ທາງລົດໄຟລາວ-ຈີນ ສຳເລັດການຂຸດເຈາະອຸມົງກຸລົງ ທີ່ເເຂວງ ອຸດົມໄຊ

ຜູ້ຮັບຜິດຊອບບໍລິສັດ ທາງລົດໄຟລາວ-ຈີນສຳຈຳກັດໃຫ້ຮຼວ່າ: ໃນໄລຍະຜ່ານມານີ້,ເຖິງວ່າໄດ້ຮັບຜົນກະທົບບາງຢ່າງຈາກການລະບາດຂອງພະຍາດໂຄວິດ-19, ແຕ່ບໍລິສັດກໍໄດ້ພະຍາຍາມເຮັດສຳເລັດແຜນການດຳເນີນງານຂອງຕົນ,ຊຶ່ງສາມາດຂຸດເຈາະອຸມົງກຸລົງຂອງເສັນທາງລົດໄຟດັ່ງກ່າວຢູ່ແຂວງອຸດົມໄຊ ໃນວັນທີ 29 ເມສານີ້ກ່ອນເເຜນການ 43 ມື້ ພາຍຫລັງດຳເນີນການກໍ່ສ້າງມາເເຕ່ເດືອນມີນາ 2017ຜ່ານມາ.
ອຸມົງດັ່ງກ່າວ ເປັນອຸມົງທີ່ມີຄວາມຍາວອັນດັບສາມຂອງເສັ້ນທາງລົດໄຟ ລາວ-ຈີນ, ມີຄວາມຍາວຫລາຍກ່ວາ 9 ກິໂລເເມັດ.ຊຶ່ງມາຮອດວັນທີ 27 ມີນາຜ່ານມານີ້, ໂຄງການລົດໄຟລາວ-ຈີນ ໄດ້ເລີ່ມດຳ ເນີນການປູລາງລົດຢ່າງເປັນທາງການ ເພື່ອສ້າງພື້ນຖານອັນໜັກແໜ້ນໃຫ້ໂຄງການທາງລົດໄຟຍຸດທະສາດສຳຄັນນີ້ ໃຫ້ສາມາດໄດ້ເປີດບໍລິການໃນ ປີ 2021ທີ່ຈະມາເຖິງນີ້ແນ່ນອນ.
ໂຄງການທາງລົດໄຟລາວ-ຈີນ, ເປັນໂຄງການສັນຍາລັກ “ໜຶ່ງເເລວ, ໜຶ່ງເສັ້ນທາງ”, ເປັນໂຄງການມິດຕະພາບ ແລະ ເປັນທ່າເເຮງຊ່ວຍໃຫ້ ປະຊາຊົນສອງປະເທດໄດ້ໄປມາຫາສູ່ແລກປ່ຽນຊຶ້ຂາຍຊຶ່ງກັນ ແລະ ກັນສະດວກສະບາຍຍິ່ງຂຶ້ນ, ຊ່ວຍສປປລາວເຮົາສາມາດຫັນປ່ຽນປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດທີ່ມີທາງເຊື່ອມຈອດກັບຂົງເຂດ ແລະ ພາກພື້ນຕື່ມອີກ”.