ອົງການອານາໄມໂລກ(WHO)ຢາກຮ່ວມກວດສອບທີ່ມາຂອງ ໂຄວິດ ກັບຈີນ

ໂດຍ: ລູກເມືອງພວນ
ອົງການອານາໄມໂລກມີຄວາມຫວັງວ່າ ຈີນຈະເຊື່ອເຊີນພວກຕົນເຂົ້າຮ່ວມການກວດກາຫາສັດທີ່ເປັນຕົ້ນເຫດໃຫ້ເກີດພະຍາດ ໂຄວິດ.
ໂຄສົກຂອງ ອົງການອານາໄມໂລກ Tarik Jasarevic, ວັນທີ 1 ພຶດສະພານີ້ ໄດ້ຂຽນອີເມວ ສົ່ງເຖິງສຳນັກຂ່າວ AFP ວ່າ: “ອົງການອານາໄມໂລກ ພ້ອມແລ້ວທີ່ຈະໃຫ້ການຮ່ວມມືກັບສາກົນ ຖ້າຫາກລັດຖະບານຈີນ ເຊື່ອເຊີນພວກຕົນເຂົ້າຮ່ວມກວດສອບສັດທີ່ເປັນຕົ້ນເຫດໃຫ້ເກີດພະຍາດ ໂຄວິດ”.
ທ່ານໃຫ້ຮູ້ຕື່ມອີກວ່າ ອົງການອານາໄມໂລກຮູ້ດີວ່າໃນຂະນະນີ້ຈີນກຳລັງດຳເນີນການກວດສອບບາງຢ່າງຢູ່ ເພື່ອຊອກຫາຕົ້ນເຫດທີ່ມາຂອງພະຍາດ ແຕ່ອົງການອານາໄມໂລກບໍ່ໄດ້ເຂົ້າຮ່ວມການຄົ້ນຄວ້າດັ່ງກ່າວຂອງຈີນ.
ຜູ້ອຳນວຍການໃຫ່ຍຂອງ ອົງການອານາໄມໂລກ Tedros Adhanom Ghebreyesus ເຄີຍນຳພາຄະນະໜຶ່ງໄປທີ່ຈີນໃນທ້າຍເດືອນມັງກອນຜ່ານມາ. ໃນເວລານັ້ນໄດ້ພົບປະກັບທ່ານປະທານຂອງຈີນ ສີຈິນຜິງ ເພື່ອຊອກຮູ້ປະຕິກິລິຍາຂອງຈີນຕໍ່ກັບບັນຫາດັ່ງກ່າວ.
ຫຼັງຈາກນັ້ນກໍມີຄະນະນັກວິທະຍາສາດສາກົນກໍໄດ້ເດີນທາງໄປຈີນໃນລະຫວ່າງເດືອນກຸມພາ ເພື່ອກວດກາເບິ່ງສະພາບການ, ຊຶ່ງຄະນະດັ່ງກ່າວລວມມີນັກຊ່ຽວຊານຂອງ ເຢຍລະມັນ, ຍີ່ປຸ່ນ, ເກົາຫຼີໄຕ້, ໄນຈີເຣຍ, ລັດເຊຍ, ສິງກະໂປ ແລະ ສະຫະລັດອາເມລິກາ.
ໃນຂະນະທີ່ມີການກວດກາຫາຕົ້ນເຫດຂອງໄວຣັດເພີ່ມຂຶ້ນຢູ່ຈີນນັ້ນ, ອົງການອານາໄມໂລກບໍ່ໄດ້ເຂົ້າຮ່ວມ, ຊຶ່ງການກວດກາໃນເວລານັ້ນແມ່ນເພື່ອ ເບິ່ງກໍລະນີຜູ້ຕິດເຊືອມີອາການແນວໃດ ໃນເຂດ ອູຮັ່ນໃນທ້າຍປີ 2019 ແລະ ໄດ້ເອົາຕົວຢ່າງຈາກສະພາບແວດລ້ອມຢູ່ໃນເຂດຕະຫຼາດ ແລະ ນິຄົມທີ່ມີການສົງໄສຕິດເຊື້ອກໍລະນີທຳອິດ ພ້ອມທັງເກັບກຳເອົາປະຫວັດການກຳເນີດ ແລະ ຊະນິດສັດປ່າ, ສັດລ້ຽງທີ່ຂາຍຢູ່ໃນຕະຫຼາດດັ່ງກ່າວ.
ອົງການອານາໄມໂລກ ຈະສືບຕໍ່ຮ່ວມມືກັບບັນດາຊ່ຽວຊານສັດຕະວະແພດຂອງບັນດານານາຊາດ ແລະ ຄູ່ຮ່ວມມືອື່ນໆ ເພື່ອຊອກຫາຊ່ອງຫວ່າງ ແລະ ໃຫ້ບູລິມະສິດໃນການຄົ້ນຄວ້າ ເພື່ອຄວບຄຸມໂຄວິດ-19, ຊຶ່ງຈະລວມມີທັງ ການກຳນົດຕົ້ນເຫດຂອງໄວຣັດຢູ່ໃນຈີນນຳອີກ.
ນັກວິທະຍາສາດສ່ວນຫຼາຍໃຫ້ຄຳເຫັນວ່າ ໂຄວິດ ມີຕົ້ນກຳເນີດມາຈາກໂຕເຈຍ ແລະ ໄດ້ແຜ່ເຊື້ອໄປສູ່ຄົນໃນຕະຫຼາດຂາຍສັດປ່າທີ່ ອູຮັ່ນ ໃນທ້າຍປີກາຍນີ້.
ປັດຈຸບັນ, ອົງການອານາໄມໂລກກຳລັງປະເຊີນກັບການຕິຕຽນຢ່າງໜັກຈາກ ປະທານາທີບໍດີ ໂດນັລທຣຳ ຂອງສະຫະລັດອາເມລິກາ. ຕົ້ນເດືອນເມສານີ້ ທ່ານ ທຣຳໄດ້ງົດໃຫ້ການຊ່ວຍເຫຼືອແກ່ ອົງການອານາໄມໂລກ ຊຶ່ງກ່າວຫາວ່າ ອົງການອານາໄມໂລກບໍ່ໃຫ້ຄວາມສຳຄັນກ່ຽວກັບຄວາມອັນຕະລາຍຂອງພະຍາດດັ່ງກ່າວ ແລະ ເຂົ້າຂ້າງຈີນເກີນໄປ.