ບຣິຕິ ແອຣເວ ກຽມປົດພະນັກງານ 12.000 ຕໍາແຫນ່ງ ຍ້ອນໂຄວິດ-19
April 30, 2020 - 10:32 AM
ບໍລິສັດ IAG ເຊິ່ງເປັນບໍລິສັດແມ່ຂອງສາຍການບິນ ບຣິຕິ ແອຣເວ ເປີດເຜີຍວ່າ: ສາຍການບິນ ຂອງຕົນ ກຽມປັບຫລຸດພະນັກງານລົງ 12.000 ຕໍາແຫນ່ງ ຫລັງອຸດສາຫະກຳ ການບິນທົ່ວໂລກ ໄດ້ຮັບຜົນກະທົບຢ່າງຮ້າຍແຮງ ຈາກການແຜ່ລະບາດຂອງ ໄວຣັສໂຄໂຣນ່າ ສາຍພັນໃຫມ່ “ໂຄວິດ-19”.
ການປັບຫລຸດພະນັກງານເປັນສ່ວນຫນຶ່ງຂອງການປັບໂຄງສ້າງ ແລະ ແກ້ປັນຫາຄົນລົ້ນວຽກ, ໂດຍບໍລິສັດຄາດໄວ້ວ່າ ຕ້ອງໃຊ້ເວລາຫລາຍປີ, ກ່ອນປະລິມານຜູ້ໂດຍສານຈະກັບສູ່ລະດັບດຽວກັບປີ 2019ຜ່ານມາ.
ປັດຈຸບັນສາຍການບິນທົ່ວໂລກຕ່າງກຳລັງລໍຖ້າສະຖານະການກັບສູ່ພາວະປົກກະຕິ ຫລັງອຸດສາຫະກຳການບິນຊຸດໂຕລົງຢ່າງຮຸນແຮງໃນໄລຍະຫລາຍເດືອນທີ່ຜ່ານມາ ເນື່ອງຈາກຫລາຍປະເທດໄດ້ໃຊ້ມາດຕະ”ລ໊ອກດາວ” ແລະ ຈຳກັດການເດີນທາງເພື່ອສະກັດກັ້ນການແຜ່ລະບາດຂອງໄວຣັສ ໂຄວິດ-19.










