ບໍລິສັດສະຕາ ເທເລຄອມ (Star Telecom) ຫຼື UNITEL ອຸດໜູນນັກສຶກສາລາວ 477 ຄົນ ທີ່ກຳລັງສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ໄລຍະ ໂຄວິດ-19

ບໍລິສັດສະຕາ ເທເລຄອມ (star telecom) ຫຼື unitel ອຸດໜູນນັກສຶກສາລາວ 477 ຄົນ ທີ່ກຳລັງສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ໄລຍະ ໂຄວິດ-19 - t5 - ບໍລິສັດສະຕາ ເທເລຄອມ (Star Telecom) ຫຼື UNITEL ອຸດໜູນນັກສຶກສາລາວ 477 ຄົນ ທີ່ກຳລັງສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ໄລຍະ ໂຄວິດ-19
ບໍລິສັດສະຕາ ເທເລຄອມ (star telecom) ຫຼື unitel ອຸດໜູນນັກສຶກສາລາວ 477 ຄົນ ທີ່ກຳລັງສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ໄລຍະ ໂຄວິດ-19 - kitchen vibe - ບໍລິສັດສະຕາ ເທເລຄອມ (Star Telecom) ຫຼື UNITEL ອຸດໜູນນັກສຶກສາລາວ 477 ຄົນ ທີ່ກຳລັງສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ໄລຍະ ໂຄວິດ-19

ໂດຍ: ລູກເມືອງພວນ
ນອກຈາກໄດ້ເອົາໃຈໃສ່ຮ່ວມມືກັບລັດຖະບານລາວ ຕ້ານໂຄວິດ-19 ແລ້ວ, ບໍລິສັດ ສະຕາເທເລຄອມ ຫຼື ຢູນີແທວ (Unitel) ໄດ້ໃຫ້ການອຸດໜູນບັດເຕີມເງິນສຳລັບອິນເຕີແນັດໃຫ້ນັກສຶກສາລາວຈຳນວນ 477 ຄົນທີ່ກຳລັງສຶກສາຮໍ່າຮຽນຢູ່ທີ່ມະຫາວິທະຍາໄລ ໄຕບັກ ທີ່ມີຄວາມຫຍຸ້ງຍາກໃນການຄົ້ນຄວ້າຮໍ່າຮຽນທ່າມກາງການລະບາດຂອງໂຄວິດ-19 ແກ່ຍາວ.ພາຍຫລັງນັກສຶກສາດັ່ງກ່າວມາ
ພັກເຕດ (ກຸດ) ຫວຽດນາມກັບຄອບຄົວຂອງຕົນຢູ່ລາວ ແລະ ບໍ່ສາມາດກັບຄືນເມືອຮໍ່າຮຽນຕາມປົກກະຕິໄດ້ພາຍຫຼັງກຸດຫວຽດນາມສິ້ນລົງດັ່ງຫລາຍປີຜ່ານມາ, ຍ້ອນມີການລະບາດຂອງພະຍາດ ໂຄວິດ-19 ຢ່າງຮ້າຍແຮງ, ໃນຂະນະດຽວກັນທາງໂຮງຮຽນກໍໄດ້ຮຽກຮ້ອງໃຫ້ນັກຮຽນເລົ່ານັ້ນ ຮໍ່າຮຽນທາງໄກຜ່ານອິນເຕີເນັດ (ອອນລາຍ), ຊຶ່ງແຕ່ລະວັນພວກນ້ອງຕ້ອງໄດ້ເຕີມເງິນຄ່າແນັດ(data) ແຕ່ 10.000 – 20.000 ກີບ ຫຼື ປະມານ 1-2 ໂດລາ/ວັນ. ເປັນທີ່ແນ່ນອນວ່າເງິນຈຳນວນດັ່ງກ່າວບໍ່ແມ່ນວ່າໃຜກໍຈະຈ່າຍໄດ້ຄືກັນໝົດ. ນັກສຶກສາຫຼາຍຄົນທີ່ມີຄວາມຫຍຸ້ງຍາກທາງດ້ານການເງິນກໍຕ້ອງໄດ້ເຂົ້າໄປໃນຮ້ານອາຫານ ຫຼື ເຮືອນຂອງໝູ່ເພື່ອນທີ່ມີ ວາຍຟາຍ(wifi) ເພື່ອ ຄົ້ນຄວ້າຮໍ່າຮຽນ.
ດັ່ງນາງ ລີນາວາລັດ ຢູ່ແຂວງ ຫຼວງພະບາງ ເລົ່າສູ່ຟັງວ່າ: “ທຸກໆມື້ນັບແຕ່ວັນຈັນ ຮອດ ວັນສຸກ ນ້ອງຕ້ອງໃຫ້ພໍ່ແລ່ນເຮືອຈັກເລາະຂຶ້ນຕາມລຳແມ່ນໍ້າຂອງ ເພື່ອຊອກຫາບ່ອນທີ່ມີ ສັນຍານອີນເຕີເນັດ ເພື່ອຮຽນເພີ່ມ”. ສອງພໍ່ລູກນີ້ແມ່ນຢູ່ໃນເຂດລະບາດຂອງພະຍາດໃນຫຼວງພະບາງ ຈຶ່ງບໍ່ມີໃຜຢາກໃຫ້ເຂົ້າເຮືອນ ຫຼື ເຂົ້າຮ້ານ ເພື່ອອາໄສ ວາຍຟາຍນຳ.ເມື່ອເຫັນໄດ້ຄວາມຫຍຸ້ງຍາກດັ່ງກ່າວ ທາງບໍລິສັດ ສະຕາເທເລຄອມ ຈຶ່ງໄດ້ປະສານງານກັບມະຫາວິທະຍາໄລ ໄຕບັກ ເພື່ອອຸດໜູນໃຫ້ນັກສຶກສາລາວຜູ້ທີ່ກຳລັງພົບຄວາມຫຍຸ້ງຍາກດັ່ງກ່າວ. ພາຍຫຼັງມີການປະກາດນະໂຍບາຍອຸດໜູນໃຫ້ນັກສຶກສາລາວອອກໄປ ກໍໄດ້ມີນັກສຶກສາຈຳນວນ 477 ຄົນລົງທະບຽນເຂົ້າຮ່ວມໂຄງການຫຼຸດຜ່ອນລາຄາບັດເຕີມເງິນຂອງຕົນເພື່ອໄດ້ສຶກສາຮໍ່າຮຽນທາງໄກໄດ້ປົກກະຕິ,ບັດນີ້ຊ່ວຍຫຼຸດຄ່າໃຊ້ອິນເຕແນດຂອງນັກຮຽນດັ່ງກ່າວຜູ້ລະປະມານ 82% ຕໍ່ເດືອນ ແລະພາຍຫຼັງໄດ້ຮັບການອຸດໜູນຈາກ ຢູນີເທວ ແລ້ວ, ນັກສຶກສາຫລາຍຄົນຕ່າງກໍຂໍຝາກຄວາມຂອບໃຈມາຍັງ ບໍລິສັດ ຢູນີເທວ ຜູ້ໃຫ້ການສະຫນັບສະຫນູນ ແລະ ຈະຕັ້ງໃຈສຶກສາຮໍ່າຮຽນ ໃຫ້ສົມກັບຄວາມເອົາໃຈໃສ່ ແລະ ການຊ່ວຍເຫຼືອຂອງຄູອາຈານ ແລະ ບໍລິສັດ ຢູນີເທວ ນີ້ດ້ວຍ”

ບໍລິສັດສະຕາ ເທເລຄອມ (star telecom) ຫຼື unitel ອຸດໜູນນັກສຶກສາລາວ 477 ຄົນ ທີ່ກຳລັງສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ໄລຍະ ໂຄວິດ-19 - 3 - ບໍລິສັດສະຕາ ເທເລຄອມ (Star Telecom) ຫຼື UNITEL ອຸດໜູນນັກສຶກສາລາວ 477 ຄົນ ທີ່ກຳລັງສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ໄລຍະ ໂຄວິດ-19
ບໍລິສັດສະຕາ ເທເລຄອມ (star telecom) ຫຼື unitel ອຸດໜູນນັກສຶກສາລາວ 477 ຄົນ ທີ່ກຳລັງສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ໄລຍະ ໂຄວິດ-19 - 4 - ບໍລິສັດສະຕາ ເທເລຄອມ (Star Telecom) ຫຼື UNITEL ອຸດໜູນນັກສຶກສາລາວ 477 ຄົນ ທີ່ກຳລັງສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ໄລຍະ ໂຄວິດ-19
ບໍລິສັດສະຕາ ເທເລຄອມ (star telecom) ຫຼື unitel ອຸດໜູນນັກສຶກສາລາວ 477 ຄົນ ທີ່ກຳລັງສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ໄລຍະ ໂຄວິດ-19 - 5 - ບໍລິສັດສະຕາ ເທເລຄອມ (Star Telecom) ຫຼື UNITEL ອຸດໜູນນັກສຶກສາລາວ 477 ຄົນ ທີ່ກຳລັງສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ໄລຍະ ໂຄວິດ-19
ບໍລິສັດສະຕາ ເທເລຄອມ (star telecom) ຫຼື unitel ອຸດໜູນນັກສຶກສາລາວ 477 ຄົນ ທີ່ກຳລັງສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ໄລຍະ ໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ບໍລິສັດສະຕາ ເທເລຄອມ (Star Telecom) ຫຼື UNITEL ອຸດໜູນນັກສຶກສາລາວ 477 ຄົນ ທີ່ກຳລັງສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ໄລຍະ ໂຄວິດ-19
ບໍລິສັດສະຕາ ເທເລຄອມ (star telecom) ຫຼື unitel ອຸດໜູນນັກສຶກສາລາວ 477 ຄົນ ທີ່ກຳລັງສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ໄລຍະ ໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ບໍລິສັດສະຕາ ເທເລຄອມ (Star Telecom) ຫຼື UNITEL ອຸດໜູນນັກສຶກສາລາວ 477 ຄົນ ທີ່ກຳລັງສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ໄລຍະ ໂຄວິດ-19
  • 1097 Posts
  • 0 Comments
iLike/LPN/20