ຫລັງວັນທີ 3 ພຶດສະພາມີຂໍ້ຫ້າມຫຍັງແດ່ເພື່ອສະກັດກັ້ນໂຄວິດ-19
ໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 524/ຫສນຍ, ລົງວັນທີ 1 ພຶດສະພານີ້ ເພື່ອແນະນຳໃຫ້ສືບຕໍ່ປະຕິບັດບັນດາມາດຕະການໃນການປ້ອງກັນ, ຄວບຄຸມ,ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະວັນທີ 4-17 ພຶດສະພາ ຊຶ່ງໃນຂໍ້ 5 ຂອງແຈ້ງການສະບັບນີ້ໄດ້ເນັ້ນໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ 06/ນຍ, ລົງວັນທີ 29 ມີນາຜ່ານມາ ໂດຍໄດ້ລະບຸວ່າ:
1: ຫ້າມບຸກຄົນເດີນທາງລະຫວ່າງແຂວງຫາແຂວງ ຍົກເວັ້ນກໍລະນີຈຳເປັນ ເປັນຕົ້ນການໄປເຮັດວຽກທາງການ, ນັກຮຽນ, ນັກທຸລະກິດ, ການເຈັບເປັນ, ການເສຍຊີວິດ, ການຂົນສົ່ງສິນຄ້າ, ການນຳສົ່ງຄົນເຈັບ ແມ່ນສາມາດເດີນທາງໄດ້ ແຕ່ຕ້ອງມີເອກະສານຢັ້ງຢືນ.
2: ປິດບັນດາກິດຈະການຮ້ານບັນເທີງ, ຮ້ານເຫລົ້າ-ເບຍ, ໂຮງຮູບເງົາ, ຮ້ານຄາລາໂອເກະ, ຮ້ານບໍລິການນວດ-ສະປາທຸກປະເພດ, ກາຊິໂນ, ຕະຫລາດກາງຄືນ, ສະຖານທີ່ອອກກຳລັງກາຍ-ຫລິ້ນກິລາໃນຮົ່ມ, ກິລາກາງແຈ້ງເປັນທີມທີ່ມີການໃກ້ຊິດກັນເຊັ່ນ: ກິລາບານເຕະ, ບານບ້ວງ, ບານສົ່ງ, ມາລາທອນ, ຕີມວຍ, ຕີໄກ່, ເປຕັງ ແລະ ການແຂ່ງຂັນກິລາທຸກປະເພດທີ່ມີຜູ້ຊົມ ແລະ ນັກກິລາເຂົ້າຮ່ວມເກີນ 10 ຄົນ ທີ່ບໍ່ສາມາດຮັກສາໄລຍະຫ່າງເກີນ 1 ແມັດໄດ້.
3: ຫ້າມຈັດກິດຈະກຳຊຸມນຸມ, ຊຸມແຊວ, ງານສ້າງສັນ ຫລື ການເຕົ້າໂຮມຄົນເປັນຈຳນວນຫລາຍກວ່າ 10 ຄົນ ແລະ ບໍ່ສາມາດຮັກສາໄລຍະຫ່າງເກີນ 1 ແມັດໄດ້ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ.
4: ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ ສຳລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ, ເວັ້ນເສຍແຕ່ຜູ້ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດ ແລະ ລົດຂົນສົ່ງສິນຄ້າເຂົ້າ-ອອກ.
5: ໂຈະການອອກວິຊາທຸກປະເພດໃຫ້ບຸກຄົນທົ່ວໄປທີ່ເດີນທາງມາຈາກປະເທດທີ່ຍັງມີການລະບາດຂອງພະຍາດ COVID-19, ຍົກເວັ້ນວີຊາສຳລັບຊ່ຽວຊານ, ວິຊາການ ແລະ ແຮງງານຕ່າງປະເທດທີ່ມີຄວາມຈຳເປັນເຂົ້າມາປະຕິບັດວຽກງານຢູ່ບັນດາໂຄງການທີ່ສຳຄັນ ແລະ ຈຳເປັນ, ແຕ່ຕ້ອງປະຕິບັດການກວດຫາເຊື້ອ COVID-19 ແລະ ຈຳກັດບໍລິເວນຕົວເອງ 14 ວັນ ຢູ່ຕາມສູນທີ່ທາງການກຳນົດຕາມທີ່ລະບຸໄວ້ໃນແຈ້ງການ ສະບັບເລກທີ 507/ຫສນຍ, ລົງວັນທີ 24 ເມສາ 2020. ມອບໃຫ້ຄະນະສະເພາະກິດອອກຄຳແນະນຳໃນການຈັດຕັ້ງປະຕິບັດຕົວຈິງໃຫ້ລະອຽດ ແລະ ຮັດກຸມ.