ປີ 2020 ຈະເປັນປີທີ່ຮ້ອນທີ່ສຸດ ແລະ ຮ້ອນຫຍັງແດ່ ?

ປີ 2020 ຈະເປັນປີທີ່ຮ້ອນທີ່ສຸດ ແລະ ຮ້ອນຫຍັງແດ່ ? - 112211 - ປີ 2020 ຈະເປັນປີທີ່ຮ້ອນທີ່ສຸດ ແລະ ຮ້ອນຫຍັງແດ່ ?
ປີ 2020 ຈະເປັນປີທີ່ຮ້ອນທີ່ສຸດ ແລະ ຮ້ອນຫຍັງແດ່ ? - kitchen vibe - ປີ 2020 ຈະເປັນປີທີ່ຮ້ອນທີ່ສຸດ ແລະ ຮ້ອນຫຍັງແດ່ ?

ໂດຍ:​ ມຶກບໍ່ແຫ້ງ

ບໍ່ພໍເທົ່າໃດ ພວກເຮົາກໍຈະກ້າວເຂົ້າສູ່ເຄິ່ງປີ 2020 ແລ້ວ ແຕ່ ນັກອຸຕຸນິຍົມສາດ ຄາດການວ່າປີນີ້ ຈະຮ້ອນທີ່ສຸດຕັ້ງແຕ່ໄດ້ມີການບັນທຶກຂໍ້ມູນມາ ນັ້ນໝາຍຄວາມວ່າ ໄພພິບັດ ຫຼາຍອັນອາດເກີດຂຶ້ນກໍເປັນໄດ້.

ປີ 2020 ຈະເປັນປີທີ່ຮ້ອນທີ່ສຸດ ແລະ ຮ້ອນຫຍັງແດ່ ? - Visit Laos Visit SALANA BOUTIQUE HOTEL - ປີ 2020 ຈະເປັນປີທີ່ຮ້ອນທີ່ສຸດ ແລະ ຮ້ອນຫຍັງແດ່ ?
ປີ 2020 ຈະເປັນປີທີ່ຮ້ອນທີ່ສຸດ ແລະ ຮ້ອນຫຍັງແດ່ ? - Visit Laos Visit SALANA BOUTIQUE HOTEL - ປີ 2020 ຈະເປັນປີທີ່ຮ້ອນທີ່ສຸດ ແລະ ຮ້ອນຫຍັງແດ່ ?

ອີງຕາມບັນດາ ນັກອຸຕຸນິຍົມສາດ ຄາດການວ່າ ຄວາມໄປໄດ້ 50% ຫາ 70% ວ່າ 2020 ຈະຮ້ອນທີ່ສຸດ ເທົ່າທີ່ມີການເລີ່ມບັນທຶກຂໍ້ມູນທາງດ້ານ ອາກາດມາ ເຊິ່ງນັ້ນກໍໝາຍຄວາມວ່າ ຮ້ອນກວ່າ 4 ປີ ຫຼັງສຸດທີ່ພວກເຮົາຮັບຮູ້ວ່າ ຮ້ອນພິລຶກແລ້ວ.

ເຖິງແມ່ນວ່າ ການລະບາດພະຍາໂຄວິດ 19 ໃນທົ່ວໂລກຈະເຮັດໃຫ້ ທ້ອງຟ້າໃສສະຫວ່າງ ຊົ່ວຄາວ ໂດຍສະເພາະ ຢູ່ບັນດາປະເທດທີ່ມີມົນລະພິດທາງອາກາດຫຼາຍ ເຊັ່ນ ຢູ່ ບາງຕົວເມືອງຂອງ ອິນເດຍ ແລະ ສປ ຈີນ ແຕ່ນັ້ນ ກໍບໍ່ໄດ້ໝາຍຄວາມວ່າຈະສາມາດເຮັດໃຫ້ ອາກາດຂອງໂລກພວກເຮົາເຢັນຂຶ້ນ ເພາະມັນຕ້ອງໃຊ້ມາດຕະການ ທີ່ລົງເລິກ, ຍາວນານ ຫຼາຍກວ່າ.

ສັນຍານທີ່ເປັນຕາໜ້າຫ່ວງນີ້ໄດ້ເລີ່ມແຕ່ເດືອນ ມັງກອນຂອງ ປີ 2020 ເມື່ອນັກວິທະຍາສາດຄົ້ນພົບວ່າ ຢູ່ ເຂດທະເລ ອັງຕາກຕິກ (Antarctic-ຂວັ້ນໂລກໃຕ້) ຫາ ກຣີນແລນ (Greenland-ຂວັ້ນໂລກເໜືອ) ແມ່ນມີອຸນຫະພູມ ສູງກວ່າປົກກະຕິຫຼາຍ ເຊິ່ງເຮັດໃຫ້ ນັກວິທະຍາສາດຫຼາຍທ່ານແປກໃຈທີ່ສຸດ ເພາະນີ້ມັນບໍ່ແມ່ນ ປະກົດການ ເອລນີໂຍ (El Niño) ແຕ່ມັນແມ່ນຍ້ອນການເພີ່ມຂຶ້ນ ຂອງອຸນຫະພູມໂລກໂດຍກົງ.

ປະກົດການດັ່ງກ່າວ ເຮັດໃຫ້ຫຼາຍປະເທດໃນເຂດອາກຕິກປີນີ້ ບໍ່ມີ ຫິມະເລີຍ. ໃນໄຕມາດທີ 1 ຂອງປີນີ້ ເຫັນວ່າ ອາກາດຮ້ອນນັ້ນ ໄດ້ຄວບຄຸມໄປຫຼາຍຂົງເຂດຂອງໂລກ ໂດຍສະເພາະ ພາກຕາເວັນອອກຂອງ ເອີລົບ ແລະ ອາຊີ ທີ່ອຸນຫະພູມ ເພີ່ມຂຶ້ນ 3 ອົງສາ ໂດຍສະເລ່ຍ, ຢູ່ ອົດສະຕາລີ ກໍຮ້ອນເປັນປະຫວັດການເຊັ່ນກັນ.

ທ່ານ ຄາສເຕັນ ໂຮສະເຕນ (Karsten Haustein) ນັກວິທະຍາສາດ ທາງດ້ານ ອາກາດ ຂອງມະຫາວິທະຍາໄລ ອ໊ອກສະຟອດ ກໍເວົ້າວ່າ “ພວກເຮົາກຳລັງກ້າວເຂົ້າສູ່ເວລາ ທີ່ອຸນຫະພູມຂອງໂລກເພີ່ມຂຶ້ນ 1.2 ອົງສາ, ທ່ານເວົ້າ ຕື່ມວ່າ ເຖິງວ່າ ການລະບາດຂອງພະຍາດໂຄວິດ 19 ຈະເຮັດໃຫ້ການປ່ອຍທາດທີ່ເປັນພິດຕໍ່ອາກາດນັ້ນຫຼຸດລົງ ແຕ່ການສະສົມຂອງ ອາຍພິດເຮືອນແກ້ວເທີງຊັ້ນບັນຍາກາດນັ້ນ ຍັງເພີ່ມຂຶ້ນເລື້ອຍໆ”.

“ແຕ່ມັນແມ່ນໂອກາດທີ່ເໝາະສົມ ສຳລັບພວກເຮົາທີ່ຈະ ພິຈາລະນາຄືນ ທາງເລືອກພວກເຮົາ ແລະ ສວາຍໃຊ້ ວິກິດ ຂອງໂຄວິດ 19 ນີ້ ໃຫ້ເປັນໂອກາດ ໃນການຊຸກຍູ້ການພັດທະນາທີ່ຍືນຍົງກວ່າເກົ່າ ໂດຍສະເພະ ໃນຂະແໜງພະລັງງານ, ການຄົມມະນາຄົມ ແລະ ອື່ນໆ ໂດຍເພີ່ມການຊຸກຍູ້ທາງດ້ານຕ່າງໆ” ທ່ານ ຄາສເຕັນ ກ່າວເພີ່ມ.

ເລື່ອງອາກາດຮ້ອນຂຶ້ນ ແລະ ໄພພິບັດທາງທຳມະຊາດ ກໍບໍ່ໄດ້ແມ່ນເລື່ອງໄກໂຕພວກເຮົາອີກແລ້ວ, ເມື່ອສອງ ສາມອາທິດຜ່ານມາ ຢູ່ປະເທດເຮົາ ກໍໄດ້ພົບພໍ້ກັບ ອາກາດ ທີ່ຮ້ອນເອົ້າ ໂດຍວັດແທກອຸນຫະພູມ ຮອດ 40 ອົງສາ ແລະ ບາງເຂດ ມີ ພາຍຸ, ນໍ້າໄຫຼຊຸ, ໝາກເຫັບຕົກ ເຊິ່ງສ້າງຄວາມເສຍຫາຍບໍ່ໜ້ອຍເຊັ່ນກັນ.

ເພາະສະນັ້ນ, ການວາງແຜນພັດທະນາເສດຖະກິດ-ສັງຄົມ ນັ້ນ ການຄຳນຶ່ງເຖິງທ່າອ່ຽງ ຂອງສະພາບການປ່ຽນແປງ ດິນຟ້າອາກາດຂອງໂລກ ແລະຂອງປະເທດເຮົາ ແມ່ນສຳຄັນ ທີ່ສຸດໃນປັດຈຸບັນ. ການຮັບຮູ້ຂໍ້ມູນລ່ວງໜ້າ ແລະ ຄວາມອາດສາມາດໃນການປັບຕົວ ອາດເປັນຕົວແປສຳຄັນ ຕໍ່ຈາກນີ້ໄປ.

ປີ 2020 ຈະເປັນປີທີ່ຮ້ອນທີ່ສຸດ ແລະ ຮ້ອນຫຍັງແດ່ ? - 3 - ປີ 2020 ຈະເປັນປີທີ່ຮ້ອນທີ່ສຸດ ແລະ ຮ້ອນຫຍັງແດ່ ?
ປີ 2020 ຈະເປັນປີທີ່ຮ້ອນທີ່ສຸດ ແລະ ຮ້ອນຫຍັງແດ່ ? - 5 - ປີ 2020 ຈະເປັນປີທີ່ຮ້ອນທີ່ສຸດ ແລະ ຮ້ອນຫຍັງແດ່ ?
ປີ 2020 ຈະເປັນປີທີ່ຮ້ອນທີ່ສຸດ ແລະ ຮ້ອນຫຍັງແດ່ ? - 4 - ປີ 2020 ຈະເປັນປີທີ່ຮ້ອນທີ່ສຸດ ແລະ ຮ້ອນຫຍັງແດ່ ?