“ຄົມໃນຝັກ”, “ໝາກເຜັດນ້ອຍຂີ້ໜູ”

ໂດຍ: ລູກເມືອງພວນ
ຢູ່ທຳມະດາບໍ່ມີໃຜວ່າແພດໝໍລາວເກັ່ງ, ມີຄວາມຮູ້ຄວາມສາມາດ, ວ່າຄາດເດົາບົ່ງມະຕິພະຍາດບໍ່ໄດ້ຄາດແຄ້ວຄືແພດໝໍຕ່າງແດນ. ແມ່ນໃຜສິເຊື່ອວ່າແພດໝໍລາວຈະສາມາດປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີໄດ້ ໃນລະດັບໂລກແບບນີ້.
ແຕ່ໃນຕົວຈິງແລ້ວ, ເມື່ອແພດໝໍລາວໄດ້ຖອດງ້າວອອກມາຟາດຟັນກໍບໍ່ຕ່າງຫຍັງກັບແພດໝໍຕ່າງປະເທດ, ແມ່ນແຕ່ແພດໝໍຢູ່ໃນທ້ອງຖິ່ນຢ່າງຫຼວງພະບາງກໍຍັງສາມາດປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້.
ປັດຈຸບັນຜູ້ຕິດເຊື້ອທັງ 3 ຄົນທີ່ປິ່ນປົວຢູ່ໂຮງໝໍຢູ່ຫຼວງພະບາງນັ້ນກໍໄດ້ອອກໂຮງໝໍໝົດແລ້ວ. ສ່ວນທີ່ຍັງເຫຼືອ 11 ຄົນທີ່ປິ່ນປົວຢູ່ໂຮງໝໍມິດຕະພາບ(150 ຕຽງ) ນັ້ນ ກໍມີອາການດີຂຶ້ນຕາມລຳດັບ, ບໍ່ມີອາການໄຂ້, ໄອ ອີກ ແລະ ແຂງແຮງປົກະຕິຄືຄົນທຳມະດາ, ຄາດວ່າຈະໄດ້ອອກໂຮງໝໍໃນເວລາອັນບໍ່ດົນນີ້.
ພວກເຮົາຄົນລາວມີຄວາມພາກພູມໃຈໃນຝີມື ແລະ ຄວາມສາມາດຂອງແພດໝໍລາວ ຊຶ່ງບໍ່ໄດ້ນ້ອຍໜ້າໃຫ້ແກ່ປະເທດໃດໃນໂລກ. ປະເທດເຮົາເຖິງຈະເປັນປະເທດນ້ອຍດ້ອຍພັດທະນາ ຂາດເຂີນວັດຖຸອຸປະກອນ ແລະ ຢຸກຢາ ທາງການແພດທີ່ທັນສະໃໝລໍ້າຍຸກ ກໍຕາມ ແຕ່ກໍສາມາດປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໃຫ້ຫາຍຂາດໄດ້ ໂດຍບໍ່ມີຜູ້ເສຍຊີວິດແມ່ນແຕ່ຄົນດຽວ. ນີ້ແຫຼະ ຄືທາດແທ້ ແລະ ຄຸນະພາບຂອງແພດໝໍລາວ ທີ່ສະແດງອອກປະຈັກຕາຕໍ່ໜ້າຊາວໂລກຢ່າງເອກອ້າງທະນົງໃຈ.
ນອກຈາກນັ້ນ, ແພດໝໍລາວຍັງມີຄວາມສາມາດຄວບຄຸມການແຜ່ເຊື້ຶອໄດ້ເປັນຢ່າງດີອີກດ້ວຍ, ຊຶ່ງມາເຖິງມື້ນີ້ ວັນທີ 2 ພຶດສະພາ ເປັນເວລາ 20 ວັນແລ້ວທີ່ລາວເຮົາບໍ່ພົບຜູ້ຕິດເຊື້ອລາຍໃໝ່.
ນີ້ແຫຼະ, ເພິ່ນວ່າ “ຄົມໃນຟັກ” ບໍ່ຖອດມາຟາດຟັນກໍບໍ່ຮູ້ວ່າມັນເຂົ້າ ຫຼື ບໍ່.
ທ່ານໝໍລາວບໍ່ເຄີຍອວດອ້າງ ຄວາມຮູ້ຄວາມສາມາດຂອງຕົນ ເປັນຄົນມິດງຽບ ແຕ່ບາດໄດ້ອອກສູ່ສະໝາມຮົບຖອດງ້າວຟາດຟັນບໍ່ໄດ້ນ້ອຍໜ້າໃຜເລີຍ. ຊົມເຊີຍແພດໝໍລາວ, ຊາວລາວຮັກເຈົ້າສຸດຫົວໃຈ. ຂໍເທີດທູນເຈົ້າໄວ້ໃນຊົ່ວກາລະນານ.