໍ່ແມ່ບໍ່ຄາດຫວັງເກີນໄປ.
- ເລີ່ມຈາກໃຫ້ເດັກນັ່ງຊັກໂຄກຢາງສຳລັບເດັກທຸກເທື່ອກ່ອນຈະປ່ຽນຜ້າອ້ອມສຳເລັດຮູບ ຫລື ໂສ້ງ ເພື່ອໃຫ້ເດັກເກີດຄວາມລຶ້ງເຄີຍໃນການນັ່ງຊັກໂຄກຢາງ.
- ເດັກແຕ່ລະຄົນມີຊ່ວງເວລາຄວາມພ້ອມບໍ່ຄືກັນ ພໍ່ແມ່ຈຶ່ງບໍ່ຄວນຂັດຈັງຫວະໃນຂະນະທີ່ເດັກພະຍາຍາມຂັບຖ່າຍ, ກຳລັງຂັບຖ່າຍ ຫລື ອາລົມບໍ່ດີໃສ່ເດັກເມື່ອເດັກບໍ່ຂັບຖ່າຍ.
- ເມື່ອພໍ່ແມ່ຄາດເດົາວ່າໃກ້ຮອດເວລາທີ່ເດັກຈະຂັບຖ່າຍແລ້ວ ພໍ່ແມ່ຈຶ່ງແກ້ໂສ້ງ ຫລື ຜ້າອ້ອມສຳເລັດຮູບຂອງເດັກອອກ ແລ້ວເລື່ອນຊັກໂຄກຢາງມາໃກ້ໂຕເດັກ.
- ເດັກຄວນມີຄວາມຮູ້ສຶກສະດວກສະບາຍ ແລະ ມີຄວມສຸກໃນການນັ່ງຊັກໂຄກຢາງ ຫລື ໂຖວິດ.
- ການວາງຂອງຫລິ້ນ ຫລື ໜັງສືນິທານໄວ້ໃຫ້ເດັກຫລິ້ນ ອາດເຮັດໃຫ້ເດັກເສຍສະມາທິ ຫລື ເພີດເພີນຈົນລືມຂັບຖ່າຍ.
- ເມື່ອເດັກຂັບຖ່າຍໄດ້ແລ້ວ ເຊັ່ນ : ນັ່ງຊັກໂຄກຢາງໄດ້ຕາມເວລາທີ່ກຳນົດ, ຂັບຖ່າຍອອກມາໄດ້ ພໍ່ແມ່ຄວນໃຫ້ຄຳຍ້ອງຍໍໍຊົມເຊີຍ, ສົ່ງຍີ້ມ, ສະແດງທ່າທາງດີໃຈ ຫລື ໃຫ້ລາງວັນ ເພື່ອໃຫ້ເດັກເກີດແຮງຈູງໃຈໃນການຂັບຖ່າຍຄັ້ງຕໍ່ໄປ ແລະ ມີຄວາມພາກພູມໃຈໃນຕົນເອງທີ່ສາມາດຂັບຖ່າຍໄດ້ຢ່າງເປັນເວລາ ເຊິ່ງຈະສົ່ງຜົນໃຫ້ລະບົບຂັບຖ່າຍ ແລະ ລະບົບລຳໄສ້ຂອງເດັກມີປະສິດທິພາບດີ ເຮັດໃຫ້ເດັກມີສຸຂະພາບແຂງແຮງຂຶ້ນ.